ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄາຮຸ້ນໃນຕະຫຼາດໂລກ ຕົກລົງຢ່າງຫລວງຫລາຍ


ຜູ້ຊື້ຂາຍຮຸ້ນທີ່ຕະຫຼາດຮຸ້ນທີ່ນະຄອນ Frankfurt, ເຢຍຣະມັນ
ວັນທີ 12 ກັນຍາ 2011.
ຜູ້ຊື້ຂາຍຮຸ້ນທີ່ຕະຫຼາດຮຸ້ນທີ່ນະຄອນ Frankfurt, ເຢຍຣະມັນ ວັນທີ 12 ກັນຍາ 2011.


















ຄວາມ​ຢ້ານ​ກົວ​ທີ່​ວ່າກຣິສຈະ​ບໍ່​ສາມາດ​ຮັບ​ມື​ກັບ​ເງື່ອນ​ໄຂ​ຂອງ​ເງິນ​ກູ້​ຢືມ​ທີ່​ຕົນ​ໄດ້​ຕົກລົງ​ຮັບ​ເອົາ​ໃນ​ປີ​ແລ້ວ​ນີ້ ​ໄດ້​ເຮັດ​ໃຫ້​ລາຄາ​ຮຸ້ນ​ໃນ​ຕະຫຼາດ​ໂລກ​ ຕົກ​ຮວບ​ລົງແລະ​ສົ່ງ​ຜົນໃຫ້ເງິນ​ຢູ​ໂຣ​ຕົກ​ລາຄາ​ຢ່າງ​ຫລວງຫລາຍ.

ລາຄາ​ຮຸ້ນ​ໃນ​ຕະຫຼາດ​ເອ​ເຊຍ​ຕົກລົງ​ຢ່າງ​ຫລວງຫລາຍ ຄື​ດັດຊະນີຮຸ້ນທີ່​ ສໍາຄັນ​ໃນ​ຮອງ​ກົງ​ ຕົກ​ລາຄາ​ຫລາຍ​ກວ່າ 4 ​ເປີ​ເຊັນ ​ແລະ​ລາຄາ​ຮຸ້ນ​ໃນ​ຢູ​ໂຣບ​ກໍໄດ້​ລົດ​ລົງ​ເວລາ​ຕະຫຼາດ​ໄຂ​ຂຶ້ນ ​ແລະ​ສືບ​ຕໍ່​ລົດ​ລົງ ປະມານ 4 ​ເປີ​ເຊັນ ສໍາລັບ​ຮຸ້ນ​ສ່ວນ​ໃຫຍ່.

ຮຸ້ນ​ຂອງທະນາຄານ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ໜັກເປັນ​ພິ​ເສດ ​ຈາກຄວາມ ສາມາດເປັນ​ໄປ​ໄດ້ສູງທີ່ວ່າ ​ກຣິສຈະ​ບໍ່​ສາມາ​ດ​ໃຊ້​ໜີ້​ກູ້​ຢືມ​ຂອງ​ຕົນ​ໄດ້ ເນື່ອງ​ຈາກພວກ​ນັກ​ລົງທຶນ​ຢ້ານ​ວ່າ​ພວກ​ອົງການ​ໃຫ້​ຄະ​ແນນ​ສິນ​ເຊື່ອ​ອາດສາມາດ​ລົດ​ຄະ​ແນນ​ສິນ​ເຊື່ອ​ຂອງ​ທະນາຄານ​ລົງໄດ້ ຍ້ອນ​ເງິນກູ້​ຢືມ​ທີ່ໃຫ້​ແກ່​ປະ​ເທດ​ກຣິສນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ເຢຍຣະມັນ​ໂດຍ​ສະ​ເພາະ​ ​ແມ່ນໄດ້ປະຊຸມກັນ​ມາ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຮ່າງ​ແຜນການ​ສໍາລັບ​ຄໍ້າປະກັນ​ພາກສ່ວນ​ການ​ທະນາຄານ​ຂອງ​ຕົນ ​ໃນກໍລະນີທີ່​ປະ​ເທດ​ກຣິສ ລົ້ມ​ລະລາຍລົງນັ້ນ.

ຮ່ອງຮອຍ​ຕ່າງໆ​ທີ່ສະ​ແດງ​ວ່າ​ພວກ​ວາງ​ນະ​ໂຍບາຍ​ໃນ​ຢູ​ໄຣບ​ມີ​ຄວາມ ແຕກ​ແຍກ​ກັນ​ກ່ຽວ​ກັບ​ວິທີ​ການ​ຮັບ​ມື​ກັບ​ບັນຫາ​ຫຍຸ້ງຍາກ​ທາງ​ດ້ານ​ການ​ເງິນ​ຂອງ​ກຣິສນີ້ ໄດ້​ເຮັດ​ໃຫ້​ຄ່າ​ຂອງ​ເງິນ​ຢູ​ໂຣ ລົດ​ລົງ​ຕໍ່າ​ສຸດ​ໃນ​ຮອບ 7 ​ເດືອນ​ຜ່ານ​ມາ​ ​ໃນ​ການ​ແລກປ່ຽນ​ກັບ​ເງິນ​ໂດ​ລາ​ສະຫະລັດໃນ​ວັນ​ຈັນ​ມື້​ນີ້.

ລະ​ຄາ​ນໍ້າມັນ​ກໍໄດ້​ລົດລົງ​ຫລາຍ​ກວ່າ 2 ​ໂດ​ລາ​ຕໍ່​ຖັງ​ ຍ້ອນ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ວິ​ກິດ​ການ​ໜີ້​ສິນ​ຂອງ​ຢູ​ໂຣບ​ ແລະ​ການ​ເຕີບ​ໂຕ​ຊ້າ​ຂອງ​ເສດຖະກິດ​ໂລກ​ໃນ​ເວລາ​ນີ້.

XS
SM
MD
LG