ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການແຂ່ງຂັນເຕະບານໂລກ ຮອບຊິງຊະນະເລີດ


ການແຂ່ງຂັນ ເຕະບານໂລກ ປີ 2010 ຮອບຊິງຊະນະ ເລີດ ທີ່ອາຟຣິກາໃຕ້ ໃນມື້ວັນອາທິດ ຈະມານີ້ ຈະ​ເປັນ​ການ ​ປະຊັນກັນ ລະຫວ່າງ ທີມສະເປນ ແລະເນເທີແລນ ເພື່ອຍາດເອົາຕຳແໜ່ງ ແຊັມເຕະບານ ນາໆຊາດ ເປັນເທື່ອທຳອິດ.

ການແຂ່ງຂັນ ເຕະບານໂລກ ຮອບຊິງແຊັມ ຈະມີຂຶ້ນ ທີ່ສະໜາມກິລາ SOCCER CITY ໃນນະຄອນ JOHANNESBURG ເພື່ອມ້ວນທ້າຍ ການແຂ່ງຂັນ ເຕະບານໂລກ ທີ່ອາຟຣິກາໃຕ້. ໃນການແຂ່ງຂັນກັນ 8 ຄັ້ງກ່ອນໜ້ານີ້ ເນເທີແລນ ໄດ້ຊະນະສະເປນ 4 ເທື່ອ ແລະຈາວກັນ ເທື່ອນຶ່ງ.

ເຢຍຣະມັນ ແລະອະດີດແຊັມ ເຕະບານໂລກ ສອງສະໄໝ ອູຣຸໄກວ ຈະລົງແຂ່ງຂັນ ເອົາທີ 3 ໃນມື້ວັນເສົາ ຈະມາ ທີ່ສະໜາມກິລາ ເມືອງ PORT ELIZABETH.

ສະເປນ ໄດ້ຊະນະ ເຢຍຣະມັນ 1 ປະຕູຕໍ່ 0 ໃນການແຂ່ງຂັນ ຮອບຮອງຊະນະເລີດ ທີ່ສະໜາມກິລາ ເມືອງ DURBAN ​ໃນວັນ​ພຸດ​ວານ​ນີ້ ຂະນະທີ່ເນເທີແລນ ຊະນະອູຣຸໄກວ 3 ປະຕູຕໍ່ 2 ໃນການແຂ່ງຂັນ ທີ່ນະຄອນ CAPE TOWN ໃນມື້ວັນອັງຄານ ຜ່ານມາ.

XS
SM
MD
LG