ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດຕົກຮອບ 16 ທີມ


ສະຫະລັດຕົກຮອບ 16 ທີມ ​ແລະ​ຖືກ​ກຳ​ຈັດອອກຈາກກີລາແຂ່ງຂັນ ບານເຕະໂລກ ຫລື World Cup ປະຈຳປີ 2010 ທີ່ອາຟຣິກາໃຕ້ ຫລັງຈາກການາຊະນະສະຫະລັດ ສອງຕໍ່ນຶ່ງ ​ແລະ​ລອຍ​ເຂົ້າຮອບ Quarterfinals ຫລື​ຮອບ​ 8 ທີ​ມ.

ທີມການາມີກຳໜົດຈະລົງແຂ່ງກັບທີມຊາດຢູຣູກວາຍ ອະດີດແຊມບານ ເຕະໂລກສອງຄັ້ງ ໃນວັນສຸກຈະ​ມາ​ເຖິງນີ້ ເພື່ອຊິງ​ເຂົ້າຮອບສີ່ທີ​ມສຸດ ທ້າຍ ຫລື​ຮອບ​ຮອງ​ຊະນະ​ເລີດ. ການາເປັນທີມດຽວຈາກອາຟຣິກາ ທີ່​ຍັງ​ເຫລືອຈາກ​ຈຳນວນຫົກທີ​ມຊາດ​ອາ​ຟຣິກາທີ່​ຜ່ານ​ເຂົ້າຮອບ 32 ທີ​ມ.

ການແຂ່ງຂັນກັນລະຫວ່າງສະຫະລັດແລະການາ​ໃນວັນເສົາວານນີ້ ທີ່ ເມືອງ Rustenburg ໄດ້ເພີ່ມເວລາອອກໄປອີກ 30 ນາທີ ຫລັງ​ຈາກ ສະເໝີກັນ 1 ຕໍ່ 1. ນາຍ Asamoah Gyan ຍິງ​ເຂົ້າປະຕູ​ໄດ້ໃນ ນາທີທີສາມຂອງເວລາເພີ່ມ ໂດຍເຕະບານຂ້າມຫົວ ນາຍ Tim Howard ຜູ້ຮັກສາປະຕູຂອງທີມສະຫະລັດ.

ການາເຄີຍໄດ້ເຂ່ຍທີມສະຫະລັດອອກຈາກການແຂ່ງຂັນບານເຕະໂລກ ມາ​ແລ້ວເມື່ອປີ 2006 ທີ່ເຢຍລະມັນໃນຮອບຊິງຊະນະເລີດຂອງສາຍ.

ກ່ອນໜ້ານີ້ ທີ່ເມືອງ Port Elizabeth ທີມຢູຣູກວາຍ ຊະນະທີມເກົາ ຫລີໃຕ້ 2 ຕໍ່ 1 ​ໃນການແຂ່ງຂັນກັນໃນສະພາບຝົນຕົກແລະລົມແຮງ ເພື່ອຊິງເຂົ້າຮອບ Quarterfinals ​ເປັນເທື່ອທຳອິດໃນ 40 ປີ. ຢູຣູ ກວາຍ​ເຄີຍ​ຄອງແຊມບານເຕະໂລກມາ​ແລ້ວສອງຄັ້ງ ຄືໃນປີ 1930 ແລະ ປີ 1950

ການແຂ່ງຂັນຊິງ​ຖ້ວຍ World Cup ປະຈຳປີ 2010 ຈະສິ້ນສຸດລົງ ໃນວັນທີ່ 11 ເດືອນກໍລະກົດ ທີ່ເມືອງ Johannesburg.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG