ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການ​ໃຊ້​ ແລະຜະລິດ ຢາ​ເສບ​ຕິດ ​​ເພີ້ມຂຶ້ນ ຢ່າງ​ຫຼວງຫຼາຍ ຢູ່​ທົ່ວ​ໂລກ ປີກາຍນີ້


ພາບທີ່ປຽບທຽບລະດັບຄວາມແຮງຂອງເຮໂຣອິນ, ຢາ​​ເສບ​ຕິດ​ເຟັນ​ຕາ​ນິລ (fentanyl) ແລະຢາເສບຕິດຄາເຟນຕານິລ (carfentanil) ທີ່ເຮັດໃຫ້ຄົນເສຍຊີວິດໄດ້ ຕິດຢູ່ເທິງຝາໃຫ້ຄົນເບິ່ງ ຢູ່ໃນກອງປະຊຸມຖະແຫລງຂ່າວ ຢູ່ສໍານັກງານໃຫຍ່ຂອງຫ້ອງການຄຸ້ມຄອງການປະຕິບັດງານຕໍ່ຕ້ານຢາເສບຕິດ ຫລື DEA ໃນເມືອງອາລິງຕັນ ( Arlington) ຂອງລັດເວີຈີເນຍ ໃນວັນທີ 6 ມິຖຸນາ, 2017.
ພາບທີ່ປຽບທຽບລະດັບຄວາມແຮງຂອງເຮໂຣອິນ, ຢາ​​ເສບ​ຕິດ​ເຟັນ​ຕາ​ນິລ (fentanyl) ແລະຢາເສບຕິດຄາເຟນຕານິລ (carfentanil) ທີ່ເຮັດໃຫ້ຄົນເສຍຊີວິດໄດ້ ຕິດຢູ່ເທິງຝາໃຫ້ຄົນເບິ່ງ ຢູ່ໃນກອງປະຊຸມຖະແຫລງຂ່າວ ຢູ່ສໍານັກງານໃຫຍ່ຂອງຫ້ອງການຄຸ້ມຄອງການປະຕິບັດງານຕໍ່ຕ້ານຢາເສບຕິດ ຫລື DEA ໃນເມືອງອາລິງຕັນ ( Arlington) ຂອງລັດເວີຈີເນຍ ໃນວັນທີ 6 ມິຖຸນາ, 2017.

ການ​ສົ່ງ​ອອກ​ເຮ​ໂຣອິນ ​ແລະຢາເສບ​ຕິດ​ເຟັນ​ຕາ​ນິລ (fentanyl) ຢ່າງຜິດ
ໝາຍຈາກເມັກ​ຊິ​ໂກມາ​ຍັງ​ສະຫະລັດ ກໍາລັງ​ມີ​ທ່າ​ອ່ຽງ​ເພີ້ມຂຶ້ນ, ອີງ​ຕາມ
​ບົດ​ລາຍ​ງານດ້ານ​ຢາ​ເສບ​ຕິດ​ຂອງ​ໂລກ ປີ 2017 ທີ່​ຮວບ​ຮວມ​ຂຽນອອກ
ໂດຍຄະນະ​ກໍາມະການ​ຄຸ້ມ​ຄອງ​ຢາ​ເສບ​ຕິດ ຫລື INCB ​ແລະ​ສະໜັບສະ
ໜຸນໂດຍ​ຫ້ອງການ​ຄວບຄຸມຢາ​ເສບ​ຕິດ ​ແລະ​ອາດຊະຍາ​ກອນ​ຂອງ​ອົງການ
ສະຫະ​ປະຊາຊາດຫຼື UNODC.

​ໃນ​ການ​ຖະແຫຼງຢູ່​ນະຄອນຫລວງ​ເມັກ​ຊິ​ໂກນັ້ນ, ດັ່ງ​ທີ່​ຂຽນຢູ່​ໃນ​ບົດ​ລາຍ​ງານ
ທີ່​ຕິດຕາມ​ການ​ຊົມ​ໃຊ້​ ​ແລະ​ຜະລິດຢາ​ເສບ​ຕິດຢູ່​ທົ່ວ​ໂລກ ​ທີ່​ພິມ​ເຜີຍ​ແຜ່
ໃນວັນ​ພະຫັດວານ​ນີ້ ປະ​ທານຂອງ​ຄະນະ​ກໍາມະການ INCB ທ່ານຣາວ​ໂອ
ມາ​ຕິນ ​ແດ​ລ ​ແຄມ​ໂປ (Raul Martin del Campo) ​ໄດ້​ໃຫ້ຂໍ້ສັງ​ເກດ​ວ່າ
ມີການ​ເພີ້ມຂຶ້ນໃນການ​ໃຊ້​ຢາ​ເສບ​ຕິດ​ຢ່າງ​ຫຼວງຫຼາຍ ຢູ່​ທົ່ວ​ໂລກ ຊຶ່ງ​ໄດ້​ເນັ້ນ
​ໃຫ້​ເຫັນ​ສະພາບ​ການ​ເກັບ​ກ່ຽວ ​ແລະ​ລັກລອບ​ຄ້າຂາຍ​ຢາ​ເສບ​ຕິດ​ຜິດ​ກົດ
ໝາຍຢູ່​ໃນ ​ແລະ​ມາ​ຈາກ​ທະວີບ​ອາ​ເມຣິກາ​ໃຕ້.

