ໃນປີ 2002 ອົງການແຮງງານສາກົນ ຫລື ILO ໄດ້ກໍ່ຕັ້ງວັນຕໍ່ຕ້ານແຮງງານເດັກຂອງໂລກປີທຳອິດຂຶ້ນ ເພື່ອດຶງດູດຄວາມສົນໃຈໄປໃສ່ຊະຕາກຳ ຂອງພວກເດັກນ້ອຍຢູ່ໃນໜ່ວຍແຮງງານ. ນັບຕັ້ງແຕ່ນັ້ນມາ ການສະຫລອງວັນດັ່ງກ່າວໃນທຸກໆວັນທີ 12 ຂອງເດືອນມິຖຸນາ ແມ່ນໄດ້ເປັນການ ຮຽກຮ້ອງໃຫ້ລົງມືປະຕິບັດການຈາກບັນດາຜູ້ທີ່ອຸທິດຕົນທຳງານເພື່ອຍຸດຕິການສວາຍເອົາປະໂຫຍດຈາກການໃຊ້ແຮງງານເດັກນັ້ນ.
ເຖິງແມ່ນໄດ້ມີຄວາມກ້າວໜ້າຈຳນວນນຶ່ງ ໃນການປາບປາມການໃຊ້ ແຮງງານເດັກແບບເປັນອັນຕະລາຍ ນັບຕັ້ງແຕ່ວັນຕໍ່ຕ້ານແຮງງານເດັກເທື່ອ ທຳອິດໃນປີ 2002 ເປັນຕົ້ນມາກໍຕາມ ແຕ່ອິງຕາມລາຍງານ Global Estimates ຫລືຜົນການປະເມີນໃນທົ່ວໂລກ ສະບັບຫລ້າສຸດຂອງອົງການ ແຮງງານສາກົນ ຫລື ILO ນັ້ນ ກໍປາກົດວ່າຍັງມີເດັກນ້ອຍອາຍຸລະຫວ່າງ 5 ຫາ 17 ປີ ໃນຈຳນວນເຖິງ 215 ລ້ານຄົນທີ່ພົບ ເຫັນວ່າຖືກບັງຄັບໃຊ້ ແຮງງານຢູ່ໃນທົ່ວໂລກ ຊຶ່ງສ່ວນໃຫຍ່ແມ່ນໄດ້ສູນເສຍໂອກາດໃນການສຶກສາ. ແລະ ໃນຈຳນວນນັ້ນ ມີ 117 ລ້ານຄົນ ທີ່ຖືກໃຊ້ແຮງງານແບບເປັນ ອັນຕະລາຍເຖິງຊີວິດ ໂດຍທຳງານຢູ່ພາຍ ໃຕ້ສະພາບການທີ່ກັນດານ ທີ່ສາມາດສົ່ງຜົນກະທົບຕໍ່ສຸຂະພາບແລະຄວາມປອດໄພຂອງພວກເຂົາເຈົ້າ ພ້ອມກັບທຳລາຍໂອກາດ ທີ່ພວກເຂົາເຈົ້າຈະໄດ້ມີຊີວິດຢູ່ ຢ່າງສົມບູນແລະນຳໃຊ້ຄວາມສາມາດບົ່ມຊ້ອນ ຂອງຕົນໄດ້ຢ່າງເຕັມສ່ວນ.
ພວກເດັກນ້ອຍເຫລົ່ານັ້ນຕ້ອງໄດ້ອອກແຮງງານ ຢູ່ພາຍໃຕ້ສະພາບການທີ່ເປັນອັນຕະລາຍ ແລະຖືກສວາຍເອົາປະໂຫຍດຢູ່ໃນພາກສ່ວນທີ່ບໍ່ເປັນ ທາງການ ພາກສ່ວນການບໍລິການແລະເປັນຄົນຮັບໃຊ້ໃນບ້ານ. ແຕ່ແມ່ນພາກສ່ວນການກະເສດທີ່ມີອັດຕາສ່ວນການບັງຄັບໃຊ້ແຮງງານເດັກທີ່ສູງທີ່ສຸດ ຄືໃນອັດຕາ 60 ເປີເຊັນ ຊຶ່ງຫລາຍໆຄົນຖືກເຜີຍແບໃສ່ຢາຂ້າແມງໄມ້ ຢາກຳຈັດພືດປູກ ໂດຍບໍ່ມີອຸປກອນປ້ອງກັນ ຢ່າງພຽງພໍ. 26 ເປີເຊັນ ຂອງພວກເດັກນ້ອຍເຫລົ່ານັ້ນ ທຳງານຢູ່ໃນພາກສ່ວນການບໍລິການ ເລາະຂາຍ ສິນຄ້າຕ່າງໆຢູ່ຕາມຖະໜົນຫົນທາງ ຕາມຕະຫລາດ ແບກຫາບ ສິນຄ້າທີ່ໜັກໆ ທຳງານຢູ່ຕາມໂຮງແຮມ ແລະຮ້ານອາຫານ ຫລືບໍ່ກໍເປັນຄົນຮັບໃຊ້ຢູ່ໃນບ້ານ. 7 ເປີເຊັນ ຂອງເດັກນ້ອຍທີ່ຖືກບັງຄັບໃຊ້ແຮງງານ ແມ່ນເຮັດວຽກຢູ່ໃນວົງການອຸດສາຫະກຳ ເຊັ່ນເໝືອງແຮ່ ເໝືອງຫິນ ໂຮງງານ ຜະລິດສິນຄ້າຂະໜາດນ້ອຍ ແລະການກໍ່ສ້າງ ຊຶ່ງວຽກເຫລົ່ານີ້ ລ້ວນແລ້ວແຕ່ເປັນວຽກທີ່ເປັນອັນຕະລາຍຕໍ່ຊີວິດໄດ້ ເພາະວ່າມັນເຜີຍແບພວກເຂົາເຈົ້າໃສ່ສານພິດຕ່າງໆ ແລະບັງຄັບໃຫ້ເຂົາເຈົ້າຕ້ອງອອກແຮງ ງານໜັກ ຊຶ່ງສ່ວນຫລາຍແລ້ວແມ່ນບໍ່ເໝາະສົມກັບສະພາບຮ່າງກາຍ ທີ່ບໍ່ມີໂອກາດໄດ້ພັດທະນາການຢ່າງເຕັມທີ່ຂອງພວກເຂົາເຈົ້າ.
