ເຈົ້າໜ້າທີ່ຊັ້ນສູງຂອງທະນາຄານໂລກກ່າວວ່າ ເຂົາເຈົ້າມີຄວາມຕັ້ງໃຈ ທີ່ຈະປະກາດຊື່
ປະທານຄົນໃໝ່ ຂອງສະຖາບັນໃຫ້ເງິນກູ້ຢືມຂອງໂລກພາຍໃນເດືອນເມສາຈະມາເຖິງນີ້.
ປະທານທະນະຄານໂລກຄົນປັດຈຸບັນ ທ່ານ Robert Zoelick ຈະບໍ່ສະມັກເຂົ້າແຂ່ງຂັນ
ເອົາຕຳແໜ່ງຕື່ມອີກ ເວລາທີ່ສະໄໝການຕຳລົງຕຳແໜ່ງຂອງທ່ານໝົດລົງ ໃນທ້າຍ
ເດືອນມິຖຸນາຈະມາເຖິງນີ້ ແລະຈະຕ້ອງໄດ້ຊອກຫາຜູ້ທີ່ຈະມາຮັບໜ້າທີ່ແທນ.
ບັນດາເຈົ້າໜ້າທີ່ທະນາຄານໂລກ ພາກັນຍ້ອງຍໍສັນລະເສີນນັກຊ່ຽວຊານເສດຖະກິດຂອງ
ອາເມລິກັນທ່ານນີ້ ໃນການຮັບມືກັບວິກິດການດ້ານອາຫານ ແລະການເງິນໂລກ ຊຶ່ງທ່ານ
ໄດ້ປັບປຸງການຮັບມືກັບໄພພິບັດຕ່າງໆຂອງທະນາຄານໂລກ ສົ່ງເສີມການພັດທະນາຂອງ
ພາກ ສ່ວນເອກກະຊົນ ແລະເພີ້ມຈຳນວນຜູ້ຕາງໜ້າບັນດາປະເທດທີ່ກຳລັງ ພັດທະນາ.
ຕາມປະເພນີແລ້ວ ຜູ້ນໍາຂອງທະນາຄານໂລກ ຈະແມ່ນຄົນອາເມຣິກັນເປັນຜູ້ກຳໃນຂະນະ
ທີ່ຫົວໜ້າຂອງອົງການກອງທຶນນາໆຊາດ IMF ຈະແມ່ນຄົນຢູໂຣບ ຢູ່ສະເໝີ.
ນັກຊ່ຽວຊານຈໍານວນນຶ່ງພ້ອມດ້ວຍນັກວິເຄາະ ແລະບັນດາປະເທດທີ່ກຳລັງພັດທະນາພາ
ກັນຮຽກຮ້ອງໃຫ້ດຳເນີນຂັ້ນຕອນທີ່ເປີດກວ້າງຫຼາຍຂຶ້ນເພື່ອໃຫ້ໂອກາດແກ່ເຈົ້າໜ້າທີ່ຜູ້ມີ
ພອນສະຫວັນຈາກປະເທດຕ່າງໆໄດ້ຂຶ້ນກຳຕຳແໜ່ງປະທານຂອງທະນາຄານໂລກ.
ເຈົ້າໜ້າທີ່ທະນາຄານໂລກ ກໍາລັງພາກັນຮັບການສະເໜີຊື່ເພື່ອເຂົ້າກຳຕໍາແໜ່ງດັ່ງກ່າວຈົນ
ເຖິງວັນທີ 23 ເດືອນມີນາ. ປະສົບການໃນໜ້າທີ່ຂອງຜູ້ສະໝັກນັ້ນຈະຕ້ອງຊ່ຽວຊານໃນ
ການເປັນຜູ້ນໍາ ແລະມີຄວາມຊ່ຽວຊານທາງດ້ານການທູດ ມີປະສົບການໆບໍລິຫານອົງການ
ໃຫ່ຍໆ ແລະມີຄວາມເຂົ້າໃຈຢ່າງເລິກເຊີ້ງກ່ຽວກັບການຮ່ວມມືຫຼາຍຝ່າຍ.