ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການແຂ່ງຂັນເຕະບານໂລກ ຮອບຮອງຊະນະເລີດ


ເຢຍຣະມັນ ແຊ້ມປ້ຽນ ເຕະບານໂລກ 3 ສະໄໝ ຈະລົງສະໜາມ ສູ້ກັບສະເປນ ທີ່ເມືອງ DURBAN ອາຟຣິກາໃຕ້ ໃນວັນພຸດມື້ນີ້ ເພື່ອຍາດແຍ່ງເອົາສິດ ໃນການທີ່ຈະໄປຫລິ້ນ ກັບເນເທີແລນ ໃນການແຂ່ງຂັນ ເຕະບານໂລກ ຮອບຊະນະເລີດ.

ຖ້າຊະນະ ເຢຍຣະມັນ ກໍຈະເປັນທີມ ທີ່ສາມາດ ເຂົ້າໄປແຂ່ງຂັນ ເຕະບານໂລກ ຮອບຊິງຊະນະເລີດ ຫຼາຍເປັນປະວັດການ ຄື 8 ຄັ້ງ ເທື່ອສຸດທ້າຍ ແມ່ນໃນປີ 2002. ຖ້າສະເປນ ຫາກຊະນະ ກໍຈະເປັນເທື່ອທຳອິດ ທີ່ທີມຂອງປະເທດດັ່ງກ່າວ ໄດ້ມີໂອກາດ ເຂົ້າໄປແຂ່ງຂັນ ໃນຮອບຊິງຊະນະເລີດ.

ການແຂ່ງຂັນ ຮອບຊິງຊະນະເລີດ ເຕະບານໂລກ ຈະມີຂຶ້ນທີ່ ສະໜາມເຕະບານ SOCCER CITY ຂອງນະຄອນ JOHANNESBURG.

ເນເທີແລນ ມີສິດເຂົ້າໄປຫລິ້ນ ໃນຮອບຊິງຊະນະເລີດ ເຕະບານໂລກ ໃນວັນອັງຄານວານນີ້ ໂດຍການເອົາຊະນະ ທີມອູຣຸໄກວ 3 ປະຕູຕໍ່ 2. ນັກເຕະ WESLEY SNEIJDER ແລະ ARJEN ROBBEN ສາມາດຍິງປະຕູໄດ້ ຫ່າງກັນ 3 ນາທີ ໃນເຄິ່ງທີ 2 ທີ່ຊ່ອຍຄໍ້າປະກັນ ໃຫ້ເນເທີແລນ ໄດ້ຮັບໄຊຊະນະນັ້ນ.

ເນເທີແລນ ຈະໄດ້ເຂົ້າໄປແຂ່ງຂັນ ໃນຮອບຊິງຊະນະເລີດ ເປັນເທື່ອທຳອິດ ນັບແຕ່ປີ 1978 ເປັນຕົ້ນມາ ແລະກໍບໍ່ເຄີຍ ໄດ້ຄອງແຊ້ມປ້ຽນ ເຕະບານໂລກຈັກເທື່ອ.

XS
SM
MD
LG