ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອາຫານໂລກ ຮຽກຮ້ອງ​ໃຫ້​ສ້າງ​ເສັ້ນທາງ ເພື່ອມະນຸດສະທຳ ສຳ​ລັບແ​ຫຼມກາຊາ


ຜູ້ຊາຍປາແລສໄຕນ໌ຄົນນຶ່ງ ເກັບເອົາສິ່ງຂອງລາວ ຈາກຊາກຫັກພັງທີ່ອິສຣາແອລ ໂຈມຕີທາງອາກາດໃສ່ເມືອງກາຊາ ວັນທີ 10 ຕຸລາ 2023
ຜູ້ຊາຍປາແລສໄຕນ໌ຄົນນຶ່ງ ເກັບເອົາສິ່ງຂອງລາວ ຈາກຊາກຫັກພັງທີ່ອິສຣາແອລ ໂຈມຕີທາງອາກາດໃສ່ເມືອງກາຊາ ວັນທີ 10 ຕຸລາ 2023

ອົງການອາຫານໂລກ​ຫຼື WFP ໄດ້ຮຽກຮ້ອງໃນວັນອັງຄານວານນີ້ ເພື່ອຈັດຕັ້ງເສັ້ນທາງມະນຸດສະທຳເຂົ້າໄປຫາແຫຼ​ມກາຊາ ແລະໄດ້ຮ້ອງຂໍໃຫ້​ມີ​ການ​ສົ່ງ​ພະ​ນັກ​ງານ ແລະການຊ່ວຍເຫລືອທີ່ສຳຄັນ ເຂົ້າ​ໄປ​ຢ່າງ​ປອດ​ໄພ.

ຢູ່ໃນຖະແຫລງການ ອົງ​ການ WFP ໄດ້ກ່າວວ່າຕົນໄດ້ເລີ້ມການປະຕິບັດງານສຸກເສີນ ເພື່ອໃຫ້ການຊ່ວເຫລືອ ອາຫານ ນໍ້າ ແລະເຄື່ອງ​ໃຊ້ທີ່​ຈຳ​ເປັນ.

ອົງການອາຫານ​ໂລກ​ຍັງກ່າວວ່າ ຕົນໄດ້ບໍລິຈາກອາຫານຕ່າງໆ ທີ່ໄດ້ກິນໄດ້ໂລດໃຫ້ແກ່ 73,000 ຄົນແກ່ບັນດາຜູ້ທີ່ບໍ່ມີທີ່ຢູ່ອາໄສໃນເຂດກາຊາ. ​ອົງ​ການ WPF ກ່າວວ່າ ຕົນມີຄວາມເປັນຫ່ວງກ່ຽວກັບອາຫານທີ່ມີຢູ່ໃນຮ້ານຄ້າທ້ອງຖິ່ນຕ່າງໆນັ້ນ ໃນຂະນະທີ່ອາ​ຫານເລີ້ມຈະໝົດລົງ ຫລັງຈາກອິສຣາແອລ ໄດ້ປະ ກາດການປິດ​ລ້ອມທັງໝົດ​ຕໍ່ດິນແດນປາແລັສໄຕນ໌ ໃນວັນຈັນທີ່ຜ່ານມາ. ອິສຣາແອລກ່າວວ່າ ​ຕົນໄດ້ຕອບໂຕ້ ຕໍ່ການໂຈມຕີທີ່ຮ້າຍແຮງຂອງກຸ່ມຮາມາສໃນວັນເສົາແລ້ວນີ້.

ຊາຍແດນທັງໝົດ ແລະດ່ານກວດຕ່າງໆ ລະຫວ່າງ​ເຂດກາຊາແລະອິສຣາແອລ ໄດ້ປິດລົງ ຊຶ່ງ​ອົງ​ການ WFP ກ່າວວ່າ ຈະ​ເຮັດ​ໃຫ້ວິກິດການ ​ຊຸດ​ໂຊມ​ລົງ​ຕື່ມ ໃນຂະນະທີ່ປ້ອງກັນບໍ່​ໃຫ້​ມີການຊ່ວຍເຫລືອສົ່ງເຂົ້າໄ​ປ​ໃນ​ເຂດ​ດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG