ເສດຖະກິດຂອງຈີນ ທີ່ມີການຕິດຕາມເບິ່ງຢ່າງໃກ້ຊິດ ໄດ້
ເຕີບໂຕຂຶ້ນໃນອັດຕາທີ່ຫຼຸດລົງ ແຕ່ກໍຍັງສູງຢູ່ ໃນໄຕຣມາດ ລ່າສຸດ ທີ່ຫາກໍຜ່ານມານີ້.
ລາຍງານຂອງລັດຖະບານທີ່ນຳອອກເຜີຍແຜ່ໃນວັນພະຫັດ
ມື້ນີ້ມີຂຶ້ນ 2 ມື້ຫຼັງຈາກທະນາຄານກາງຂອງຈີນໄດ້ຂຶ້ນອັດ
ຕາດອກເບ້ຍເປັນເທື່ອທຳອິດໃນຮອບສາມປີໃນຄວາມພະ
ຍາຍາມເພື່ອບໍ່ໃຫ້ເງິນເຟີ້ຂະຫຍາຍໂຕໄວຂຶ້ນແລະປ້ອງກັນ
ບໍ່ໃຫ້ເກີດສະພາບຊັບສິນຟອງສະບູ່. ລາຍງານເວົ້າວ່າເສດ
ຖະກິດຂອງຈີນໄດ້ຂະຫຍາຍໂຕໃນອັດຕາ 9.6% ຕໍ່ປີໃນ
ເດືອນກໍລະກົດ ສິງຫາແລະກັນຍາຜ່ານມາ.
ອັດຕາດັ່ງກ່າວໄດ້ຫຼຸດລົງເມື່ອສົມທຽບໃສ່ 10.3% ແລະ
11.9% ໃນໄລຍະສອງໄຕຣມາດກ່ອນ ແຕ່ກໍຍັງດີກວ່າ
ທີ່ພວກນັກວິເຄາະຄາດຄິດໄວ້. ໂຄສົກຄົນນຶ່ງຂອງລັດຖະ
ບານຈີນກ່າວຕໍ່ພວກນັກຂ່າວວ່າ ແຮງຂັບດັນໃນການພັດ
ທະນາເສດຖະກິດເປັນຢ່າງດີນັ້ນ ແມ່ນໄດ້ຮັບການເສີມຂະຫຍາຍຕື່ມ.
ນອກນັ້ນລັດຖະບານຈີນຍັງລາຍງານວ່າອັດຕາເງິນເຟີ້ໄດ້ຖີບໂຕຂຶ້ນໜ້ອຍນຶ່ງຄືລາຄາສິນຄ້າ
ໄດ້ເພີ້ມຂຶ້ນ 3.6% ຕໍ່ປີໃນເດືອນກັນຍາຜ່ານມາ ຊຶ່ງໄດ້ເພີ້ມຂຶ້ນຈາກ 3.5% ໃນເດືອນ
ສິງຫາ.