ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຕົວເມືອງຕ່າງໆ ໃນທົ່ວໂລກ ມີຄວາມຕື່ນຕົວລະວັງໄພ ກ່ອນການສະຫຼອງ ປີໃໝ່ຈະມາເຖິງ


ສະມາຊິຫ້ອງການປາບປາມລັດທິກໍ່ການຮ້າຍຂອງກົມຕຳຫຼວດ
ນະຄອນ ນິວຢອກ ຕິດຕາມການຮັກສາຄວາມປອດໄພໃນຈະ
ຕຸລັດ ໄທມ໌ (Times Squareກ່ອນການສະເຫຼີມສະຫຼວງປີໃໝ່
ໃນເຂດ ແມນແຮັດຕັນ. 29 ທັນວາ, 2017.
ສະມາຊິຫ້ອງການປາບປາມລັດທິກໍ່ການຮ້າຍຂອງກົມຕຳຫຼວດ ນະຄອນ ນິວຢອກ ຕິດຕາມການຮັກສາຄວາມປອດໄພໃນຈະ ຕຸລັດ ໄທມ໌ (Times Squareກ່ອນການສະເຫຼີມສະຫຼວງປີໃໝ່ ໃນເຂດ ແມນແຮັດຕັນ. 29 ທັນວາ, 2017.

ກອງກຳລັງຕຳຫຼວດ, ພວກເຈົ້າໜ້າທີ່ທະຫານ ແລະ ໜ່ວຍຮັກສາຄວາມປອດໄພ ຈະ
ຖືກສົ່ງໄປປະຈຳການຢູ່ຕາມຫົວເມືອງຕ່າງໆໃນທົ່ວໂລກ ເພື່ອປ້ອງກັນຄວາມປອດ
ໄພໃຫ້ແກ່ຝູງຊົນທີ່ໄປເຕົ້າໂຮມກັນລໍຖ້າການມາເຖິງຂອງປີໃໝ່ 2018.

ທີ່ ສະຫະລັດ ພວກເຈົ້າໜ້າທີ່ນະຄອນ ນິວຢອກ ໄດ້ປະກາດວ່າ ພວກເພິ່ນຈະໃຊ້ວິທີ
ກວດກາສອງຊັ້ນ ກວດຫາພວກມືປືນ ສໄນເປີ້ ການອັດຖະໜົນທາງຫຼາຍແຫ່ງ ແລະ
ໝາທີ່ໄດ້ຮັບການຝຶກແອບມາພິເສດຢູ່ຈະຕຸລັດ ໄທມ໌ສ໌ (Time Square) ເພື່ອຮັກສາ
ຄວາມປອດໄພໃຫ້ແກ່ຝູງຊົນທີ່ຄາດຄະເນວ່າຈະມີເຖິງ 2 ລ້ານຄົນມາເຕົ້າໂຮມກັນ
ເພື່ອຊົມ ລູກບອລ ປະຈຳປີ ທີ່ຈະຕົກລົງມາໃນເວລາທ່ຽງຄືນ.

ໃນນະຄອນ ລາສ ເວກັສ ໜ່ວຍຮັກສາດິນແດນແຫ່ງຊາດ 300 ຄົນຈະປະກອບສ່ວນ
ກັບຕຳຫຼວດ 1,500 ຄົນ ເພື່ອຮັກສາສາຍທາງທີ່ມີຊື່ສຽງໂດ່ງດັງທີ່ສຸດຂອງເມືອງ ທີ່
ເປັນບ່ອນຫຼິ້ນ ກາຊີໂນ ຣີຊັອດ ແລະໂຮງແຮມຕ່າງໆ. ການລະແວດລະວັງຮັກສາ
ຄວາມປອດໄພດັ່ງກ່າວ ປ້ອງກັນຝູງຊົນທີ່ຄາດວ່າຈະມີຫຼາຍກວ່າ 3 ແສນຄົນ ຈະປະ
ກອບດ້ວຍພວກຍິງປືນຍາວ ສໄນເປີ້ ປະຈຳຢູ່ກັບບ່ອນຢູ່ເທິງຫຼັງຄາ ແລະໜ່ວຍຮັບມື
ກັບການສຸກເສີນກໍຈະເພີ່ມຂຶ້ນເປັນສອງເທົ່າ ຈາກຈຳນວນເມື່ອປີກາຍນີ້.

ທີ່ ອາເມຣິກາໃຕ້ ຢູ່ນະຄອນ ຣິໂອ ເດິແຈນແນໂຣ ຕຳຫຼວດ ບຣາຊິລ ກໍໄດ້ວາງແຜນ
ເອົາກຳລັງ 12 ພັນຄົນໄປປະຈຳການຊຶ່ງເກືອບຫຼາຍກວ່າ 20 ເປີເຊັນ ຂອງປີກາຍນີ້
ສຳລັບການສະຫຼອງບຸນປີໃໝ່. ພວກເຈົ້າໜ້າທີ່ສາລະວັດທະຫານກ່າວວ່າ ເຂົາເຈົ້າ
ໄດ້ໂຈະ ບໍ່ໃຫ້ເຈົ້າໜ້າທີ່ຂອງຕົນຜູ້ໃດໄປພັກຍາມນີ້ ເພື່ອໃຫ້ໄດ້ມິກຳລັງພຽງພໍສຳ
ລັບປະຈຳໜ້າທີ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG