ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການແຂ່ງຂັນ ເຕະບານ ຊິງຂັນໂລກ ທີ່ອາຟຣິກາໃຕ້


ພວມມີຄວາມຕື່ນເຕັ້ນ ຢ່າງໃຫຍ່ ຢູ່ທີ່ອາຟຣິກາໃຕ້ ໃນວັນສຸກມື້ນີ້ ຂະນະທີ່ ປະເທດດັ່ງກ່າວ ພ້ອມແລ້ວ ຈະລົງແຂ່ງຂັນ ຄູ່ທຳອິດ ໃນການເຕະບານ ຊິງຂັນໂລກປີ 2010 ຊຶ່ງນັບເປັນ ເທື່ອທຳອິດ ທີ່ໄດ້ຈັດຂຶ້ນ ຢູ່ທະວີບ ອາຟຣິກາ.

ການແຂ່ງຂັນ ເປັນເວລານຶ່ງເດືອນ ທີ່ມີ 32 ປະເທດ ເຂົ້າຮ່ວມ ເລີ້ມຂຶ້ນດ້ວຍ ທີມອາຟຣິກາໃຕ້ ລົງສະໜາມ ສູ້ກັບ ທີມເມັກຊິໂກ ທີ່ສະໜາມກິລາ ທີ່ສ້ອມແປງໃໝ່ ຂອງນະຄອນ JOHANNESBURG.

ແຕ່ເວລາ ອັນສະງ່າງາມ ດັ່ງກ່າວ ຊໍ້າພັດມີຂ່າວ ທີ່ເສົ້າສະຫລົດໃຈ ກ່ຽວກັບ ການເສຍຊີວິດ ໃນອຸບັດຕິເຫດ ທາງລົດ ຂອງເຫຼນສາວ ທ່ານ NELSON MANDELA ປະທານາທິບໍດີ ຄົນທຳອິດ ໃນຍຸກຫຼັງ ການແບ່ງແຍກ ເຊື້ອຊາດຜິວພັນ ອາພາເທ່ ຂອງອາຟຣິກາໃຕ້ ພ້ອມທັງຍັງເປັນ ຜູ້ທີ່ໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບນັ້ນ. ທ່ານ MANDELA ຊຶ່ງໃນປັດຈຸບັນ ມີອາຍຸ 91 ປີ ຄາດວ່າຈະໄປ ປາກົດໂຕ ເປັນເວລາສັ້ນໆ ໃນພິທີເປີດ ການແຂ່ງຂັນນັ້ນ ແຕ່ໄດ້ປະກາດ ໃນວັນສຸກ ມື້ນີ້ວ່າ ທ່ານຈະບໍ່ສາມາດ ໄປຮ່ວມພິທີໄດ້.

ອາຟຣິກາໃຕ້ ໄດ້ເລີ້ມສະຫຼອງ ເປີດການແຂ່ງຂັນ ໃນແລງວັນພະຫັດ ພ້ອມກັບການສະແດງຄອນເສີດ ແລະ ຈັດງານລື້ນເລີງ ອື່ນໆຫຼາຍຢ່າງ ໃນທົ່ວປະເທດ. ການແຂ່ງຂັນເຕະບານ ຊິງຂັນໂລກ ຈະມີຂຶ້ນ ຢູ່ຕາມສະໜາມກິລາຕ່າງໆ 10 ບ່ອນ ໃນທົ່ວອາຟຣິກາໃຕ້ ຮວມທັງ SOCCER CITY ແລະສວນ ELLIS ໃນນະຄອນ JOHANNESBURG.

XS
SM
MD
LG