ທ່ານ​ແຄມ​ໂປ ກ່າວ​ວ່າ "ການ​ເກັບ​ກ່ຽວຢາຝິ່ນ​ທີ່​ທ່ານ​ເຫັນ​ຢູ່​ໃນຫລາຍໆ
ປະ​ເທດ ​ໃນທົ່ວທະວີບ​ອາ​ເມຣິກາ​ໃຕ້ ດັ່ງ​ທີ່​ທ່ານ​ເຫັນ​ຢູ່​ໃນເສັ້ນທາງ​ຈາກ​
ເມັກ​ຊິ​ໂກ ມາ​ຫາ​ສະຫະລັດ ​ໄດ້ມີ​ຈໍານວນ​ເພີ້ມຂຶ້ນຢ່າງ​ຫຼວງຫລາຍ ດັ່ງ​ທີ່​
ໄດ້​ບັນທຶກ​ໄວ້​ຢູ່​ໃນ​ລາຍ ​ງານ​ດັ່ງກ່າວ​ນີ້. ສານເຄມີຕົ້ນ ​ເຟັນ​ຕາ​ນິລ
(fentanyl) ກໍ​ໄດ້​ຖືກ​ກວດ​ພົບ​ເຊັ່ນກັນ ເມື່ອ​ມັນ​ເຂົ້າມາ​ໃນ​ປະ​ເທດ​ນີ້ ແລະ​
ສະພາບ​ການ​ນັ້ນແມ່ນ​ມີ​ຕາມ​ມາ ​ເມື່ອ​ເວົ້າ​ໃນ​ແງ່​ຂອງ​ອົງ​ປະກອບ​ຂອງ​ຢາ
​ເສບ​ຕິດ​ເຫລົ່ານີ້ ທີ່​ຖືກ​ສົ່ງ​ອອກຢ່າງ​ຜິດ​ກົດໝາຍ."

ຄະນະ​ກໍາມະການ INCB ​ເວົ້າວ່າ ການ​ຢຶດ​ຢາເສບ​ຕິດ​ເຟັນ​ຕາ​ນິລ
(fentanyl) ຊຶ່ງ​ເປັນ​ຢາ ​ທີ່ປະກອບສ່ວນ​ຢ່າງ​ຫລວງຫລາຍ​ໃນ​ການ​ເຮັດ​
ໃຫ້ມີ​ການເສຍ​ຊີວິດຍ້ອນ​ການໃຊ້ຢາແຮງເກີນ​ກໍານົດ ລະບາດ​ຂຶ້ນ ​ໂດຍ
ຫ້ອງການ​ພາສີ ​ແລະ​ປ້ອງ​ກັນຊາ​ຍ​ແດນ ​ໄດ້​ເພີ້ມຈາກ​ບໍ່ຮອດ 1 ກິ​ໂລໃນ
​ປີ 2013 ຂຶ້ນ​ເຖິງ​ປະມານ 200 ກິ​ໂລ ​ໃນ​ປີ 2016.

​ບົດ​ລາຍ​ງານ​ຂຽນວ່າ ສາມສ່ວນສີ່ຂອງ​ຢາ​ເສບ​ຕິດໂຄ​ເຄນ ທີ່​ຊົມ​ໃຊ້​ຢູ່​ໃນ
ເມັກຊິໂກ ​ແມ່ນ​ມາ​ຈາກ​ເມັກ​ຊິ​ໂກເອງ ​ແລະ​ຂົງ​ເຂດ​ອາ​ເມຣິກາ​ກາງ.

ເມັກຊິ​ໂກ ກໍາລັງ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນເພີ້ມຂຶ້ນ​ໃຫ້​ປາບປາມ​ການ​ລັກ
ລອບ​ຄ້າ​ຢາ​ເສບ​ຕິດ ພາຍຫລັງ​ທີ່​ມີ​ການ​ບັນທຶກ​ວ່າ ​ມີ​ການຂ້າ​ກັນ​ຕາຍ
25,000 ກໍລະນີ​ໃນ​ປີ​ກາຍ​ນີ້ ຢູ່​ທົ່ວ​ປະ​ເທດ ​ໃນ​ຂະນະ​ທີ່​ແກັ່ງ ​ຊຶ່ງເປັນຄູ່
ແຂ່ງໃນ​ດ້ານ​ຢາ​ເສບ​ຕິດ​ແຕກ​ແຍກ​ກັນ​ເປັນ​ກຸ່ມ​ນ້ອຍໆ ​ທີ່​ມີ​ຄວາມ​ຮຸນ​
ແຮງ​ເພີ້ມຂຶ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ

2017 World Drug Report
please wait

No media source currently available

0:00 0:01:22 0:00

XS
SM
MD
LG