ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາຍງານວ່າດ້ວຍ ອິດສະຫຼະພາບ ຂອງອົງການ Freedom House


ລາຍງານວ່າດ້ວຍອິຄສະຫຼະພາບໃນທົ່ວໂລກ ສຳລັບປີ 2011 ຂອງອົງການ Freedom House
ລາຍງານວ່າດ້ວຍອິຄສະຫຼະພາບໃນທົ່ວໂລກ ສຳລັບປີ 2011 ຂອງອົງການ Freedom House

ລາຍ​ງານ​ໃໝ່ສະບັບ​ນຶ່ງ​ ກ່ຽວ​ກັບ​ອິດສະຫຼະພາບ​ທາງ​ດ້ານ​ການ​ເມືອງ​ແລະ​ສິດທິ​ຂັ້ນພື້ນຖານ​ຂອງ​ ພົນລະເຮືອນ​ຢູ່​ໃນ​ທົ່ວ​ໂລກ​ ແຈ້ງວ່າ ອິດສະຫຼະພາບ​ພວມ​ໄດ້​ຮັບ​ການ​ກົດ​ຂີ່ ຂະນະ​ທີ່​ບັນດາລັດຖະບານ​ຜະ​ເດັດ​ການ ​ເສີມຂະຫຍາຍ​ການ​ກຳ​ອຳນາດ​ຂອງພວກ​ເຂົາ​ເຈົ້າ. ​ໄພສານ​ມີ​ຕອນ​ທີ​ນຶ່ງ​ຂອງ​ລາຍ​ງານ​ນີ້ ມາ​ສະ​ເໜີ​ທ່ານ ​ໃນ​ອັນດັບ​ຕໍ່​ໄປ ພ້ອມ​ກັບ​ຄວາມ​ເຫັນ​ຂອງອົງ ການ Freedom House ກ່ຽວ​ກັບ​ເສລີ​ພາບ​ທາງ​ດ້ານ​ການ​ເມືອງ​ຢູ່​ໃນ ສປປ ລາວ. ​ເຊີນ​ທ່ານ​ຮັບ​ຟັງ​ໄດ້​ເລີຍ.

ໃນ​ລາຍ​ງານ​ປະຈຳ​ປີ​ຂອງ​ຕົນທີ່​
ນຳ​ອອກ​ເຜີຍ​ແຜ່​ໃນ​ເດືອນ​ແລ້ວ
ນີ້ອົງການ Freedom House
ທີ່​ມີ​ສຳນັກງານ​ຢູ່​ສະຫະລັດກ່າວ
ວ່າອິດສະຫຼະພາບຢູ່​ໃນ​ທົ່ວ​ໂລກ​
ໄດ້​ຫຼຸດນ້ອຍ​ຖອຍ​ລົງ​ໃນ​ປີ 2010
ຜ່ານ​ມາເປັນ​ປີ​ທີ 5 ລຽນຕິດ.

ອົງການ Freedom House
ເວົ້າວ່າ ໂດ​ຍລວມ​ແລ້ວ ​ໃນ​ປີ​
ກາຍ​ນີ້ ມີ 25 ປະ​ເທດ ທີ່ສະ​
ແດງໃຫ້​ເຫັນ​ວ່າ ອິດສະຫຼະພາບ​ໄດ້ເສື່ອມ​ຖອຍລົງ​ຢ່າງ​ຫຼວງຫຼາຍ ສົມທຽບ​ໃສ່​ກັບ 11 ປະ
ເທດທີ່​ສະ​ແດງ​ໃຫ້​ເຫັນ​ວ່າມີ​ອິດສະຫຼະພາບ​ເພີ່ມ​ຂຶ້ນ.

ຂະນະ​ທີ່ການ​ເສື່ອມ​ຖອຍດັ່ງກ່າວ​ມີ​ສາ​ເຫດ​ມາ​ຈາກ​ອົງ​ປະກອບ​ຫຼາຍໆ​ຢ່າງ​ກໍຈິງແຕ່​ອົງການ
Freedom House ​ໄດ້​ຖິ້ມ​ໂທດເປັນ​ພິ​ເສດ ​ໃສ່​ບັນດາ​ອຳນາດ​ການປົກຄອງ​ຜະ​ເດັດ​ການ​
ຂອງ​ໂລກ.

