ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອັງກິດກັບອາເມຣິກາ ສະເໝີກັນ 1 ຕໍ່ 1


ປະຊາຊົນຫລາຍພັນຄົນເບິ່ງການແຂ່ງຂັນບານເຕະລະວ່າງອັງກິດແລະສະຫະລັດ ທາງທີວີ
ວັນເສົາທີ່ 12 ເດືອນນີ້ ຜົນສະເໝີກັນ 1 ຕໍ່ 1
ປະຊາຊົນຫລາຍພັນຄົນເບິ່ງການແຂ່ງຂັນບານເຕະລະວ່າງອັງກິດແລະສະຫະລັດ ທາງທີວີ ວັນເສົາທີ່ 12 ເດືອນນີ້ ຜົນສະເໝີກັນ 1 ຕໍ່ 1

ຜົນ​ການ​ແຂ່ງຂັນ​ເຕະບານ​ໂລກ ວັນ​ເສົາ​ວານ​ນີ້ ໃນການແຂ່ງຂັນ ທີ່ມີ​ແຟນລໍຖ້າ​ເບິ່ງ​ຢ່າງ​ກະຕືລືລົ້ນນັ້ນ ປາກົດ​ວ່າ ອັງກິດ ກັບສະຫະລັດ ສະເໝີກັນ 1 ຕໍ່ 1 ໃນມື້ທີ່ສອງຂອງ​ການ​ແຂ່ງ ຂັນ World Cup ໂດຍທີມຂອງປະເທດອັງກິດ ທຳຄະແນນ​ໄດ້ກ່ອນ ແຕ່ຜູ້ຮັກສາປະຕູຂອງທີມອັງກິດຕ້ານບານບໍ່ໄດ້ ຫລັງ​ຈາກ​ລົງສະໜາມແຂ່ງ​ໄດ້ປະມານ 40 ນາທີ ຈຶ່ງເປີດໂອກາດໃຫ້ສະຫະລັດສາມາດທຳຄະແນນສະເໝີ ກັນໃນທີ່ສຸດ.

ທີມຂອງສະຫະລັດ​ແມ່ນ​ເປັນ​ຝ່າຍ​ເສຍປຽບໃນການແຂ່ງຂັນກັນກັບ ອັງກິດຄັ້ງນີ້ທີ່ເມືອງ Rustenburg ໃນເຂດຕາເວັນຕົກສ່ຽງເໜືອຂອງປະເທດອາ​ຟຣິກາ​ໃຕ້ນັ້ນ.

ອັງກິດ ທີ່ຖືວ່າເປັນທີມນຶ່ງທີ່ແຂງໃນການແຂ່ງຂັນບານເຕະ​ໂລກປີນີ້ ກຳລັງພະຍາຍາມຈະຍາດ​ເອົາ​ຂັນ World Cup ມາ​ໃຫ້​ໄດ້​ເປັນເທື່ອທຳອິດນັບຕັ້ງແຕ່ປີ 1966 ມາ.

ຮອງປະທານາທິບໍດີສະຫະລັດ ທ່ານ ໂຈ ບາຍເດັນ ໄດ້ເຂົ້າຮ່ວມໃນການແຂ່ງຂັນວັນເສົາວານນີ້ ຕາງໜ້າສະຫະລັດ.

ໃນການແຂ່ງຂັນສອງ​ຄູ່ ​ກ່ອນ​ທີ​ມອັງກິດ​ກັບ​ສະຫະລັດເມື່ອວັນເສົາວານນີ້ ​ແມ່ນທີມອາເຢັນຕິນາ ຊະນະ ​ໄນ​ຈີ​ເຣຍ 1 ຕໍ່ 0 ແລະທີມເກົາຫລີ ໄຕ້ ຊະນະກຣີຊ 2 ຕໍ່ 0.

XS
SM
MD
LG