ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນການ​ແຂ່ງຂັນບານ​ໂລກ ຢູ່ບຣາຊີ​ລ ສະຫະລັດ ສະເໜີກັບ ປອກຕຸຍການ 2-2 (ສະໄລດ໌/ວີດີໂອ)


ນັກເຕະສະຫະລັດ Jermaine Jones ສະແດງຄວາມດີໃຈກັບ Alejandro Bedoya (11) Matt Besler (5) ແລະ DaMarcus Beasley (7) ຫຼັງຈາກຍິງເຂົ້າປະຕູຂອງ ປອກຕຸຍການ ນຳໜ້າໄປ 2-1 ໃນການແຂ່ງຂັນບານໂລກ ກຸ່ມ G ຢູ່ທີ່ສະໜາມກິລາ Amazonia ເມືອງ Manaus, ວັນອາທິດ ທີ 22 ມິຖຸນາ 2014.
ນັກເຕະສະຫະລັດ Jermaine Jones ສະແດງຄວາມດີໃຈກັບ Alejandro Bedoya (11) Matt Besler (5) ແລະ DaMarcus Beasley (7) ຫຼັງຈາກຍິງເຂົ້າປະຕູຂອງ ປອກຕຸຍການ ນຳໜ້າໄປ 2-1 ໃນການແຂ່ງຂັນບານໂລກ ກຸ່ມ G ຢູ່ທີ່ສະໜາມກິລາ Amazonia ເມືອງ Manaus, ວັນອາທິດ ທີ 22 ມິຖຸນາ 2014.
ໃນ​ການ​ແຂ່ງຂັນບານ​ໂລກຢູ່ບຣາຊີ​ລ ວັນ​ອາທິດ​ວານ​ນີ້
ປອກຕຸ​ຍການ ​ໄດ້​ເຕະ​ເຂົ້າ​ໂກລໃນ​ນາທີ​ສຸດ​ທ້າຍ ຂະນະໃກ້​ຈະ​
ໝົດ​ຄວາມ​ຫວັງ​ທີ່ຈະ ໄດ້ເຂົ້າ​ຮອບ​ຕໍ່​ໄປ​ນັ້ນ ​ໂດຍທຳ​ຄະ​ແນນ​
ໄດ້ສະ​ເໝີ​ກັນ​ກັບທີ​ມສະຫະລັດ 2 ປະຕູ​ຕໍ່ 2 ​ໃນ​ກຸ່ມ G ຢູ່​ທີ່ ​
ເມືອງ Manaus.

ການທຳ​ຄະ​ແນນ​ ດັ່ງກ່າວ ມີ​ຂຶ້ນ​ໃນ​ຕອນ ​30 ວິນາທີ​ສຸ​ດທ້າຍ
ຂອງ 5 ນາທີ ທີ່​ໄດ້​ບວກ​ໃສ່ ຫຼັງຈາກ​ເວລາການ​ແຂ່ງຂັນ​ 90
ນາທີ​ໄດ້ໝົດ​ລົງ ​ເພື່ອ​ຊົດ​ເຊີຍ​ເວລາ​ທີ່​ຢຸດໄປ​ເພື່ອ​ໃຫ້​ນັກ​ກິລາ
​ດື່ມ​ນ້ຳ​. ມັນ​ໄດ້​ເຮັດ​ໃຫ້ທີ​ມ ປອກຕຸ​ຍການ ຍັງ​ມີຄວາມ​ຫວັງຢູ່
ແລະໃນເວລາ​ດຽວ​ກັນ ກໍ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງສະຫະລັດ ​ທີ່​ຈະໄດ້​ເຂົ້າຮອບ​ທີ 2
ຍັງ​ບໍ່​ແນ່ນອນ.

ກ່ອນ​ໜ້ານັ້ນ ​ໃນ​ມື້​ວານ​ນີ້​ເຊັ່ນ​ກັນ ​ໃນ​ກຸ່ມ H ​ແບ​ລຈຽມ ​ໄດ້​ລອຍ​ເຂົ້າ​ ຮອບ​ທີ 2 ດ້ວຍ​
ການ​ເອົາ​ຊະ​ນະ ຣັດ​ເຊຍ 1 ປະຕູ​ ຕໍ່ 0 ​ທີ່ນະຄອນ Rio de Janeiro ​ແລະ ອາລຈີ​ເຣຍ
​ເອົາ​ຊະ​ນະ ​ເກົາຫຼີ​ໃຕ້ 4 ປະຕູ​ຕໍ່ 2 ຢູ່​ທີ່​ເມືອງ Porto Alegre.

ຖ້າ​ຫາກ​ວ່າ ທີ​ມອາລຈີ​ເຣຍ ​ເອົາ​ຊະ​ນະຣັດ​ເຊຍ​ຢູ່​ໃນ​ການ​ແຂງ​ຂັນ​ຄູ່​ສຸ​ດ ທ້າຍ​ຂອງກຸ່ມ
ພວກ​ເຂົາ​ກໍ​ສາມາດ ຜ່ານເຂົ້າ​ຮອບ​ຕໍ່ໄປ. ຣັດ​ເຊຍ​ມີ 1 ຄະ​ແນນ ​ໃນ​ກຸ່ມ H ​ແລະ​ຈະ​
ຫລິ້ນ​ກັບອາລຈີ​ເຣຍ ​ໃນ​ວັນ​ພະຫັດ​ທີ່​ຈະ​ມາ​ເຖິງ. ຖ້າ​ຣັດ​ເຊຍ​ໄດ້​ຊະ​ນະ ພວກ​ເຂົາ​ກໍ​ຈະ
​ເຂົ້າຮອບ​ຕໍ່​ໄປ.

ສ່ວນ​ສະຖານະ​ການ ​ໃນ​ກຸ່ມ G ນັ້ນ ​ແມ່ນ​ສັບສົນກວ່າ. ສະຫະລັດ ​ແລະ​ເຢຍຣະມັນ ມີ 4
ຄະ​ແນນເທົ່າ​ກັນ ນຳ​ໜ້າຢູ່​ໃນ​ກຸ່ມ ​ໃນ​ຂະນະ​ທີ່ ປອກຕຸ​ຍການ ​ແລະ ກາ​ນາ ​ມີ 1 ຄະ​ແນນ.

​ໃນ​ວັນ​ພະຫັດ​ທີ່​ຈະ​ມາ​ເຖິງນີ້ ສະຫະລັດ ພົບ​ກັບ ​ເຢຍຣະມັນ ​ແລະ ປອກຕຸຍ​ການ ຫລິ້ນ
ກັບ ການ​າ. ຖ້າ ສະຫະລັດ ​ແລະ ​ເຢຍຣະມັນ ສະ​ເໝີ​ກັນ ກໍ​ແມ່ນ​ວ່າ​ທັງ​ສອງໄດ້ຜ່ານ​
ເຂົ້າຮອບ​ຕໍ່​ໄປ.

ເບິ່ງວີດີໂອ ລາຍງານບານໂລກຈາກຜູ້ສື່ຂ່າວ ຂອງວີໂອເອ Scott Bobb
Fans from Around the World Enjoying Brazil World Cup
please wait

No media source currently available

0:00 0:01:58 0:00
XS
SM
MD
LG