ທ່ານ Arch Puddington ຜູ້ອຳນວຍການ​ຝ່າຍ​ຄົ້ນຄົ້ວຂອງ​ອົງການ Freedom House
ກ່າວ​ຊີ້​ແຈງໃນໂອກາດນຳ​ສະ​ເໜີລາຍງານ​ດັ່ງກ່າວ ຢູ່ທີ່​ກຸງ​ວໍ​ຊິງ​ຕັນ​ວ່າ ​ແມ່ນແຕ່ການ​ເລືອກ​
ຕັ້ງ ຊຶ່ງ​ຕາມປົກກະຕິ​ແລ້ວ​ແມ່​ນ​ເປັນເຄື່ອງບົ່ງບອກໃນ​ທາງ​ບວກກ່ຽວ​ກັບ​ອິດສະຫຼະພາບນັ້ນ ​
ກໍໄດ້​ຖືກ​ບ່ອນ​ທຳລາຍ​ໂດຍ​ລັດຖະບານ​ຜະ​ເດັດ​ການ. ທ່ານ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້ວ່າ:

"ພວກລັດຖະບານປົກຄອງປະເທດແບບຜະເດັດການທັງຫຼາຍນັ້ນ ແມ່ນ​ເຕັມ​
ໃຈໃຫ້ມີການເລືອກຕັ້ງໄດ້ ຕາບໃດທີ່ພວກເຂົາເຈົ້າສາມາດຄວບຄຸມວົງການ
ຂ່າວ ຕາບ​ໃດ​ທີ່​ພວກ​ເຂົາ​ສາມາດ ຈ່າຍເງິນຈອບອອຍ ໃຫ້ແກ່ພັກພວກບໍລິ
ວານ​ ໃກ້ຊິດຂອງພວກເຂົາເຈົ້າໄດ້ ແລະຕາບໃດທີ່ພວກເຂົາເຈົ້າ ສາມາດ
ປິດ​ປາກ ພວກອົງການທີ່ບໍ່ຂື້ນກັບລັດຖະບານໄດ້."

ລາຍ​ງານ​ເວົ້າວ່າ ການ​ສໍ້​ໂກ​ງຄະ​ແນນ​ສຽງ​ໃນການ​ເລືອກ​ຕັ້ງ ​ແ​ລ​ະການກົດ​ຂີ່​ພວກຄັດຄ້ານ
ນັ້ນ ບໍ່​ແມ່ນ​ຫຍັງ​ໃໝ່ເລີຍ ສຳລັບ​ບັນດາ​ປະ​ເທດ​ຜະ​ເດັດ​ການ. ແຕ່​ລາຍງານ​ໃຫ້​ຂໍ້​ສັງ​ເກດ​ວ່າ
ອຳນາດ​ປົກຄອງທີ່ກົດ​ຂີ່​ຜະ​ເດັດ​ການ ໄດ້ດຳເນີນ​ການແບບ​ໜ້າດ້ານໆ ໄຮ້​ຢ່າງ​ອາຍ ​ແລະ​
ບໍ່ເອົາ​ຫົວຊາຕໍ່​ຫາງ​ສຽງ​ພາຍ​ນອກ. ລາຍ​ງາ​ນ​ໄດ້​ຍົກ​ຂຶ້ນມາ​ເປັນ​ໂຕ​ຢ່າງການສະ​ແດງ​ຄວາມ
ໂກດ​ແຄ້ນ ​ບໍ່ພໍ​ໃຈ​ຂອງ​ຈີນ​ ໃນ​ການ​ມອບ​ລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ​ໃຫ້​ແກ່​ນາຍ
Liu Xioabo ນັກ​ຄັດຄ້ານ​ລັດຖະບານ​ທີ່​ຖືກ​ຈຳ​ຄຸກ​ຢູ່​ໃນ​ເວລາ​ນີ້​ແລະ​ການ​ຕັດສິນໂທດ​ຈຳ​ຄຸກ
ອະດີດມະຫາ​ເສດ​ຖີນໍ້າມັນ ​ແລະຜູ້​ຕຳ​ໜິຕິຕຽນ​ວັງ​ເຄຣັມລິນ ທ່ານ Michail Khodor-
kovsky ​ໂດຍຣັດ​ເຊຍ​ນັ້ນ.

