ເກືອບ 200 ປະເທດຈາກທົ່ວໂລກ ໄດ້ບັນລຸຂໍ້ຕົກລົງຄັ້ງປະຫວັດສາດ ເພື່ອຫລຸດຜ່ອນ ການປ່ອຍແກັສເຮືອນແກ້ວທີ່ໃຊ້ຢູ່ໃນຕູ້ເຢັນ ແລະເຄຶື່ອງປັບອາກາດ ຊຶ່ງເປັນບາດກ້າວ ອັນສຳຄັນໃນການຕໍ່ສູ້ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຂໍ້ຕົກລົງດັ່ງກ່າວ ໄດ້ປະກາດໃນວັນເສົາມື້ນີ້ ຢູ່ກອງປະຊຸມທີ່ນະຄອນ Kigali ປະເທດ Rwanda.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກ່າວກ່ຽວຂໍ້ຕົກລົງສະບັບນີ້ ຊຶ່ງ
ມີ 197 ປະເທດ ແລະລັດຖະບານຕ່າງໆເຂົ້າຮ່ວມວ່າ “ມັນເປັນ ບາດກ້າວທີ່ກ້າຫານໄປໜ້າ.”
ໂຮງງານຜະລິດແກັສ hydrofluorocarbon ຫລື HFC ໄດ້ຖືກນຳສະເໜີເມື່ອຫລາຍທົດສະວັດກ່ອນ ອັນເປັນທາງເລືອກຕໍ່ການນຳໃຊ້ສານເຄມີທີ່ເຮັດໃຫ້ເຂດ ozone ບາງລົງ ແຕ່ໄດ້ກັບເປັນສາເຫດເຮັດໃຫ້ໂລກຂອງເຮົາມີອຸນຫະພູມສູງຂຶ້ນ. ແຕ່ອັນຕະລາຍຂອງມັນໄດ້ເພີ້ມຂຶ້ນ ໃນຂະນະທີ່ການຂາຍຕູ້ເຢັນ ແລະເຄື່ອງປັບອາກາດຫລາຍຂຶ້ນ ຢູ່ໃນບັນດາປະເທດທີ່ມີເສດຖະກິດພຸ່ງພົ້ນໃໝ່ຄືດັ່ງຈີນແລະອິນເດຍ. ເຄື່ອງປັບອາກາດ ແມ່ນຕົວ ການ ທີ່ພາໃຫ້ມີການນຳໃຊ້ແກັສ HFC ເພີ້ມຂຶ້ນຫຼາຍທີ່ສຸດ ອີງຕາມຫ້ອງທົດລອງແຫ່ງຊາດ Berkeley ທີ່ກະປະມານວ່າ ເຄື່ອງປັບອາກາດອີກ 700 ລ້ານໜ່ວຍ ຈະຖືກນຳໃຊ້ ພາຍໃນປີ 2030.
ຂໍ້ຕົກລົງນີ້ໄດ້ແບ່ງປະເທດຕ່າງໆອອກເປັນສາມກຸ່ມ ໂດຍຈະມີກຳນົດເວລາທີ່ຕ່າງກັນໃນການເລີ້ມຫລຸດຜ່ອນການນຳໃຊ້ແກັສ HFC. ສະຫະລັດແລະສ່ວນ ໃຫຍ່ຂອງຢູໂຣບ ໄດ້ໝາຍໝັ້ນທີ່ຈະຫລຸດຜ່ອນການໃຊ້ແກັສດັ່ງກ່າວເລີ້ມດ້ວຍ ການຫລຸດລົງ 10 ເປີເຊັນໃນປີ 2019 ແລະຫລຸດລົງອີກ 85 ເປີເຊັນພາຍໃນປີ 2036.
ສ່ວນສອງກຸ່ມຂອງບັນດາປະເທດທີ່ກຳລັງພັດທະນານັ້ນຈະຮັກສາລະດັບການໃຊ້ ແກັສດັ່ງກ່າວ ໃນລະຫວ່າງປີ 2024 ຫລື 2028 ແລະຫລັງຈາກນັ້ນກໍຈະຄ່ອຍຫລຸດຜ່ອນລົງເປັນລຳດັບ. ອິນເດຍ ອີຣ່ານ ອີຣັກ ປາກິສຖານ ແລະບັນດາປະເທດໃນເຂດອ່າວເປີເຊຍ ຈະປະຕິບັດຕາມເສັ້ນຕາຍໃນເວລາຕໍ່ໄປ.
ບັນດາປະເທດຮັ່ງມີຈຳນວນນຶ່ງໄດ້ເລີ້ມຫລຸດຜ່ອນການໃຊ້ແກັສ HFC ຂອງເຂົາເຈົ້າແລ້ວ.