ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການແຂ່ງຂັນ ເຕະບານໂລກ ຮອບ 8 ທີມ ເລີ້ມຂຶ້ນ ທີ່ ບຣາຊີລ (ສະໄລດ໌/ວີດີໂອ)


Germany's
ນັກເຕະບານເຢຍຣະມັນ ທ້າວ Miroslav Klose (ທີ 2 ຈາກຊາຍ) ພວມຢືດແຂ່ງ ລະຫວ່າງການຝຶກຊ້ອມ ນຶ່ງມື້ ກ່ອນການແຂ່ງຂັນ ຮອບ 8 ທີມ ລະຫວ່າງເຢຍຣະມັນ ແລະ ຝຣັ່ງ ທີ່ເດີ່ນ Maracana ໃນນະຄອນ Rio de Janeiro (3 ກໍລະກົດ 2014)
Germany's ນັກເຕະບານເຢຍຣະມັນ ທ້າວ Miroslav Klose (ທີ 2 ຈາກຊາຍ) ພວມຢືດແຂ່ງ ລະຫວ່າງການຝຶກຊ້ອມ ນຶ່ງມື້ ກ່ອນການແຂ່ງຂັນ ຮອບ 8 ທີມ ລະຫວ່າງເຢຍຣະມັນ ແລະ ຝຣັ່ງ ທີ່ເດີ່ນ Maracana ໃນນະຄອນ Rio de Janeiro (3 ກໍລະກົດ 2014)

ການແຂ່ງຂັນເຕະບານໂລກເລີ້ມຂຶ້ນອີກໃນວັນສຸກມື້ນີ້ ນຶ່ງມື້ຫລັງ ຈາກໄດ້ເກີດໂສກນາດຕະກຳ ຢູ່ທີ່ຫົວເມືອງນຶ່ງ ຊຶ່ງເປັນເຈົ້າພາບ
ຈັດການແຂ່ງຂັນ ເຮັດໃຫ້ມີຜູ້ເສຍຊີວິດໄປ 2 ຄົນ.

ທີມມະຫາອຳນາດຈາກຢູໂຣບ ຄື ຝຣັ່ງ ຈະສູ້ກັບ ເຢຍຣະມັນ ໃນ
ການແຂ່ງຂັນຮອບ 8 ທີມ.

ຝຣັ່ງ ເຄີຍຊະນະເຢຍຣະມັນ ມາແລ້ວ 4 ເທື່ອ ໃນການແຂ່ງຂັນ 6
ເທື່ອທີ່ຜ່ານມາແຕ່ເທື່ອຫຼ້າສຸດແມ່ນຊະນະຕຳແໜ່ງແຊ້ມເຕະບານ
ໂລກ ໃນປີ 1998.

CN- Some Brazilians Ignore World Cup as They Try to Survive
please wait

No media source currently available

0:00 0:02:01 0:00

ເຢຍຣະມັນບໍ່ໄດ້ຄອງຕຳແໜ່ງແຊ້ມເຕະບານໂລກ ມາຕັ້ງແຕ່ປີ 1990 ເວລາອະດີດເຢຍຣະ ມັນຕາເວັນຕົກ ໄດ້ຄວ້າເອົາຕຳແໜ່ງດັ່ງກ່າວ ໄປຄອງ.

ການແຂ່ງຂັນອີກຄູ່ນຶ່ງ ໃນຮອບ 8 ທີມ ໃນວັນສຸກມື້ນີ້ ແມ່ນລະຫວ່າງບຣາຊີລ ທີ່ເປັນແຊ້ມ 5 ສະໄໝ ກັບໂຄລອມເບຍ ຊຶ່ງບໍ່ເຄີຍໄດ້ຄອງຕຳແໜ່ງ ແຊ້ມເຕະບານໂລກມາກ່ອນ ແລະເຂົ້າແຂ່ງ ຂັນໃນຮອບ 8 ທີມ ເປັນເທື່ອທຳອິດ.

ການແຂ່ງຂັນເຕະບານໂລກໃນວັນສຸກມື້ນີ້ມີຂຶ້ນນຶ່ງມື້ຫລັງຈາກມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະບາດເຈັບອີກ 19 ຄົນ ເວລາຂົວຂ້າມທາງ ທີ່ສ້າງບໍ່ທັນແລ້ວ ພັງລົງມາ ທັບຖະໜົນສາຍ ນຶ່ງທີ່ເມືອງ Belo Horizonte.

BRAZIL BRIDGE COLLAPSE VO
please wait

No media source currently available

0:00 0:00:48 0:00

ເຈົ້າໜ້າທີ່ເວົ້າວ່າ ມີລົດຫຼາຍໆຄັນໄດ້ຖືກຂົວທີ່ພັງລົງມານັ້ນທັບ.

Belo Horizonte ແມ່ນເມືອງນຶ່ງ ທີ່ເປັນເຈົ້າພາບຈັດການແຂ່ງຂັນເຕະບານໂລກ ແລະຈະ ເປັນບ່ອນ ຈັດການແຂ່ງຂັນຮອບ 4 ທີມ ຫຼືຮອບຮອງຊະນະເລີດ ໃນວັນອັງຄານ ຈະມານີ້.

ສ່ວນອີກ 2 ຄູ່ ຈະແຂ່ງກັນໃນວັນເສົາມື້ອື່ນ ຄືອາເຈັນຕີນາ ຈະສູ້ກັບແບລຢ້ຽມ ທີ່ນະຄອນ Brasilia ແລະເນເທີແລນ ຈະສູ້ກັບຄອສຕາຣິກ້າ ຢູ່ທີ່ເມືອງ Salvador. ການແຂ່ງຂັນຊິງ ຕຳແໜ່ງແຊ້ມເຕະບານໂລກ ຈະມີຂຶ້ນໃນວັນທີ 13 ທີ່ນະຄອນ Rio de Janairo.

XS
SM
MD
LG