ນອກ​ນີ້ອົງການ Freedom House ຍັງ​ເວົ້າວ່າ ລາຍ​ງານ​ສະບັບ​ນີ້ຄວນ​ຈະເປັນ​ການ​ເຕືອນ​
ສຳລັບ​ບັນດາ​ປະ​ເທດ​ປະຊາທິປະ​ໄຕ​ໃນ​ໂລກໃຫ້​ດຳເນີນ​ການເພີ່ມ​ຕື່ມເພື່ອ​ຊຸກຍູ້ສົ່ງ​ເສີມ​ອິດສະ
ຫຼະພາບ​ນັ້ນ.

ທ່ານ Eliott Abrams ນັກ​ຊ່ຽວຊານ​ກ່ຽວ​ກັບ​ພາກ​ຕາ​ເວັນ​ອອກ​ກາງ​ທີ່​ສະພາວ່າ​ດ້ວຍ​ຄວາມ​
ສຳພັນ​ຕ່າງປະ​ເທດ ກ່າວ​ໃນ​ງານ​ດຽວ​ກັນ ທີ່ກຸງ​ວໍ​ຊິງ​ຕັນນັ້ນວ່າ ການ​ເອົາມາດຕະການ​ແບບ​
ເດັດຂາດ ​ຄື​ຄຳ​ຕອບ​.

"ການລົງໂທດຢ່າງໃດແດ່ ທີ່ຈະນໍາໃຊ້ຕໍ່ພວກຜະເດັດການ ທີ່ສັ່ງປິດໜັງສືພິມ
ຫລືຈັບກຸມພວກຄັດຄ້ານລັດຖະບານນັ້ນ​ໄດ້? ນັ້ນ​ແຫລະຄືຄໍາຖາມທີ່ແທ້ຈິງ. ບໍ່
ດັ່ງນັ້ນແລ້ວ ມັນກໍເປັນພຽງແຕ່ຄໍາເວົ້າຊື່ໆ ແລະໃນທີ່ສຸດແລ້ວ ພວກທີ່ຈະໄດ້
ຮັບການ​ລົງ​ໂທດ ກໍ​ຈະ​ເມີນ​ເສີຍ​ບໍ່​ເອົາ​ຫົວຊາຕໍ່​ຄໍາ​ເວົ້າເຫລົ່າ​ນັ້ນ."

ນອກ​ນັ້ນ​ແລ້ວ​ ທ່ານ​ Abrams ຍັງ​ເວົ້າວ່າ ລັດຖະບານ​ຂອງ​ປະທານ​າທິບໍດີ​ສະຫະລັດ​ທ່ານ
ບາຣັກ​ໂອ​ບາ​ມາ ​ແມ່ນ​ຍັງ​ອ່ອນ​ແອຢູ່ ​ກ່ຽວ​ກັບ​ເລື່ອງ​ນີ້.

ແຕ່​ທ່ານ Michael Posner ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ ​ເທດ​ຂອງສະ
ຫະລັດ ຮັບຜິດຊອບ​ກ່ຽວ​ກັບ​ເລື່ອງສິດທິ​ມະນຸດ ກ່າວ​ຕອບ​ວ່າ.

"ຂ້າພະເຈົ້າບໍ່ເຫັນພ້ອມນໍາ​ຄວາມ​ເຫັນ​ດັ່ງກ່າວ​ນັ້ນຫລາຍ. ຂ້າພະເຈົ້າຄິດວ່າ
ພວກເຮົາກໍາລັງທໍາການປຶກສາຫາລືກັນ ໃນຫຼາຍໆດ້ານກັບພວກລັດຖະບານ
ອື່ນໆຫຼາຍ​ຂຶ້ນ​ເລື້ອຍໆໂດຍ​ເຮັດໃຫ້ເປັນທີ່ແຈ້ງຂາວວ່າ ມີການເຊື່ອມໂຍງກັນ ລະຫວ່າງພາກປະຕິບັດຕົວຈິງຂອງພວກເຂົາ ວິທີ​ການປະຕິບັດຂອງພວກເຂົາ
ເຈົ້າໃນເລຶ່ອງສິດທິມະນຸດແລະປະຊາທິປະໄຕນັ້ນກັບຄວາມສາມາດຂອງພວກ
ເຂົາເຈົ້າ ​ໃນ​ການປະຕິບັດງານກັບພວກເຮົາໃນຖານະພັນທະມິດທີ່​ໃກ້ຊິດຫລື
ພາຄີປະ​ເທດນຶ່ງນັ້ນ."

