ຣັດເຊຍ ໄດ້ຖືກຄັດເລືອກໃຫ້
ເປັນເຈົ້າພາບຈັດການແຂ່ງຂັນ
ກິລາບານເຕະໂລກ ຫລື
World Cup ປີ 2018 ໃນ
ຂະນະທີ່ການແຂ່ງຂັນຮອບ
ປີ 2022 ນັ້ນໄດ້ມອບໃຫ້ປະ
ເທດ Qata rເປັນເຈົ້າພາບ.
ອົງການບໍລິຫານການແຂ່ງຂັນກິລາບານເຕະໂລກ ຟີຟາ ໄດ້ເປີດເຜີຍຜົນການຄັດເລືອກທັງສອງນີ້ໃຫ້ຮູ້ ໃນພິທີປະກາດທີ່ຈັດຂຶ້ນຢູ່ນະຄອນ Zurich ປະເທດ Switzerland ໃນວັນພະຫັດມື້ວານນີ້.
ທ່ານ Sepp Blatter ປະທານອົງການຟີຟາ ໄດ້ປະກາດຜົນການຄັດເລືອກນີ້ ຕໍ່ຄະນະ
ຜູ້ແທນຈາກບັນດາປະເທດທີ່ໄດ້ຍື່ນຄຳຮ້ອງເຂົ້າແຂ່ງຂັນເປັນເຈົ້າພາບ.
ຣັດເຊຍໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບ ໂດຍໄດ້ເອົາຊະນະອັງກິດ ແລະການຂໍເປັນເຈົ້າ
ພາບຮ່ວມກັນຂອງສະເປນ ກັບປອກຕຸຍກາລ, ແລະຂອງເບັນຢຽມກັບເນເທີແລນ.
ສ່ວນທາງ Qatar ນັ້ນ ໄດ້ຖືກຄັດເລືອກເພື່ອໃຫ້ເປັນເຈົ້າພາບຈັດການແຂ່ງຂັນຮອບປີ
2022 ໂດຍໄດ້ຊະນະຍີ່ປຸ່ນ, ເກົາຫລີໃຕ້, ອອສເຕຣເລຍ ແລະ ສະຫະລັດ.
Qatar ຈະເປັນປະເທດທຳອິດໃນເຂດພາກຕາເວັນອອກກາງ ທີ່ຈະໄດ້ເປັນເຈົ້າພາບຈັດ
ການແຂ່ງຂັນ World Cup ໃນຂະນະທີ່ World Cup ປີ 2018 ກໍຈະເປັນຄັ້ງທຳອິດ
ທີ່ຣັດເຊຍຈະໄດ້ເປັນເຈົ້າພາບຈັດການແຂ່ງຂັນບານເຕະໂລກອັນນີ້.