ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຮຽກຮ້ອງໃຫ້ກຸ່ມ ຈີ 20 ມີລະບຽບ ຄວບຄຸມອັດຕາແລກປ່ຽນເງິນຕາ ທີ່ດີກວ່າເກົ່າ


ທ່ານ Timothy Geithner ລັດຖະມົນຕີກະຊວງການເງິນສະຫະລັດ
ທ່ານ Timothy Geithner ລັດຖະມົນຕີກະຊວງການເງິນສະຫະລັດ

ລັດຖະມົນຕີກະຊວງການເງິນຂອງສະຫະລັດ ທ່ານ Timothy Geithner ກ່າວວ່າ
ທ່ານຈະຮຽກຮ້ອງໃຫ້ຄູ່ເຈລະຈາຂອງທ່ານໃນກຸ່ມຈີ 20 ຮັບເອົາລະບຽບການທີ່ດີກວ່າ ເກົ່າ ເພື່ອຄວບຄຸມອັດຕາການແລກປ່ຽນເງິນຕາເວລາພວກທ່ານພົບປະກັນໃນກອງ ປະຊຸມທ້າຍອາທິດນີ້ທີ່ປະເທດເກົາຫຼີໃຕ້.

ຄວາມຢ້ານກົວວ່າຈະເກີດສົງຄາມເງິນຕາຍ້ອນປະເທດຕ່າງໆໄດ້ຫຼຸດຄ່າເງິນຕາຂອງຕົນລົງ
ເພື່ອໃຫ້ໄດ້ປຽບທາງດ້ານການຄ້ານັ້ນໄດ້ເປັນຫົວຂໍ້ຂ່າວຄອບງໍາກ່ອນກອງປະຊຸມຂອງກຸ່ມ
ຈີ 20 ຢູ່ທີ່ເມືອງ Gyeongju ໃນວັນສຸກມື້ອື່ນ ແລະວັນເສົາຈະມານີ້. ຮອງລັດຖະມົນຕີ
ການເງິນຈາກ 20 ປະເທດທີ່ມີເສດຖະກິດນຳໜ້າໃນໂລກແມ່ນປະກອບເປັນສະມາຊິກ
ຂອງກຸ່ມ ຈີ 20 ທີ່ພວມປະຊຸມກັນຢູ່ທີ່ນັ້ນ ໃນວັນພະຫັດມື້ນີ້.

ທ່ານ Geithner ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຄວາມຢ້ານກົວທີ່ວ່າຈະເກີດສົງຄາມເງິນຕາ. ແຕ່
ໃນການໃຫ້ສຳພາດແກ່ໜັງສືພິມ Wall Street Journal ທີ່ພິມເຜີຍແຜ່ ໃນວັນພະຫັດ
ມື້ນີ້ ທ່ານກ່າວວ່າ ສະຫະລັດຢາກໃຫ້ປະເທດຕ່າງໆພາກັນຈັດຕັ້ງລະບຽບການຈໍານວນນຶ່ງ
ກ່ຽວກັບນະໂຍບາຍອັດຕາການແລກປ່ຽນ.

XS
SM
MD
LG