ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ IMF ປະຊຸມກັນ ເປັນມື້ທີ 2 ທີ່ກຸງວໍຊິງຕັນ (ເບິ່ງວີດີໂອ)


Christine Lagarde ຜູ້ອຳນວຍການອົງການກອງທຶນສາກົນ IMF
Christine Lagarde ຜູ້ອຳນວຍການອົງການກອງທຶນສາກົນ IMF

ບັນດາ​ລັດຖະມົນຕີ​ການ​ເງິນ​ຈາກ 20 ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກພວມ​ເຈ
ລະຈາ​ຫາລື​ກັນ​ເປັນ​ມື້ທີ​ສອງໃນ​ວັນ​ສຸກ​ມື້ນີ້ ທີ່​ກຸງ​ວໍ​ຊິງຕັນ ​ໂດ​ຍມີ​ທ່າ​ທາງ​ວ່າ​ວິ​ກິດ​ການ​ໜີ້
ສິນ​ຂອງ​ຢູ​ໂຣບ ຈະເປັນ​ຫົວ​ຂໍ້​ຄອບ​ງຳການ​ສົນທະນາ​ຫາລື​ດັ່ງກ່າວ.

ອົງການ​ກອງ​ທືນສາກົນ ຫຼື IMF ກໍາລັງ​ຊອກຫາ​ເງິນ​ຕື່ມ​ອີກ 400 ພັນ​ລ້ານ​ໂດ​ລາ​ຈາກ
ບັນດດາ​ປະ​ເທດສະມາຊິກເພື່ອເສີມ​ຂະຫຍາຍ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນເສດຖະກິດ
ຂອງ​ໂລກຈາກວິ​ກິດ​ການ​ໜີ້​ສີນໃນ​ເຂດ​ໃຊ້​ເງິນຢູ​ໂຣ.

ອົງການ IMF ​ໄດ້​ຮັບ​ເງິນ​ຈໍານວນ 320 ພັນລ້ານ​ໂດ​ລາ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ຈາ​ກການ
ໃຫ້​ຄຳ​ໝັ້ນສັນຍາ​ຂອງ​ປະ​ເທດ​ຕ່າງໆ​ແລະ​ລັດຖະມົນຕີ​ການ​ເງິນຍີ່​ປຸ່ນທ່າ​ນ Jun Azumi ​
ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນວັນ​ພະຫັດວານ​ນີ້​ວ່າ ມັນເປັນ​ໄປໄດ້ສູງ ​ທີ່​ອົງການ​ດັ່ງກ່າວ ​
ຈະ​ບັນລຸ​ເປົ້າ​ໝາຍທີ່​ໄດ້​ວາງ​ໄວ້.

ຜູ້​ອໍານວຍ​ການບໍລິຫາ​ນຂອງ​ອົງການ IMF ທ່ານນາງ Christine Lagarde ​ໃຫ້ການ
ຢືນຢັນ​ກ່ຽວ​ກັບ​ຄຳ​ຖະ​ແຫຼງຂອງ​ທ່ານ Azumi ​ໂດຍກ່າວ​ວ່າ​ ທ່ານ​ນາງຫວັງວ່າ ​ຈະ​ໄດ້​
ຮັບ​ການ​ໃຫ້​ຄຳ​ໝັ້ນສັນຍາເພີ້​ມ​ເຕີມ​ອີກຈາກສະມາຊິກ 188 ປະ​ເທດຂອງອົງການ IMF ​
ໃນບໍ່​ເທົ່າໃດ​ມື້​ຕໍ່​ໜ້ານີ້.

ແຕ່ມາ​ຮອດ​ປັດຈຸບັນ​ນີ້ ຍັງ​ບໍ່​ທັນ​ມີ​ການ​ໃຫ້​ຄຳ​ໝັ້ນສັນຍາ​ ຈາກ​ປະ​ເທດທີ່​ຖື​ຮຸ້ນ​ລາຍ​ໃຫຍ່​
ທີ່​ສຸດຂອງ​ອົງການ IMF ນັ້ນກໍ​ຄື​ສະຫະລັດ. ວໍ​ຊິງ​ຕັນ​ໄດ້​ແຍກ​ເງິນ​ກ້ອນ​ນຶ່ງ​ມູນ​ຄ່າ 171
ພັນ​ລ້ານ​ໂດ​ລາ​ໄວ້ ເພື່ອ​ໃຫ້ການກູ້​ຢືມ​ແກ່​ກອງ​ທຶນແຕ່​ຍັງ​ບໍ່​ທັນ​ໃຫ້​ສັດຕະຍາບັນ​ຕໍ່​ຄວາມ
ໝາຍໝັ້ນສຳຫຼັບ ປີ 2010 ທີ່​ຈະ​ເພີ້ມຂຶ້ນກອງ​ທຶນ​ຂຶ້ນ 60 ພັນ​ລ້ານ​ໂດ​ລາ​ແລະ​ຂໍ້​ຕົກລົງ ​
ດັ່ງກ່າວ​ບໍ່​ມີ​ທ່າ​ທາງ​ວ່າ ​ຈະ​ມີ​ຂື້ນ​ໃນ​ປີ​ການ​ເລືອກ​ຕັ້ງນີ້.

ທ່ານ​ນາງ Lagarde ກ່າວ​ວ່າ ສະຫະລັດ ​ໄດ້​ເລີ້ມຟື້ນ​ໂຕ​ຄືນ​ຈາກ​ສະ ພາບເສດຖະກິດ​
ທີ່ຊ້າ​ລົງຂອງ​ໂລກ ​ແລະ​ເຕືອນ​ກ່ຽວ​ກັບໄພ​ຂົ່ມຂູ່ໃໝ່ຕໍ່ເສດຖະກິດ​ໂລກ ທີ່​ອາດ​ຈະ​ສ້າງ​ບັນ
ຫາ​ໃຫ້​ແກ່ເສດຖະກິດ​ຂອງສະຫະລັດນັ້ນ.

ທານ​ນາ​ງກ່າວ​ວ່າ ຄວາມ​ສ່ຽງ​ຕ່າງໆ​ແມ່ນຮວມ​ທັງອັດຕາການ​ຫວ່າງ​ງານ​ສູງ ​ຢູ່​ໃນ​ທົ່ວ
ໂລກ ຄວາມ​ເຄັ່ງ​ຕຶງດ້ານ​ເສດຖະກິດ​ຮອບ​ໃໝ່ ຢູ່​ໃນ​ໂຣບສຳລັບບັນດາປະ​ເທດ​ທີ່ຍັງມີ​
ໜີ້​ສີນ​ຢ່າງໜັກອື່ນໆແລະການ​ແກ່ຍາວ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແບບ​ຊັກ​ຊ້າ.

XS
SM
MD
LG