ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງໃຫຍ່ ທົ່ວໂລກ ວາງແຜນ ເສີມກຳລັງ ຮັກສາຄວາມປອດໄພ ໃນວັນປີໃໝ່ 2017 ນີ້


ຊາຍຄົນໜຶ່ງ ຖາມທາງ ຕຳຫຼວດຕິດອາວຸດເຕັມອັດຕາ ໜ່ວຍຕໍ່ຕ້ານ ການກໍ່ການຮ້າຍ ສອງທ່ານ ທີ່ປະຈຳການ ຢູ່ທີ່ Times Square, ເມື່ອວັນພະຫັດ ທີ 29 ທັນວາ 2016, ໃນນະຄອນ New York.
ຊາຍຄົນໜຶ່ງ ຖາມທາງ ຕຳຫຼວດຕິດອາວຸດເຕັມອັດຕາ ໜ່ວຍຕໍ່ຕ້ານ ການກໍ່ການຮ້າຍ ສອງທ່ານ ທີ່ປະຈຳການ ຢູ່ທີ່ Times Square, ເມື່ອວັນພະຫັດ ທີ 29 ທັນວາ 2016, ໃນນະຄອນ New York.

ເມືອງໃຫຍ່ໆໃນທົ່ວໂລກ ແມ່ນກຳລັງສຸມໃສ່ເລື່ອງດ້ານການຮັກສາຄວາມປອດໄພ ໃນຂະນະທີ່ຄາດກັນໄວ້ວ່າ ຈະມີຝຸງຄົນຢ່າງໜາແໜ້ນ ອອກມາ ສະເຫຼີມສະຫຼອງ ຕ້ອນຮັບ ປີໃໝ່ 2017 ນີ້.

ດ້ວຍການເສີມ ການຮັກສາຄວາມປອດໄພ ທີ່ມີຢູ່ ໃນຫຼາຍໆເມືອງນັ້ນ ກໍເປັນສາເຫດ ມາຈາກ ການຈີ້ເອົາລົດບັນທຸກ ທີ່ໃຊ້ໃນການໂຈມຕີ ເມື່ອວັນທີ 19 ເດືອນທັນວາ ທີ່ຜ່ານມາ ຢູ່ຕະຫຼາດ ຄຣິສມັສໃນນະຄອນ ເບີລິນ ທີ່ໄດ້ສັງຫານ 12 ຄົນ ແລະ ການໂຈມຕີອື່ນໆອີກ ໃນລະຫວ່າງປີ 2016.

ລັດຖະມົນຕີ ກະຊວງພາຍໃນຂອງຝຣັ່ງ ທ່ານ Bruno Le Roux, ກາງ, ຈັບມືກັບບັນດາເຈົ້າໜ້າທີ່ຕຳຫຼວດ ໃນລະຫວ່າງການຢ້ຽມຢາມ ເພື່ອເບິ່ງການມີໜ້າ ຂອງຕຳຫຼວດໃນການຮັກສາຄວາມປອດໄພ ຢູ່ທີ່ຖະໜົນ Champs Elysees, ໃນນະຄອນ Paris, ວັນອາທິດ, ທີ 11 ທັນວາ 2016.
ລັດຖະມົນຕີ ກະຊວງພາຍໃນຂອງຝຣັ່ງ ທ່ານ Bruno Le Roux, ກາງ, ຈັບມືກັບບັນດາເຈົ້າໜ້າທີ່ຕຳຫຼວດ ໃນລະຫວ່າງການຢ້ຽມຢາມ ເພື່ອເບິ່ງການມີໜ້າ ຂອງຕຳຫຼວດໃນການຮັກສາຄວາມປອດໄພ ຢູ່ທີ່ຖະໜົນ Champs Elysees, ໃນນະຄອນ Paris, ວັນອາທິດ, ທີ 11 ທັນວາ 2016.

ຢູ່ທີ່ນະຄອນຫຼວງຂອງເຢຍຣະມັນ ໄດ້ມີການນຳເອົາສິ່ງກີດຂວາງຕ່າງໆ ທີ່ເປັນ
ຄອນກຣິດ ເປຕົງ ມາເສີມໃສ່ ແລະ ລົດຫຸ້ມເກາະປະກອບດ້ວຍອາວຸດ ຫຼາຍຄັນ ມາປະຈຳຢູ່ໃກ້ກັບປະຕູ Brandenburg ອັນເປັນລາຍການ ສະເຫຼີມສະຫຼອງ ຕາມປະເພນີ ເພື່ອປົກປ້ອງຝຸງຄົນທັງຫຼາຍ ຈາກພວກລົດບັນທຸກດັ່ງກ່າວນັ້ນ.

