ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ດຣ. ຟາວຈີ ກ່າວວ່າ ໂລກບໍ່ສາມາດເລືອກ ລະຫວ່າງ ເສດຖະກິດ ກັບ ການຊ່ວຍຊີວິດຂອງປະຊາຊົນ


ແມ່ຍິງຄົນນຶ່ງໃສ່ໜ້າກາກ ໃນຂະນະທີ່ລາວຍ່າງຜ່ານປ້າຍທີ່ນຳໄປສູ່ພາກສ່ວນສຸກເສີນຢູ່ສູນການແພດ USC, ນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 2 ກໍລະກົດ, 2020.
ແມ່ຍິງຄົນນຶ່ງໃສ່ໜ້າກາກ ໃນຂະນະທີ່ລາວຍ່າງຜ່ານປ້າຍທີ່ນຳໄປສູ່ພາກສ່ວນສຸກເສີນຢູ່ສູນການແພດ USC, ນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 2 ກໍລະກົດ, 2020.

ບັນດາຜູ້ນຳໂລກບໍ່ສາມາດເລືອກລະຫວ່າງ ເສດຖະກິດ ກັບ ການຊ່ວຍຊີວິດຂອງປະຊາຊົນ, ອີງຕາມການກ່າວຂອງຜູ້ຊ່ຽວຊານລະດັບສູງດ້ານໂຣກຕິດຕໍ່ຂອງ ສະຫະລັດ.

ດຣ. ອາໂທນີ ຟາວຈີ ໄດ້ກ່າວຕໍ່ວາລະສານສະມາຄົມການແພດອາເມຣິກັນ ຫຼື JAMA ວ່າ “ເຈົ້າບໍ່ຢາກຊັ່ງຊາລະຫວ່າງ ຊີວິດຄົນກັບເສດຖະກິດ. ສະນັ້ນຈົ່ງໃຫ້ພາກສ່ວນສາທາລະນະສຸກ ຊ່ວຍພວກເຮົາເປີດເສດຖະກິດຄືນ ເພື່ອເປັນການຕ້ານກັບກຳລັງທີ່ຂັດແຍ້ງກັນທັງສອງນັ້ນ.”

ດຣ. ຟາວຈີ ໄດ້ກ່າວຄຳປາໄສໃນຂະນະທີ່ບັນດາຜູ້ປົກຄອງລັດໃນທົ່ວ ສະຫະລັດ ໄດ້ປິດຮ້ານກິນດື່ມ ແລະ ຮ້ານອາຫານອີກຄັ້ງນຶ່ງ ແລະ ໄດ້ກຳນົດການຫ້າມຕ່າງໆ ຍ້ອນກໍລະນີ ໂຄວິດ-19 ເພີ່ມ ຂຶ້ນຢ່າງໜ້າເປັນຫ່ວງ.

40 ຈາກ 50 ລັດໄດ້ລາຍງານການເພີ່ມຂຶ້ນໃນກໍລະນີໃໝ່, ແລະ ສະຖິຕິສຳລັບຕົວເລກຂອງກໍລະນີໃໝ່ໃນ ສະຫະລັດ ແມ່ນໄດ້ຖືກທຳລາຍທຸກໆວັນ.

ການກ້າວກະໂດດຂອງຕົວເລກ ໂຄວິດ-19 ແມ່ນຖືກຖິ້ມໂທດໃສ່ໃນສ່ວນນຶ່ງຂອງສິ່ງທີ່ຜູ້ປົກຄອງລັດ ນິວ ເຈຊີ ທ່ານ ຟິລ ເມີຟີ ໄດ້ເອີ້ນວ່າ “ພຶດຕິກຳຄົນໂງ່”, ຊຶ່ງປະຊາຊົນບໍ່ໃສ່ໜ້າກາກ ຫຼື ປະຕິບັດການຢູ່ຫ່າງກັນໃນສັງຄົມ.

ດຣ. ຟາວຈີ ໄດ້ກ່າວວ່າ “ພວກເຮົາກຳລັງຢູ່ໃນຊ່ວງຂອງໂຣກລະບາດທີ່ບໍ່ເຄີຍມີມາກ່ອນ. ພວກເຮົາບໍ່ເຄີຍເຫັນຫຍັງແບບນີ້ໃນ 102 ປີທີ່ຜ່ານມາ ແລະ ນີ້ແມ່ນສິ່ງທີ່ພວກເຮົາຕ້ອງເອົາຈິງເອົາຈັງແທ້ໆ ເພາະວ່າມັນມີຫຼາຍຢ່າງກ່ຽວພັນກັນ.”

ທ່ານໄດ້ກ່າວວ່າ ບັນດາຜູ້ນຳໂລກບໍ່ສາມາດ “ຊັ່ງຊາລະຫວ່າງ ຊີວິດຂອງຄົນກັບເສດຖະກິດ.”

ດຣ. ຟາວຈີ ແມ່ນມີສ່ວນຮ່ວມໃນໜ່ວຍປະຕິບັດການ ໄວຣັສໂຄໂຣນາ ຂອງທຳນຽບຂາວ ທີ່ນຳພາໂດຍຮອງປະທານາທິບໍດີ ທ່ານ ໄມຄ໌ ເພັນສ໌. ທ່ານຮອງ ປະທານາທິບໍດີ ໄດ້ປາກົດຕົວໃນໂທລະ ພາບ CNBC ໃນວັນພະຫັດວານນີ້ ແລະ ໄດ້ປະຕິຍານວ່າ ລັດຖະບານທ່ານ ທຣຳ “ຈະເປີດ ອາເມ ຣິກາ ຕໍ່ໄປ” ໃນຂະນະທີ່ກຳລັງຫຼຸດຜ່ອນການເພີ່ມຂຶ້ນໃນຕົວເລກໃໝ່ຂອງ ໂຄວິດ-19.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG