ອົງການກອງທຶນສາກົນຫລື IMF ມີຄວາມຮູ້ສຶກໄປໃນແງ່ດີໜ້ອຍນຶ່ງກ່ຽວກັບການເຕີບ
ໂຕຂອງເສດຖະກິດໂລກ ໃນຂະນະທີ່ພວກປະເທດພາກພື້ນຢູໂຣບໄດ້ພາກັນເອົາບາດ
ກ້າວ ເພື່ອຮັບມືກັບວິກິດການໜີ້ສິນຂອງພວກເຂົາ ເຈົ້ານັ້ນ ແລະເສດຖະກິດສະຫະລັດ
ກໍໄດ້ເຕີບໂຕໄວຂຶ້ນແດ່ໜ້ອຍນຶ່ງແລ້ວ.
ໃນການຖະແຫຼງກ່ຽວກັບລາຍງານການຄາດຄະເນສະພາບເສດຖະກິດໂລກຂອງອົງການ
IMF ເມື່ອວັນອັງຄານວານນີ້ ທ່ານ Olivier Blanchard ຜູ້ອໍານວຍການຝ່າຍຄົ້ນຄວ້າ
ກ່າວວ່າ ເສດຖະກິດໂລກແມ່ນຕົກຢູ່ໃນສະພາບຂຶ້ນໆລົງໆ ໃນໄລຍະຫົກເດືອນຜ່ານມາ
ທີ່ຍັງມີຄວາມເປັນຫ່ວງກັນຢູ່.
ລາຍງານດັ່ງກ່າວຂອງອົງການກອງທຶນສາກົນ ຫລື IMF ແມ່ນມີຂຶ້ນໃນຂະນະບັນດາເຈົ້າ
ໜ້າທີ່ຈາກຫລາຍປະເທດສະມາຊິກ IMF ແລະທະນາ ຄານໂລກມາເຕົ້າໂຮມກັນທີ່ວໍຊິງ
ຕັນເພື່ອເຈລະຈາຫາລືກັນໃນອາທິດນີ້.
ທ່ານ Blanchard ກ່າວວ່າ ເສດຖະກິດໂລກຈະຂະຫຍາຍຕົວປະມານ 3.5 ເປີເຊັນໃນປີນີ້
ແລະຈະໄວຂຶ້ນໜ້ອຍນຶ່ງໃນປີໜ້າ. ລາຍງານດັ່ງກ່າວ ເວົ້າອີກວ່າ ພວກຕະຫລາດທັງຫລາຍ
ຈະສືບຕໍ່ເຕີບໂຕຂຶ້ນໄວກວ່າເກົ່າໃນປະເທດທີ່ຈະເຣີນແລ້ວ. ຕົວຢ່າງເສດຖະກິດສະຫະລັດ
ຈະຂະຫຍາຍຕົວ 2.1 ເປີເຊັນ ສ່ວນພາກພື້ນຢູໂຣບແມ່ນຈະຖອຍຫລັງລົງປະມານພຽງ
ສາມ ສ່ວນສິບຂອງນຶ່ງເປີເຊັນ ໃນຂະນະທີ່ຈີນຈະຂະຫຍາຍຕົວຫລາຍກວ່າ 8 ເປີເຊັນນັ້ນ.
ນອກນີ້ IMF ຍັງເວົ້າອີກວ່າ ສະຫະລັດແມ່ນຈະຕ້ອງມີແຜນການເພື່ອຕັດ ໜີ້ສິນຂອງຕົນ
ລົງໃຫ້ໄດ້ໃນລະດັບປານກາງ ແຕ່ກໍຕ້ອງຫລີກລ່ຽງການຕັດ ການໃຊ້ຈ່າຍ ຫລືຂຶ້ນພາສີ
ຢ່າງໄວ ທີ່ອາດກະທົບກະເທືອນການຟື້ນຕົວຄືນ ຂອງເສດຖະກິດ ໃນເວລານີ້. ອົງການ
IMF ຮຽກຮ້ອງໃຫ້ພາກພື້ນຢູໂຣບ ຈົ່ງສືບຕໍ່ຂະຫຍັບຂະຫຍາຍຄວາມພະຍາຍາມຂຶ້ນຕື່ມ
ເພື່ອເລັ່ງລັດການເຕີບໂຕເສດຖະກິດຂອງພວກຕົນນັ້ນ.
ອົງການ IMF ກ່າວວ່າ ປະເທດໃນຂົງເຂດໃຕ້ທະເລຊາຍຊາຮາຣາຂອງອາຟຣິກາ ກໍມີການ
ເຕີບໂຕທີ່ເຂັ້ມແຂງຕື່ມອີກປີນຶ່ງ ແລະກໍເປັນຂົງເຂດນຶ່ງທີ່ໄດ້ຮັບຜົນກະທົບໜ້ອຍທີ່ສຸດຈາກ
ສະພາວະຄວາມວຸ້ນວາຍທາງການເງິນເມື່ອບໍ່ດົນມານີ້.