ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນອາຫານໂລກ


ຫົວໜ້າອົງການອາຫານແລະກະເສດຂອງສະຫະປະຊາຊາດ ທ່ານ Jacques Diouf (ຂວາ)
ຫົວໜ້າອົງການອາຫານແລະກະເສດຂອງສະຫະປະຊາຊາດ ທ່ານ Jacques Diouf (ຂວາ)

ວັນເສົາມື້ນີ້ເປັນວັນອາຫານໂລກ. ທ່ານ Jacques Diouf ຫົວໜ້າອົງການອາຫານແລະ
ກະເສດ ຂອງສະຫະປະຊາຊາດ ຫຼື FAO ກ່າວວ່າ ມີເກືອບ 1 ພັນລ້ານຄົນ ດຳລົງຊີວິດ
ດ້ວຍຄວາມອຶດຢາກ ແລະຂາດແຄນອາຫານ ຢ່າງຕໍ່ເນື່ອງ.

ເນື່ອງໃນໂອກາດພິທີສະຫຼອງວັນອາຫານໂລກທີ່ສຳນັກງານໃຫຍ່ຂອງອົງການ FAO ທີ່
ກຸງໂຣມໃນວັນສຸກວານນີ້ ທ່ານ Diouf ເວົ້າວ່າ ການຜະລິດອາຫານຈຳເປັນຈະຕ້ອງໄດ້
ເພີ້ມຂຶ້ນ 70% ເພື່ອສະໜອງຕອບຄວາມຕ້ອງການຂອງພວກທີ່ອຶດຢາກ.

ປະທານາທິບໍດີ Paul Kagame ແຫ່ງຣວັນດາກ່າວວ່າ ມັນເປັນສິ່ງທີ່ຮັບເອົາບໍ່ໄດ້ ທີ່ຜູ້ຄົນ ໃນຈຳນວນນັບບໍ່ຖ້ວນຕ້ອງມາຕາຍຍ້ອນຄວາມອຶດຢາກແລະພະຍາດທີ່ກ່ຽວຂ້ອງ ໃນຂະນະທີ່ ພວມມີຄວາມອຸດົມຮັ່ງມີ ແລະຄວາມກ້າວໜ້າ ແບບບໍ່ເຄີຍມີມາກ່ອນ ໃນດ້ານວິທະຍາສາດ ແລະເທັກໂລໂລຈີ ການກະເສດ.

ລາຍງານຂອງອົງການ FAO ເມື່ອໄວໆມານີ້ແຈ້ງວ່າ ມີ 22 ປະເທດ ກຳລັງປະເຊີນກັບ ຄວາມອຶດຢາກ ຢ່າງຕໍ່ເນື່ອງ ມາເປັນເວລາດົນນານ.

ໃນລາຍງານປະຈໍາປີ 2010 ນັ້ນ ອົງການ FAO ເວົ້າວ່າ ການຊ່ອຍເຫຼືອຕໍ່ບັນດາປະເທດ
ເຫຼົ່ານີ້ ຈຳເປັນຕ້ອງໄດ້ຫັນປ່ຽນໃໝ່ ໄປໃສ່ການແກ້ໄຂໄລຍະຍາວ ທີ່ແນໃສ່ເພື່ອປັບປຸງ
ຄວາມສາມາດ ໃນດ້ານການຜະລິດອາຫານ.

XS
SM
MD
LG