ລາຍງານວ່າດ້ວຍ ອິດສະຫຼະພາບ ຂອງອົງການ Freedom House
ລາຍງານວ່າດ້ວຍ ອິດສະຫຼະພາບ ຂອງອົງການ Freedom House

ອົງການ Freedom House ຈັດ​ໃຫ້​ພາກ​ຕາ​ເວັນ​ອອກ​ກາງ​
ແລະ​ຂົງ​ເຂດອາ​ຟຣິກາ​ເໜືອເປັນເຂດ​ທີ່ມີ​ການ​ກົດ​ຂີ່​ປາບປາມ
ອິດສະຫຼະພາບ​ຮ້າຍ​ແຮງ​ທີ່ສຸດໃນ​ໂລກ ​ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ​
ໄດ້​ມີ​ກ່າວ​ຫາ​ກ່ຽວ​ກັບ​ການ​ສໍ້​ໂກງ​ຄະ​ແນນສຽງ​ໃນການ​ເລືອກ
ຕັ້ງຢູ່​ອີ​ຈິບ​ ແລະການ​ສືບ​ຕໍ່​ກົດ​ຂີ່​ພວກ​ຝ່າຍ​ຄ້ານ​ຢູ່​ອີຣ່ານ.

ສຳລັບ​ປະ​ເທດເມັກ​ຊິ​ໂກ​ໄດ້​ຫຼຸດລະດັບ​ຈາກ​ການ​ເປັນ​ປະ​ເທດ​ທີ່​ “ມີ​ເສລີ” ລົງມາ​ເປັນ​ “​ມີເສລີ
ບາງ​ສ່ວນ” ຍ້ອນ​ຄວາມ​ບໍ່ສາມາດ​ຂອງ​ລັດຖະ​ບານ ​ໃນກາ​ນຄວບ​ຄຸມ​ກະ​ແສ​ຟອງ​ຄວາມ​ຮຸນ​
ແຮງ ທີ່​ພົວພັນ​ກັບ​ການຢາ​ເສບ​ຕິດ.

ຢູ​ເຄຣນ ກໍ​ໄດ້​ຖືກ​ຫຼຸດລະດັບ​ລົງ​ມາ​ເປັນ​ປະ​ເທດທີ່​ “ມີ​ເສລີບາງ​ສ່ວນ” ຄື​ກັນ. ລາຍ​ງານ​ໄດ້​
ກ່າວອ້າງ​ເຖິງ​ສະພາບ​ທີ່​ຊຸດ​ໂຊມ​ລົງຂອງ​ອິດສະຫຼະພາບໃນ​ດ້ານ​ຂ່າວສານ ​ການ​ສໍ້​ໂກງ​ຄະ
ແນນ​ສຽງ​ໃນ​ການ​ເລືອກຕັ້ງຫຼາຍໆ​ກໍລະນີ​ ແລະ​ການ​ແຊກ​ແຊງ​ທາງ​ດ້ານ​ການ​ເມືອງຕໍ່​ລະ
ບົບ​ຕຸລາການ​ຂອງປະ​ເທດ.

ລາຍ​ງານ​ເວົ້າວ່າ ຮວມຢູ່​ບັນດາ​ປະ​ເທດ​ ທີ່​ອິດສະຫຼະພາບໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ ໃນ​ປີ​
ກາຍ​ນີ້ກໍ​ມີ Kyrgyzstan ​ແລະ Guinea ​ທີ່ໄດ້​ເລື່ອນ​ຖານະ​ຈາກ​ການ​ເປັນປະ​ເທດ​ທີ່ “ບໍ່​ມີ
ເສລີ” ຂຶ້ນມາ​ເປັນ “ມີ​ເສລີ​ບາງ​ສ່ວນ” ຫຼັງຈາກ​ປະ​ເທດ​ທັງສອງ​ ໄດ້​ຈັດການ​ເລືອກ​ຕັ້ງທີ່ສົມ​
ທຽບໄດ້​ວ່າ ຂ້ອນ​ຂ້າງ​ມີ​ເສ​ລີ​ແລະ​ຍຸຕິ​ທຳ.

