ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕະຫລາດຮຸ້ນຂອງໂລກ ຕົກລາຄາຢ່າງໃຫຍ່


ພວກຜູ້ນຳໂລກພົບປະກັນທ່ີກອງປະຊຸມforum ກ່ຽວກັບເສດຖະກິດໂລກທ່ີໂດຮາ ວັນທີ 30 ພຶດສະພາ
ພວກຜູ້ນຳໂລກພົບປະກັນທ່ີກອງປະຊຸມforum ກ່ຽວກັບເສດຖະກິດໂລກທ່ີໂດຮາ ວັນທີ 30 ພຶດສະພາ

ຮຸ້ນ​ສຳຄັນໆໃນ​ຕະຫລາດ​ໂລກ​ຕົກ​ລາຄາ​ຢ່າງ​ຫລວງຫລາຍ​ໃນ​ວັນ​ຈັນມື້​ນີ້ ​ໃນ​ຂະນະ​ທ່ີ​ພວກ​ຕະຫລາດ​ໂລກ​ສະ​ແດງ​ຄວາມ​ຢ້ານ​ກົວ​
ອອກ​ມາ​ອີກ​ເທື່ອໃໝ່ ກ່ຽວ​ກັບ​ວິ​ກິດ​ການໜີ້​ສິນຂອງ​ຢູ​ໂຣບ​ແລະ​ຄວາມ​ຜິດຫວັງ​ນຳ​ ຂໍ້​ມູນກ່ຽວ​ກັບອັດຕາການ​ຫວ່າງ​ງານ​ໃນ
ສະຫະລັດ​.

ລາຄາ​ນ້ຳມັນ​ກໍ​ໄດ້​ຮັບ​ຜົນ​ກະທົບ​ເຊັ່ນ​ກັນ ​ໂດຍ​ຫລຸດ​ລົງ​ມາ​ ເປັນ​ຖັງ​ນຶ່ງ ຕ່ຳ​ກ່ວາ 70 ດອນ​ລາໜ້ອຍ​ນື່ງ ​ໃນ​ຂະນະ​ດຽວ​ກັນ
ເງິນ​ຢູ​ໂຣ ຊຶ່ງ​ເປັ​ນ ​ເງິນຕາ​ຕະກູ​ນດຽວໃນ​ຢູ​ໂຣບ ​ໄດ້​ຕົກ​ລາຄາ​ຕ່ຳສຸດ​ໃນ​ຮອບ 4 ປີ ​ໃນ​ການແລກ​ປ່ຽນ​ກັບ​ເງິນດອນ​ລາ​ສະຫະລັດ.

ການ​ເສດຖະກິດ​ຂອງ​ພວກ​ປະ​ເທດ​ໃນ​ຢູ​ໂຣບກຳລັງ​ສະ​ແດງ​ຮ່ອງຮອຍ ເພ່ີມ​ຂຶ້ນ ​ວ່າ​ຕົກ​ຢູ່​ໃນ​ສະພາບ​ຝືດ​ເຄືອງ. ທ່ີ Hungary
ບັນດາ​ເຈົ້າ​ໜ້າ​ ທີ່ກ່າວ​ວ່າ ປະ​ເທດ​ຂອງ​ເຂົາ​ເຈົ້າ​ອາດ​ຈະ​ປະ​ເຊີນ​ກັບ​ວິ​ກິດ​ການ​ໜີ້​ສິນ​ແບບ​ດຽວ​ກັນ​ກັບປະ​ເທດ Greece ກໍ​ໄດ້
ແລະ​ຄາດ​ວ່າ​ນາຍົກລັດຖະ ມຸນຕີ​ອັງກິດ​ທ່ານ David Cameron ຈະ​ປະກາດ​ໃຫ້​ຮູ້​ເຖິງ​ຄວາມ​ຈຳ​ເປັນ​ ທ່ີ​ຈະຕ້ອງ​ຕັດ​ການໃຊ້​ຈ່າຍ
ຂອງ​ລັດຖະບານ​ລົງ​ຢ່າງ​ຫລວງຫລາຍ ​ເພື່ອ​ຫລຸດ​ຜ່ອນ​ການ​ຂາດດູນ​ງົບປະມານ​. ສຳນັກນາຍົກລັດຖະມຸນຕີອັງ ກິດກ່າວ​ວ່າ
ໃນ​ຄຳ​ປາ​ໄສ​ໃນ​ຕອນ​ແລງ​ວັນ​ຈັນ​ມື້​ນີ້ ທ່ານ Cameron ຈະ​ກ່າວ​ວ່າ ລະດັບ​ຂອງ​ບັນຫາ​ການຂາດດຸນ​ງົບປະມານ​ແມ່ນ​ຮ້າຍແຮງ
ກວ່າ​ທ່ີ​ໄດ້​ເຊື່ອ​ກັນ​ມາ​ກ່ອນ ​ແລະ​ວ່າ ການ​ຕັດ​ງົບປະມານ​ທ່ີ​ຈຳ​ເປັນ​ເຫລົ່ານັ້ນ ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ໝົດ​ທຸກ​ຄົນ​ໃນ​ປະ​ເທດ.

ສະຖິຕິ​ການ​ຫວ່າງ​ງານ​ຂອງ​ສະຫະລັດ ​ທ່ີ​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ສຸກ​ຜ່ານ​ມາ ​ໄດ້​ເຮັດ​ຜູ້​ຄົນ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນວ່າ ການ
ຟື້ນ​ໂຕ​ຄືນ​ຂອງ​ເສດ ຖະກິດ​ສະຫະລັດ ຊຶ່ງ​ເປັນ​ເສດຖະກິດ​ໃຫຍ່​ທ່ີ​ສຸດ​ຂອງ​ໂລກນັ້ນ ບໍ່ແຂງ ​ແຮງ​ ​ເທົ່າທ່ີ​ຜູ້​ຄົນ​ເຊື່ອ​ຖື​ກັນ.

XS
SM
MD
LG