ການສວາຍເອົາປະໂຫຍດຈາກແຮງງານເດັກນັ້ນ ມີຜົນກະທົບບໍ່ສະເພາະແຕ່ເດັກແຕ່ລະຄົນເທົ່ານັ້ນ ແຕ່ມັນຍັງກະທົບຕໍ່ປະຊາຄົມໂດຍລວມນຳອີກ ດັ່ງທີ່ທ່ານປະທານາທິບໍດີບາຣັກ ໂອບາມາ ໄດ້ໃຫ້ຂໍ້ສັງເກດ ວ່າ “ການໃຊ້ແຮງງານເດັກຂອງໂລກ ແມ່ນເປັນການສືບຕໍ່ການໝຸນວຽນຂອງກົງກວຽນແຫ່ງຄວາມທຸກຈົນ ທີ່ຂັດຂວາງບໍ່ໃຫ້ຫລາຍໆ ຄອບຄົວແລະຫລາຍໆປະເທດ ໄດ້ບັນລຸຄວາມສາມາດບົ່ມຊ້ອນຂອງ ພວກເຂົາ ເຈົ້າໄດ້ຢ່າງເຕັມສ່ວນ. ພວກເດັກນ້ອຍທີ່ຕ້ອງເຮັດວຽກອອກ ແຮງງານແທນການໄປເຂົ້າໂຮງຮຽນນັ້ນຈະ ບໍ່ໄດ້ຮຽນຮູ້ຄວາມຊຳນິຊຳນານ ຫລືໄດ້ຮັບການສຶກສາທີ່ພວກ ເຂົາເຈົ້າຕ້ອງການ ເພື່ອໃຫ້ມີອະນາຄົດທີ່ດີ ນັ້ນ. ປະເທດແລະປະຊາຄົມຂອງພວກເດັກນ້ອຍເຫລົ່ານັ້ນກໍຈະໄດ້ຮັບຄວາມເດືອດຮ້ອນຈາກການສູນ ເສຍຄວາມສາມາດໃນການແຂ່ງຂັນຜົນຜະລິດ ແລະລາຍໄດ້ທີ່ສົມຄວນຈະໄດ້ນັ້ນໄປ.
ການສວາຍເອົາປະໂຫຍດຈາກແຮງງານເດັກແບບນັ້ນ ແມ່ນບໍ່ສາມາດຍຸດຕິໄດ້ ໂດຍຍຸທະສາດອັນນຶ່ງອັນດຽວເທົ່ານັ້ນ. ພວກເຮົາທັງໝົດຕ້ອງ ທຳງານຮ່ວມກັນ ເພື່ອແກ້ໄຂຈາກພວກສາເຫດຕົ້ນຕໍຂອງມັນ ຊຶ່ງໂຮມທັງຄວາມທຸກຈົນ ການຂາດເຂີນວຽກງານທີ່ມີລາຍໄດ້ດີຂອງ ພວກພໍ່ແມ່ ການບັງຄັບກົດໝາຍ ແຮງງານທີ່ອ່ອນແອ ແລະການຂາດເຂີນໂອກາດໄດ້ຮັບການສຶກສາຂອງພວກເດັກນ້ອຍ. ກ່າວຄື ເດັກນ້ອຍໝົດທຸກຄົນ ບໍ່ວ່າຈະເປັນເພດໃດ ມີພື້ນຖານດ້ານເສດຖະກິດແນວໃດ ຫລືເປັນຊົນຊາດໃດກໍຕາມ ຄວນຈະມີໂອກາດໄດ້ເຂົ້າໂຮງຮຽນ ແລະມີຊີວິດທີ່ບັນລຸຄວາມ ສາມາດບົ່ມຊ້ອນໂດຍເຕັມຂອງເຂົາເຈົ້າ. ດັ່ງທີ່ປະທານາທິບໍດີໂອບາມາເຄີຍໄດ້ກ່າວໄວ້ ກໍແມ່ນວ່າ “ພວກເຮົາຕ້ອງຕັ້ງໝັ້ນເປັນອັນນຶ່ງອັນດຽວກັນ ໃນການຕໍ່ຕ້ານແຮງງານເດັກ ແລະໝັ້ນໝາຍພວກເຮົາເອງຄືນໃໝ່ຕໍ່ການທັບມ້າງຍຸດຕິພຶດຕິການອັນນີ້ໃນໝົດທຸກຮູບແບບ ໃນມື້ນີ້ ແລະທຸກໆມື້.”