ບັນດານັກຊ່ຽວຊານທີ່ທະນາຄານໂລກໄດ້ອອກການປະເມິນທີ່ມືດມົນກ່ຽວກັບໂອກາດໃນ
ການເຕີບໂຕຂອງເສດຖະກິດໂລກ ແລະກ່າວວ່າ ຖ້າການເຕີບໂຕຂອງເສດຖະກິດໂລກ
ຫາກຊ້າລົງຢ່າງຫຼວງຫຼາຍແລ້ວ ມັນອາດສາມາດສົ່ງຜົນກະທົບຕໍ່ທຸກໆປະເທດແລະພາກ
ພື້ນໄດ້.
ພວກນັກຊ່ຽວຊານເຫລົ່ານີ້ເວົ້າວ່າ ເສດຖະກິດໂລກຈະເຕີບໂຕຊ້າລົງກວ່າທີ່ໄດ້ທໍານາຍໄວ້
ສຳຫຼັບປີນີ້ ເນື່ອງຈາກວິກິດການໜີ້ສິນຂອງຢູໂຣບແລະຄວາມພະຍາຍາມຕ່າງໆໃນແຫ່ງ
ອື່ນເພື່ອຕໍ່ສູ້ກັບໄພເງິນເຟີ້ ນັ້ນ. ພວກນັກເສດຖະສາດເຫລົ່ານີ້ຍັງກ່າວຕື່ມວ່າ ການເຕີບ
ໂຕຂອງເສດຖະກິດຍັງອາດສາມາດຖືກຄຸກຄາມຈາກຄວາມຕຶງຄຽດໃນພາກຕາເວັນ
ອອກກາງແລະໃນທະວີບອາຟຣິກາເໜືອໄດ້ ແລະຈະບໍ່ໄດ້ຮັບການຊ່ອຍເຫລືອໃດໆຈາກ
ການຖົກຖຽງກັນທາງດ້ານການເມືອງໃນກຸງວໍຊິງຕັນ.
ລາຍງານຂອງທະນາຄານໂລກໃນວັນອັງຄານວານນີ້ກ່າວວ່າ ເສດຖະກິດໂລກຈະເຕີບໂຕ
ຂຶ້ນພຽງແຕ່ 2.5 ເປີເຊັນເທົ່ານັ້ນໃນປີນີ້ ຂະນະທີ່ ເສດຖະກິດຂອງສະຫະລັດຈະເຕີບໂຕ
ຊ້າຄືພຽງແຕ່ 2.2 ເປີເຊັນເທົ່ານັ້ນ. ລາຍງານສະບັບນີ້ຍັງກ່າວຕື່ມວ່າ ການເສດຖະກິດ
ຂອງປະເທດທີ່ພຸ່ງພົ້ນໃໝ່ຈະເຕີບໂຕຂຶ້ນ 5.4 ເປີເຊັນ ຊຶ່ງເປນອັດຕາເກືອບ 1 ເປີເຊັນ
ຕໍ່າກວ່າອັດຕາທີ່ໄດ້ທໍານາຍໄວ້ກ່ອນ. ບັນດານັກວິເຄາະຂອງທະນາຄານໂລກຕັດການ
ປະເມິນການເຕີບໂຕຂອງເສດຖະກິດໃນຢູໂຣບ ຂອງເຂົາເຈົ້າລົງຈາກອັດຕາພໍປານກາງ
ລົງມາເປັນອັດຕາທີ່ຫົດໂຕເຂົ້າ 3 ສ່ວນ 10 ຂອງ 1 ເປີເຊັນ.
ຄວາມຮຽກຮ້ອງຕ້ອງການສິນຄ້າຈາກຢູໂຣບແລະຈາກພວກປະເທດທີ່ ຈະເລີນແລ້ວອື່ນໆ
ເປັນສາເຫດນຶ່ງທີ່ຄາດວ່າ ຈະເຮັດໃຫ້ການຄ້າຂອງໂລກລົດລົງພ້ອມກັບລາຄ້າສິນຄ້າຖືກ
ລົງແລະແລະກໍາໄລໜ້ອຍລົງຈາກພວກປະເທດຜະລິດນໍ້າມັນ ອາຫານແລະສິນຄ້າອື່ນໆ.
ພາວະເສດຖະ ກິດຫຼຸດຖອຍຫລືການເຕີບໂຕຊ້າລົງໃນບັນດາປະເທດຮັ່ງມີ ກໍຈະໝາຍ
ຄວາມວ່າ ຈະມີໜ້າວຽກໜ້ອຍລົງ ແລະລາຍໄດ້ກໍໜ້ອຍລົງສໍາລັບພວກຄົນເຂົ້າເມືອງ ຊຶ່ງ
ຕາມທໍາມະດານັ້ນເຂົາເຈົ້າສົ່ງເງິນກັບຄືນໄປຍັງປະເທດບ້ານເກີດເມືອງນອນຂອງເຂົາເຈົ້າ
ນັ້ນ.