ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຄາຮຸ້ນໃນເອເຊຍ ພຸ້ງຕົວຂຶ້ນສູງ ໃນວັນພະຫັດ ມື້ນີ້


ນັກຄ້າເງິນຕາ ໃນຕະຫລາດຮຸ້ນຂອງເກົາຫລີ ຍ່າງຜ່ານຈໍສະແດງດັດສະນີຮຸ້ນ ຂອງບໍລິສັດ Kospi ຢູ່ຕະຫລາດຮຸ້ນ ໃນກຸງໂຊນຂອງເກົາຫລີໃຕ້ ໃນຂະນະທີ່ ຕະຫລາດຮຸ້ນໃນເອເຊຍໄດ້ພຸ້ງຂຶ້ນໃນວັນພະຫັດ ທີ 1 ທັນວາ ມື້ນີ້ (AP Photo/Ahn Young-joon)
ນັກຄ້າເງິນຕາ ໃນຕະຫລາດຮຸ້ນຂອງເກົາຫລີ ຍ່າງຜ່ານຈໍສະແດງດັດສະນີຮຸ້ນ ຂອງບໍລິສັດ Kospi ຢູ່ຕະຫລາດຮຸ້ນ ໃນກຸງໂຊນຂອງເກົາຫລີໃຕ້ ໃນຂະນະທີ່ ຕະຫລາດຮຸ້ນໃນເອເຊຍໄດ້ພຸ້ງຂຶ້ນໃນວັນພະຫັດ ທີ 1 ທັນວາ ມື້ນີ້ (AP Photo/Ahn Young-joon)

ຕະຫລາດຮຸ້ນ​ໃນ​ເອ​ເຊຍ​ໄດ້​ພຸ້ງ​ຂຶ້ນ​ ໃນວັນ​ພະຫັດ​ມື້ນີ້ ສືບຕໍ່ການຖີບໂຕສູງຂຶ້ນຂອງຕະຫຼາດ ຄ້າຮຸ້ນຢູ່ໃນທົ່ວໂລກຫຼັງຈາກທະນາຄານກາງ​ໃຫຍ່ໆຂອງ​ໂລກ ​ໄດ້​ເອົາ​ບາດກ້າວທີ່​ມີ​ການ
ປະສານ​ງານ​ກັນ​ເຂົ້າ​ຊ່ວຍສະໜັບສະໜູນ​ເສດຖະກິດຂອງ​ຢູ​ໂຣບທີ່​ມີ​ບັນຫາ​ຢູ່​ນັ້ນ.

ດັດ​ສະ​ນີຮຸ້ນ​ໃນ​ຕະຫລາດຮຸ້ນນີິເກ​ຂອງຍີ່ປຸ່ນ​ໂດຍ​ສະ​ເລ່ຍ​ມີຄ່າສູງຂຶ້ນ​ເກືອບຮອດ 2% ​ໃນ
ຕອນປິດຕະຫຼາດ ຂະນະ​ທີ່ດັດ​ສະ​ນີຮຸ້ນຮາງເຊັງຂອງຮົງກົງ ​ໄດ້​ຖີບ​ຕົວສູງ​ຂຶ້ນຫຼາຍ​ກວ່າ
5,5%. ​ລາ​ຄາຮຸ້ນ​ເຫລົ່ານີ້ໄດ້​ມີຄ່າສູງຂຶ້ນຫຼັງ ຈາກຮຸ້ນໄດ້ຖີບໂຕສູງຂຶ້ນ​ກວ່າ 3% ​ໃນ​ວັນ​ພຸດ​
ວານ​ນີ້ ທີ່​ຕະຫລາດຊີ້ຂາຍ​ຮຸ້ນໃຫຍ່​ໆ ​ໃນ​ນະຄອນ​ນີວຢອກ, ລອນ​ດອນ, ປາຣີສ ​ແລະ
ແຟຣັງເຟີຣດ.

ພວກ​ນັກວິ​ເຄາະເຫດການເວົ້າວ່າ ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ກາງຫົກ​ປະ​ເທດ ໃນ
ວັນ​ພຸດ​ວານ​ນີ້ ​ເຮັດ​ໃຫ້​ບັນດາ​ສະ​ຖາ​ບັນ​ການ​ເງິນ​ຕ່າງໆ ກູ້​ຢື​ມ​ເງິນ​ເປັນໂດ​ລານັັ້ນຖືກ​ກວ່າ
ເກົ່າ ​ຊຶ່ງເຮັດ​ໃຫ້​ຢູ​ໂຣບມີ​ເວລາ​ຫລາຍ​ກວ່າ​ເກົ່າ​ໃນ​ການ​ຊອກ​ຫາ​ທາງ​ແກ້​ໄຂ​ວິ​ກິດ​ການ​ທາງ​
ເສດຖະກິດ​ຂອງ​ຕົນ.

ພວກ​ນັກວິ​ເຄາະ​ຍັງ​ເວົ້າອີກ​ວ່າ ການເຄື່ອນ​ໄຫວ​ດັ່ງກ່າວ​ ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມເອົາຈິງ
ເອົາ​ຈັງຕໍ່ສະພາບ​ການໃນຢູ​ໂຣບ ​ແຕ່​ວ່າ​ມັນ ກໍ​ບໍ່​ໄດ້​ແກ້​ໄຂ​ກົກ​ເຄົ້າຂອງບັນຫາ​ທີ່​ມີ​ຢູ່ນັ້ນ.

ຄວາມ​ກັງວົນ​ຕໍ່ການ​ຢູ່​ລອດ​ຂອງ​ຕະກຸນ​ເງິນ​ຢູ​ໂຣ ​ແລະວິ​ກິດ​ການໜີ້ສິນຂອງ​ທະວີບ​ດັ່ງກ່າວ
ທີ່​ມີ​ມາ​ໄດ້​ສອງ​ປີນັ້ນ ​ໄດ້​ສົ່ງ​ສັນຍານ​ໃຫ້​ຕະຫລາດ​ຮຸ້ນໂລກ​ປັ່ນ​ປ່ວນ​ຂຶ້ນໆລົງໆ ຢ່າງ​ວ່ອງ​ໄວ
ເປັນ​ເວລາ​ຫລາຍ​ອາທິດ​ແລ້ວ.

XS
SM
MD
LG