ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນ ເຕະບານໂລກ


ອູຣຸໄກວ ອະດີດແຊ້ມປ້ຽນ 2 ສະໄໝ ໄດ້ຊະນະການາ ໃນການແຂ່ງຂັນ ເຕະບານໂລກ ຮອບ 8 ທີມ ປີ 2010 ທີ່ອາຟຣິກາໃຕ້ ໃນມື້ວັນສຸກວານນີ້. ຫຼັງຈາກ ສະເໝີກັນ 1 ປະຕູຕໍ່ 1 ໃນການແຂ່ງຂັນ ເວລາທຳມະດາ 90 ນາທີ ແລະຕໍ່ເວລາ ຕື່ມອີກ 30 ນາທີແລ້ວ ກໍໄດ້ມີການ ຍິງລູກໂທດກັນ ທີ່ອູຣຸໄກວ ໄດ້ຊະນະ 4 ປະຕູຕໍ່ 2. ການຊະນະ ດັ່ງກ່າວ ຈະເປີດໂອກາດໃຫ້ ທີມອູຣຸໄກວ ໄປພົບກັບ ທີມເນເທີແລນ ໃນການແຂ່ງຂັນ ຮອບຮອງຊະນະເລີດ ໃນວັນອັງຄານ ຈະມາ ທີ່ນະຄອນ CAPE TOWN.

ນາຍ SULLEY MUNTARI ຈາກທີມການາ ໄດ້ຍິງປະຕູ ອູຣຸໄກວ ໃນນາທີທີ 45 ແລະນາຍ DIEGO FORLAN ຈາກທີມອູຣຸໄກວ ສາມາດຍິງ ປະຕູການາຄືນ ໃນນາທີທີ 55 ຂອງການແຂ່ງຂັນ. ໄຊຊະນະ ໃນຄັ້ງນີ້ ເຮັດໃຫ້ອູຣຸໄກວ ສາມາດເຂົ້າໄປຫຼິ້ນ ໃນຮອບຮອງຊະນະເລີດ ເປັນເທື່ອທຳອິດ ໃນຮອບ 40 ປີ.

ສ່ວນການແຂ່ງຂັນ ຂອງອີກຄູ່ນຶ່ງ ທີ່ PORT ELIZABETH ໃນມື້ວານນີ້ ເນເທີແລນ ໄດ້ເຂົ້າໄປຫຼິ້ນ ໃນຮອບຮອງຊະນະເລີດ ຫຼັງຈາກ ໄດ້ຊະນະບຣາຊີລ ແຊ້ມປ້ຽນ ເຕະບານໂລກ 5 ສະໄໝ ດ້ວຍຄະແນນ 2 ປະຕູຕໍ່ 1.

ສຳລັບການແຂ່ງຂັນ ເຕະບານໂລກ ຮອບ 8 ທີມ ໃນວັນເສົາມື້ນີ້ ອາເຈັນຕິນາ ອະດີດແຊ້ມປ້ຽນ 2 ສະໄໝ ຈະລົງສະໜາມ ສູ້ກັບ ເຢຍຣະມັນ ທີ່ນະຄອນ CAPE TOWN ແລະປາຣາໄກວ ຈະສູ້ກັບສະເປນ ຊຶ່ງເປັນແຊ້ມຢູໂຣບ ທີ່ນະຄອນ JOHANNESBURG.

XS
SM
MD
LG