ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

IMF ວ່າ ເສດຖະກິດໂລກ ຈະເຕີບໂຕສູງຂຶ້ນ ໃນປີນີ້


ອົງການກອງທຶນສາກົນ IMF
ອົງການກອງທຶນສາກົນ IMF

ອົງການກອງທຶນສາກົນ IMF ໄດ້ປັບປ່ຽນ ການທຳນາຍຂອງ ຕົນ ກ່ຽວກັບ ການເຕີບໂຕ ຂອງເສດຖະກິດໂລກ ໃນປີ 2010 ໃຫ້ສູງຂຶ້ນ ແຕ່ກໍເຕືອນວ່າ ຈະມີຄວາມສ່ຽງເພີ້ມຂຶ້ນ ຍ້ອນ​ວິ​ກິດ​ການໜີ້ສິນ ຂອງປະເທດຕ່າງໆ ໃນຢູໂຣບ.

ໃນລາຍງານ ກ່ຽວກັບ ສະພາບເສດຖະກິດໂລກ ສະບັບແກ້ໄຂໃໝ່ ທີ່ນຳອອກເຜີຍແຜ່ ໃນວັນພະຫັດມື້ນີ້ ອົງການ IMF ທີ່ມີສຳນັກງານໃຫຍ່ ຢູ່ກຸງວໍຊິງຕັນ ຄາດຄະເນວ່າ ເສດຖະກິດຂອງໂລກ ຈະເຕີບໂຕ ໃນອັດຕາ 4.6% ສົມທຽບໃສ່ກັບ 4.2% ທີ່ໄດ້ທຳນາຍ​ໄວ້ ໃນເດືອນເມສາ ຜ່ານມາ.

ອົງການ IMF ໄດ້ເພີ້ມ ການພະຍາກອນ ກ່ຽວກັບ ການເຕີບໂຕຂອງຈີນ ຂຶ້ນເປັນ 10 ເປີເຊັນເຄິ່ງ ຈາກ 10% ໃນເດືອນເມສາ ຂະນະທີ່ ການພະຍາກອນ ສຳລັບອິນ​ເດຍ ໄດ້ເພີ້ມຂຶ້ນ ຈາກ 8.8% ເປັນ 9.4%. ​ແລະ​ສຳລັບສະຫະລັດ ໄດ້ເພີ້ມຂຶ້ນ ຈາກ 2.7% ເປັນ 3.3%.

XS
SM
MD
LG