ນະຄອນ ປາຣີ ໄດ້ຍົກເລີກການຈູດບັ້ງໄຟດອກ ຢູ່ທີ່ຫໍ Eiffel ອີກຄັ້ງໜຶ່ງໃນປີນີ້ ແຕ່ເວທີການສະແດງຕ່າງໆ ຈະມີຢູ່ຕາມເສັ້ນຖະໜົນ Champs-Elysees ຊຶ່ງໄດ້ຖືກເສີມດ້ວຍກຳລັງທະຫານຕິດອາວຸດ ແລະສິ່ງກີດຂວາງການສັນຈອນ
ທັງຫຼາຍ.

ສ່ວນຢູ່ໃນນະຄອນ ລອນດອນ ຕຳຫຼວດຕິດອາວຸດ ຈະປະຈຳການ ຢູ່ຕາມລົດ
ໄຟໃຕ້ດິນ ເປັນຄັ້ງທຳອິດ. ພວກເຈົ້າໜ້າທີ່ຕຳຫຼວດຕິດອາວຸດ ບາງສ່ວນ ໄດ້ປົກປ້ອງລະບົບຂົນສົ່ງ ລົດໄຟໃຕ້ດິນ ເມື່ອສອງສາມປີຜ່ານມານີ້ ແຕ່ຄັ້ງນີ້ ເປັນເທື່ອທຳອິດທີ່ເຈົ້າໜ້າທີ່ຕຳຫຼວດພົກປືນ ຈະຂີ່ລົດໄຟພ້ອມກັນກັບ ບັນດາ ຜູ້ໂດຍສານທີ່ເດີນທາງໄປ ແລະ ມາຈາກ ຈັດຕຸລັດ Trafalgar ແລະ ຕາມແຄມ
ຝັ່ງແມ່ນ້ຳ Thames ທີ່ສະເຫຼີມສະຫຼອງ ປີໃໝ່ນີ້.

ບັນດາເຈົ້າໜ້າທີ່ ນະຄອນ New York City ໄດ້ນຳເອົາລົດບັນທຸກ ເກັບຂີ້ເຫຍື້ອ ທີ່ບັນຈຸດ້ວຍດິນຊາຍ ຈຳນວນຫຼາຍສິບຄັນ ມາຈອດໄວ້ ແຕ່ລະຈຸດ ໃນລະຫວ່າງ ບັນດາຕຶກສູງທຽມຟ້າ ໃນ ບໍລິເວນ Times Squar ຂອງຕົວເມືອງ Manhattan. ພວກລົດບັນທຸກດັ່ງກ່າວ ແມ່ນຈະໃຊ້ເປັນກຳແພງປົກປ້ອງ ໃນຂະນະທີ່ ຄາດກັນ
ວ່າ ພວກຄົນທ່ອງທ່ຽວທົ່ວໄປ ທີ່ເຂົ້າມາຮ່ວມ ໃນການນັບຖອຍຫຼັງ ເພື່ອການຍິງ ບັ້ງໄຟດອກ ແລະ ການປ່ອຍເຈ້ຍຫຼາກຫຼາຍສີ ຈະໄດ້ຖືກວ່ານອອກມາ ເພື່ອເປັນ
ຂີດໝາຍ ການເລີ້ມຕົ້ນປີໃໝ່ 2017.

ການສະເຫຼີມສະຫຼອງປີໃໝ່ 2017 ທີ່ສຳຄັນ ອີກແຫ່ງໜຶ່ງ ຈະເລີ່ມຕົນ ຂຶ້ນຢູ່ໃນ ປະເທດອອສເຕຣເລຍ ບ່ອນທີ່ ມີເຈົ້າໜ້າທີ່ຕຳຫຼວດ ເພີ່ມຕື່ມອີກ 2,000 ຄົນ ແລະ ພວກລົດເມຫຼາຍຄັນ ທີ່ຈະຖືກນຳໃຊ້ເປັນກຳແພງເຄື່ອນຍ້າຍ ໃນການປົກປ້ອງ ຄ່ຳຄືນຂອງການບັນເທີງ ທີ່ມີຊື່ສຽງ ຂອງທ່າເຮືອ ນະຄອນ Sydney ຊຶ່ງຈະເຖິງ
ຈຸດສູງສຸດ ໃນຕອນກາງຄືນ ດ້ວຍການສະແດງ ບັ້ງໄຟດອກ ທີ່ຈະເລີ້ມຕົ້ນຂຶ້ນ
ຈາກຂົວ Harbor Bridge ທີ່ມີຊື່ສຽງໂດ່ງດັງທີ່ສຸດ ຂອງອອສເຕຣເລຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG