ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນ ເຕະບານໂລກ


ນັກເຕະກອງກາງ ຂອງ ສະຫະລັດ Michael Bradley (ຂວາ) ຍິງປະຕູ ໃນລະຫວ່າງ ການແຂ່ງຂັນ ເຕະບານໂລກ ສາຍ C ກັບ ສະໂລເວເນຍ (18 ມິຖຸນາ 2010)
ນັກເຕະກອງກາງ ຂອງ ສະຫະລັດ Michael Bradley (ຂວາ) ຍິງປະຕູ ໃນລະຫວ່າງ ການແຂ່ງຂັນ ເຕະບານໂລກ ສາຍ C ກັບ ສະໂລເວເນຍ (18 ມິຖຸນາ 2010)

ເຊີເບຍ ໄດ້ຊະນະເຢຍລະມັນ ແບບບໍ່ໜ້າເຊື່ອ 1 ປະຕູຕໍ່ 0 ໃນການສືບຕໍ່ ການແຂ່ງຂັນເຕະບານ ຊິງຂັນໂລກ ທີ່ອາຟຣິກາໃຕ້ ຂະນະທີ່ ສະຫະລັດ ສາມາດນຳມາສະເໝີ ກັບສະໂລເວເນຍ.

ການປະທະກັນຢ່າງແຮງ ໃນເຄິ່ງທຳອິດ ຂອງການແຂ່ງຂັນ ລະຫວ່າງເຊີເບຍ ແລະເຢຍຣະມັນ ເຮັດໃຫ້ຂາຍິງປະຕູ ຂອງທີມເຢຍຣະມັນ ນາຍ MIROSLAV KLOSE ໄດ້ຖືກລົງໂທດ ເປັນເທື່ອທີ 2 ແລະໄດ້ບັດແດງ ໂດຍອັດຕະໂນມັດ ຈຶ່ງເຮັດໃຫ້ລາວ ຕ້ອງໄດ້ອອກ ຈາກການແຂ່ງຂັນ. ເຫດການດັ່ງກ່າວ ເຮັດໃຫ້ທີມເຊີເບຍ ເປັນຝ່າຍໄດ້ປຽບ 1 ຄົນ ສຳຫລັບການແຂ່ງຂັນ ໃນເວລາທີ່ຍັງເຫຼືອຢູ່ ເກືອບ 2 ສ່ວນສາມ ຢູ່ທີ່ສະໜາມກິລາ PORT ELIZABETH.

ຂາຍິງເຊີເບຍ ນາຍ MILAN JOVANOVIC ໄດ້ຍິງປະຕູ ເຢຍລະມັນ ໃນໄລຍະເຜົາຂົນ ໃນນາທີທີ 38 ເຮັດໃຫ້ເຊີເບຍ ນຳໜ້າ 1 ປະຕູຕໍ່ 0 ແລະ ສາມາດຮັກສາ ຄະແນນດັ່ງກ່າວ ໄວ້ໄດ້ ຕະຫຼອດເຄິ່ງທີ 2.

ທີ່ນະຄອນ JOHANNESBURG ທີມຂອງສະຫະລັດ ໄດ້ໄລ່ຕິດຕາມ ທີມສະໂລເວເນຍ ທີ່ນຳໜ້າໄປແລ້ວ 2 ປະຕູນັ້ນ ມາສະເໝີກັນ 2 ປະຕູ ຕໍ່ 2.

ສ່ວນອີກຄູ່ນຶ່ງ ທີມອັງກິດ ໄດ້ສະເໝີ ກັບອາລຈີເຣຍ 0 ປະຕູຕໍ່ 0 ໃນການແຂ່່ງຂັນ ທີ່ນະຄອນເຄບທາວນ໌.

XS
SM
MD
LG