ສຳລັບ ສປປ ລາວ​ແລ້ວ ລາຍ​ງານສະບັບ​ນີ້ໄດ້​ຈັດ​ໄວ້​ໃ​ນກຸ່ມປະ​ເທດ​ທີ່ “ບໍ່​ມີ​ເສລີ”.

ລາຍ​ງານ​ເວົ້າ​ວ່າ ນະ​ໂຍບາຍ​ຂອງ​ພັກຄອມ​ມິ​ວນິສລາວ ​ໃນ​ການ​ປົກ​ປັກຮັກສາການຄວບ​ຄຸມ
ຢ່າງ​ເຄັ່ງ​ຄັດ​ທາງ​ດ້ານການ​ເມືອງຂະນະ​ທີ່ທຳ​ການກະຕຸກ​ຊຸກຍູ້​ການ​ພັດທະນາ​ທາງ​ດ້ານ​ເສດ​
ຖະກິດ​ນັ້ນໄດ້​ດຳ​ເນີນ​ຢູ່​ຕໍ່​ມາ​ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ ​ແຕ່​ການ​ຂະຫຍາຍ​ໂຕຢ່າງ​ວ່ອງ​ໄວ
ຂອງ​ອຸດສາຫະກຳ​ຂັ້ນຕົ້ນ ​ແຕ່​ການຫຼັ່ງ​ໄຫຼ​ເຂົ້າ​ໄປ​ລາວ ​ຂອງ​ທຸລະກິດ​ແລ​ະພວກ​ຄົນ​ງານ​ຈີນ​
ຈຳນວນ​ຫຼາຍໆພັນໄດ້​ພາ​ໃຫ້​ປະຊາຊົນ​ບໍ່​ມີ​ຄວາມ​ພໍໃຈ​ເພີ່ມ​ຂຶ້ນນັບ​ມື້. ການ​ຢຶດ​ເອົາ​ດິນ​ດອນ
ຕອນ​ຫຍ້າ​ຂອງ​ພວກ​ພໍ່​ໄຮ່​ຊາວ​ສວນແລະ​ປະຊາ​ຄົມ​ຊົນ​ເຜົ່າ ​ໄປ​ໃຫ້​ທຸລະ​ກິດ​ການ​ກະ​ເສດ ​ທີ່​
ຕ່າງປະ​ເທດ​ເປັນ​ເຈົ້າຂອງນັ້ນ ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ເປັນ​ບັນຫາ​ໂດ​ຍສ​ະ​ເພາະ ຊຶ່ງ​ໃນ​ບາງ​ຄັ້ງ​
ໄດ້​ພາ​ໃຫ້​ເກີດ​ການ​ປະ​ທ້ວງ​ ແລະ​ຄວາມ​ຮຸນ​ແຮງ​ຂຶ້ນ. ລັດຖະບານ​ໄດ້​ສັ່ງ​ໃຫ້​ຢຸດ​ເຊົາ​ການ​ດຳ
ເນີນ​ການ​ດັ່ງກ່າວ​ ​ແຕ່​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ແລະ​ເຈົ້າໜ້າ​ທີ່ລະດັບ​ແຂວງສ່ວນ​ໃຫຍ່​ແລ້ວ​ບໍ່​
ໄດ້​ເອົາ​ຫົວຊາ ​ຕໍ່​ຄຳ​ສັ່ງ​ຂອງ​ລັດຖະບານ​ກາງ. ​ຍ້ອນ​ມີ​ການ​ສໍ້​ລາດ​ບັງ​ຫຼວງ​ ໃນ​ຂອບ​ເຂດ​ທີ່​
ກວ້າງຂວາງ​ແລະ​ການຂາດລະບົບຄຸ້ມ​ຄອງ​ດິນ​ທີ່​ໜ້າ​ເຊື່ອ​ຖື​ໄດ້ພວກ​ຕຳ​ໜິຕິຕຽນ​ກະ​ປະມານ
ວ່າ ​ໄດ້​ມີ​ການ​ໂອນຫຼື​ແຍກ​ດິນ​ໄວ້​ໃນ​ລະຫວ່າງ 2 ຫາ 3 ລ້ານ​ເຮັກຕາ​ໃຫ້​ພວກ​ນັກ​ລົງທຶນ​
ຕ່າງປະ​ເທດ​ເຊົ່ານັບ​ແຕ່​ໄດ້​ມີ​ການ​ອອກ​ຄຳ​ສັ່ງ​ຂອງ​ລັດຖະບານ​ໃນ​ປີ 2007 ​ເປັນຕົ້ນມາ.

