ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງ​ທຶນ​ສາກົນ​: ເສດຖະກິດ​ໂລກ ຈະ​ສືບຕໍ່ຂະຫຍາຍ​ໂຕ​ດີ ​ໃນ​ສອງ​ປີ​ຂ້າງໜ້າ ​ແຕ່ກໍຈະຊັກຊ້າລົງ ຫລັງຈາກນັ້ນໄປ


ກອງປະຊຸມກ່ຽວກັບພາບພົດຂອງ​ເສດຖະກິດ​ໂລກ ຈັດຂຶນໂດຍ​ກອງ​ທຶນ​ສາກົນ​ ຫລື IMF (ຖ່າຍພາບໂດຍ Eva Mazrieva, ນັກຂ່າວ VOA)
ກອງປະຊຸມກ່ຽວກັບພາບພົດຂອງ​ເສດຖະກິດ​ໂລກ ຈັດຂຶນໂດຍ​ກອງ​ທຶນ​ສາກົນ​ ຫລື IMF (ຖ່າຍພາບໂດຍ Eva Mazrieva, ນັກຂ່າວ VOA)

ພວກ​ນັກ​ຊ່ຽວຊານ​ຂອງ​ກອງ​ທຶນ​ສາກົນ​ ຫລື IMF ເວົ້າວ່າ ​ເສດຖະກິດ​ໂລກ ຈະ​ສືບ
ຕໍ່ຂະຫຍາຍ​ໂຕ​ດີຂຶ້ນ ​ໃນ​ສອງ​ປີ​ຂ້າງໜ້ານີ້ ​ແຕ່​ກໍຄາດວ່າ ການ​ຂະຫຍາຍ​ໂຕດັ່ງກ່າວ
​ຈະ​ຊັກ​ຊ້າ​ລົງ ຫລັງປີ 2020 ​ເປັນຕົ້ນ​ໄປ.

ຜູ້​ອໍານວຍ​ການ​ດ້ານ​ການຄົ້ນຄວ້າຂອງ​ອົງການ IMF ທ່ານ​ໂມຣິສ ອັອສທ໌​ແຟລດ໌ (Maurice Obstfeld) ​ເວົ້າ ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ການ​ທີ່​ສະພາບການ​ຄ້າ​
ຫລຸດລົງອາດ​ຈະ​ເຮັດ​ໃຫ້ການ​ຂະຫຍາຍ​ໂຕຂອງ​ເສດຖະກິດ​ໄດ້​ຮັບ​ຜົນ​ກະທົບ ​ແລະ
ເວົ້າວ່າ "​ໄດ້​ມີ​ການຍິງ​ກັນບັ້ນທໍາ​ອິດ ໃນ​ສົງຄາມ​ການ​ຄ້າ ທີ່​ອາດ​ເກີດ​ຂຶ້ນນັ້ນ​ແລ້ວ."
ທ່ານ​ໄດ້​ລຶ້ມຄໍາ​ເຕືອນ ​ກ່ຽວກັບ​ລະບຽບສາກົນຄືນວ່າ ການ​ຂະຫຍາຍ​ໂຕ ຂອງ​ເສດ
ຖະກິດ ທີ່​ໄດ້​ຮັບການ​ເອື້ອອໍານວຍ​ “ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ” ຫລັງ​ສົງຄາມ​ໂລກ​ຄັ້ງທີ
2 ນັ້ນ ກໍ​າລັງຖືກ​ໄພ​ຂົ່ມຂູ່​ວ່າ “ຈະແຕກ​ສະຫລາຍ​ລົງ."

ພວກນັກເສດຖະສາດ​ເປັນ​ຫ່ວງວ່າ ຄວາມ​ພະຍາຍາມ​ຂອງລັດຖະບານທ່ານ​ທຣໍາ​ທີ່ຈະ
​ເກັບ​ພາສີ​ຂາ​ເຂົ້າຕໍ່ຈີນ ​ແລະ​ປະ​ເທດຄູ່​ການຄ້າອື່ນໆອີກນັ້ນ ​ໄດ້​ເຮັດ​ໃຫ້​ເກີດ​ການຕອບ
​ໂຕ້​ຄືນ ດ້ວຍ​ການເກັບ​ພາສີ ຕໍ່ສິນຄ້າ​ທີ່​ຜະລິດ​ຈາກ​ສະຫະລັດ​ຊຶ່ງພາ​ໃຫ້ການ​ຄ້າມີຄ່າ​
ໃຊ້​ຈ່າຍ​ສູງ​ຂຶ້ນ ແລະ​ເຮັດ​ໃຫ້​ຄວາມ​ຕ້ອງການ​ສິນຄ້າ​ຢູ່​ໃນ​ທ້ອງຕະຫລາດ ​ໄດ້​ຮັບ​ຜົນ​ກະ
ທົບ, ການ​ຂະຫຍາຍ​ໂຕ​ຂອງເສດຖະກິດຝືດ​ເຄືອງ. ​ແຕ່​ວ່າ​ຄະນະ​ລັດຖະບານ​ດັ່ງກ່າວ
​ບໍ່​ເຫັນ​ພ້ອມ​ ກັບ​ຄໍາ​ຄິດ​ເຫັນ​ນີ້ ​ແລະ​ຢືນ​ຢັດ​ວ່າ ນະ​ໂຍບາຍ​ດ້ານ​ການ​ຄ້າແລະ​ພາສີ​ຂອງ
ພວກເຂົາເຈົ້າ ຈະ​ເຮັດ​ໃຫ້ເສດຖະກິດຂະຫຍາຍ​ໂຕຂຶ້ນ ​ແລະ​ຈະຢັບຢັ້ງ​ບໍ່​ໃຫ້​ມີ​ການຂາດ​
ດຸນ​ການ​ຄ້າ ​ເພີ້ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG