ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ເຢັຍລະ​ມັນ​ຊະນະ​ຢູຣຸກວາ​ຍ


ການແຂ່ງຂັນບານເຕະໂລກ ຣອບຊິງເອົາທີ່ສາມ ລະວ່າງເຢັຍລະມັນ ແລະ ຢູຣຸກວາຍ
ຜົນ ເຢັຍລະມັນຊະນະ 3 ຕໍ່ 2
ການແຂ່ງຂັນບານເຕະໂລກ ຣອບຊິງເອົາທີ່ສາມ ລະວ່າງເຢັຍລະມັນ ແລະ ຢູຣຸກວາຍ ຜົນ ເຢັຍລະມັນຊະນະ 3 ຕໍ່ 2

ຜົນການ​ແຂ່ງຂັນຍາດເອົາທີ 3 ຂອງ​ World Cup ແມ່ນ ​ເຢັຍລະ​ມັນ​ຊະນະ​ຢູຣຸກວາ​ຍ 3 ຕໍ່ 2 ຂອງ​ຊ່ວງ​ເວລາ​ສຸດ​ທ້າຍ

ນາຍ Sami Khedira ຂອງ​ເຢັຍລະ​ມັນຍິງ​ປະຕູ​ໄດ້​ໃນ​ນາທີ​ທີ່ 82 ຊຶ່ງການ​ເສຍ​ໄຊ​ຄັ້ງ​ນີ້ແມ່ນ​ເປັນການ​ສິ້ນ​ສຸດ​ຂອງຄວາມ​ຫວັງ​ທີ່​ວ່າ​ ຢູຣຸກວາ​ຍຈະ​ເອົາ​ຊະນະ​ເຢັຍລະ​ມັນໄດ້​ເທື່ອ​ທຳ​ອິດໃນຮອບ 82 ປີຜ່ານມາ.

ນາຍ Thomas Mueller ຂອງ​ເຢັຍລະ​ມັນສາມາດ​ຍິງ​ປະຕູ​ໄດ້​ໃນ ນາທີທີ່ 19 ຂອງ​ເວລາ​ຊ່ວງ​ທຳ​ອິດ ຊຶ່ງ​ເປັນ​ການ​ຍິງ​ປະຕູ​ຄັ້ງ​ທີ່ 5 ຂອງນາຍ Thomas ໃນ​ການ​ແຂ່ງຂັນ​ຄັ້ງ​ນີ້ ​ແຕ່​ນາຍ Edinson Cavani ຂອງຢູຣຸກວາ​ຍ ກໍ​ຍິງ​ປະຕູ​ໄດ້​ນຶ່ງ​ເທົ່າ​ໃນ​ເວລາ 9 ນາທີ​ຕໍ່​ມາ.

ທີ​ມຢູຣຸກວາ​ຍ​ນຳໜ້າທຳ​ຄະ​ແນນ​ສອງ​ນຶ່ງ​ໃນ​ຊ່ວງເວລາທີ່ສອງ ໂດຍນາຍ Diego Forlan ​ຍິງ​ປະຕູ​ໄດ້ ​ແຕ່​ນາຍ Marcell Jansen ຂອງເຢັຍລະມັນ ກໍຍິງປະຕູໄດ້ອີກເປັນສອງເທົ່າໃນເວລາເກົ້ານາທີຕໍ່ມາ. ຜົນສຸດທ້າຍເຢັຍລະມັນຊະນະຢູຣຸກວາຍ 3 ຕໍ່ 2

ການແຂ່ງຂັນຮອບຊະນະເລີດຈະມີຂື້ນໃນວັນອາທິດມື້ນີ້ ລະຫວ່າງທີມ Spain ແລະ ທີມ Netherland.

XS
SM
MD
LG