ໃນ​ເດືອນ​ມິ​ຖຸນາປີ​ 2009 ສະຫະລັດ​ໄດ້​ລຶບ​ຊື່​ລາວ​ອອກ​ຈາກ​ບັນຊີ​ດຳ​ການຄ້າ ທີ່ໄດ້ເປັນ​ອຸບ
ປະສັກ​ຂັດຂວາງ​ບໍ່​ໃຫ້ພວກ​ບໍລິສັດ​ຂອງ​ສະຫະລັດ​ທີ່ເຂົ້າ​ໄປ​ເຮັດ​ ທຸລະ​ກິດ​ຢູ່​ລາວນັ້ນ​ ໄດ້ຮັບ​
ເງິນ​ກູ້​ຢືມທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາ​ກລັດຖະບານ. ການຕັດສິນ​ໃຈ​ທີ່​ວ່າ​ນີ້​ແມ່ນ​ອີງ​ຕາມ​ການ​
ຫັນປ່ຽນ​ໄປສູ່​ການ​ເປີດ​ກວ້າງ​ຕະຫຼາດຂອງລາວ ແຕ່​ພວກ​ຕຳ​ໜິຕິຕຽນ​ເວົ້າວ່າ ​ລັດຖະບານ
ລາວ​ບໍ່​ເອົາ​ຫົວຊາ​ຕໍ່ ຄວາມວິຕົກ​ກັງວົນ​ໃນ​ດ້ານ​ສິດທິ​ມະນຸດ. ນອກ​ນັ້ນ​ແລ້ວ​ ໃນ​ປີ​ 2009
ຜ່ານ​ມານີ້ ລາວຍັງ​ໄດ້ບັນລຸ​ການ​ຕົກລົງສະບັບ​ນຶ່ງ​ ກັບ​ອັງກິດ ທີ່​ອຳນວຍ​ໃຫ້​ມີ​ການຈັດ​ສົ່ງ
ຊາວ​ອັງກິດ 2 ຄົນ ​ທີ່​ປະ​ເຊີນ​ກັບ​ໂທດ​ຈຳ​ຄຸກ​ຕະຫຼອດຊີວິດ ​ໃນ​ຂໍ້ຫາຄ້າ​ຢ​າ​ເສບ​ຕິດ​ກັບ​ຄືນ​
ໄປ​ຮັບ​ໃຊ້​ໂທດ​ທີ່ອັງກິດ. ​ຄະດີ​ທັງ​ສອງ​ນີ້​ເຮັດ​ໃຫ້​ນາໆ​ຊາດມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ການ​ລົງ
ໂທດ​ຢ່າງ​ໜັກ​ຂອງ​ລາວ ໃນຄະດີ​ຢາ​ເສບຕິດ​ທີ່​ບໍ່​ຮຸນແຮງ. ການ​ລັກລອບ​ຄ້າ​ຢາເຮ​ໂຣອີນທີ່​
ໜັກ​ແຕ່ 500 ກຣາມຂຶ້ນ​ໄປ ຈ​ະ​ໄດ້​ຮັບ​ໂທດ​ປະຫານ​ຊີວິດ ​ແລະ​ນຶ່ງ​ໃນ​ຊາວ​ອັງກິດ​ທີ່​ຖືກ​ຈັບ
ແມ່ນ​ມີ​ຢາ​ເສບຕິດ ​ຢູ່​ໃນ​ຄວາມ​ຄອບ​ຄອງ 680 ກຣາມ ​ແຕ່​ນາງ​ໄດ້​ລອດ​ພົ້ນ ຈາກ​ໂທດ​ປະ
ຫານ​ຊີວິດ​ຫຼັງຈາກ​ນາງ​ໄດ້​ຖືພາ​ມານພາຍ​ໃຕ້​ສະພາບ​ທີ່​ຍັງ​ບໍ່​ຈະ​ແຈ້ງ​ ໃນ​ຂະນະ​ທີ່ຖືກ​ຄຸມ​ຂັງ​
ຢູ່​ໃນ​ຄຸກ.

XS
SM
MD
LG