ທະນາຄານໂລກ ກໍາລັງກຽມ ທີ່ຈະມອບເງິນຊ່ວຍເຫລືອລ້າກ້ອນໃໜ່ ຈໍານວນ ຫລາຍເຖິງ
85 ລ້ານໂດລາ ແກ່ມຽນມາ ເພື່ອຊ່ວຍສະໜັບສະໜຸນການປະຕິຮູບໃນປະເທດເອເຊຍອາ
ຄະເນແຫ່ງນັ້ນ.
ອົງການໃຫ້ເງິນກູ້ຢືມທົ່ວໂລກ ກ່າວໃນວັນພຸດມື້ນີ້ວ່າ ເງິນຊ່ວຍເຫລືອລ້າດັ່ງ ກ່າວ ຈະຊ່ວຍ
ສະໜັບສະໜຸນ “ໂຄງການສົ່ງເສີມການພັດທະນາປະຊາຄົມ” ທີ່ແນ່ໃສ່ການຊ່ວຍໃຫ້ຊາວ
ມຽນມາ ໄດ້ຮັບ “ຜົນກໍາໄລເສດຖະກິດອັນແທ້ຈິງ” ຈາກການປະຕິຮູບຂອງລັດຖະບານນັ້ນ.
ຄໍາປະກາດນີ້ໄດ້ມີຂຶ້ນ ໃນຂະນະທີ່ ທະນາຄານໂລກ ໄຂຫ້ອງການຂຶ້ນ ຢູ່ ນະຄອນຢ່າງກຸ້ງ
ຊຶ່ງທະນາຄານໂລກກ່າວວ່າ ຈະຊ່ວຍໃຫ້ເຂົ້າໄປເຖິງ “ບັນດາປະຊາຊົນທີ່ຍາກຈົນທີ່ສຸດ ໃນ
ເອເຊຍຕາເວັນອອກ” ຜູ້ທີ່ໄດ້ “ຖືກຕັດອອກຈາກການເສດຖະກິດນອງໂລກ ມາເປັນເວລາ
ນານເກີນໄປ.”
ທ່ານນາງ Pamela Cox ຮອງປະທານ ທະນາຄານໂລກ ສໍາລັບຂົງເຂດເອເຊຍຕາເວັນອອກ
ແລະປາຊິຟິກ ໄດ້ເຂົ້າຮ່ວມເປີດພິທີໄຂຫ້ອງການໃນວັນພຸດນີ້ ຊຶ່ງເປັນການຢ້ຽມຢາມຄັ້ງທໍາອິດ
ຂອງຜູ້ນໍາຂັ້ນສູງຂອງທະນາຄານໂລກ ນັບຕັ້ງແຕ່ອະດີດປະເທດຜະເດັດການແຫ່ງນີ້ ໄດ້ເລີ້ມ
ທໍາການປະຕິຮູບທາງການເມືອງ ແລະເສດຖະກິດ ໃນປີກາຍນີ້.
ທະນາຄານໂລກ ທີ່ໄດ້ຕັດການໃຫ້ເງິນກູ້ຢືມແກ່ ມຽນມາ ໃນປີ 1987 ນັ້ນຍັງກ່າວອີກວ່າ
ມຽນມາ ຈະໄດ້ຮັບເງິນກູ້ຢືມ ທີ່ບໍ່ມີດອກເບ້ຍ ຈາກສະມາຄົມພັດທະນາໆຊາດ ອັນເປັນ
ກອງທຶນຂອງຕົນ ສໍາລັບຊ່ວຍເຫລືອບັນດາປະເທດທີ່ທຸກຍາກທີ່ສຸດຂອງໂລກນັ້ນ ເວລາ
ໃດທີ່ມຽນມາສາມາດໃຊ້ໜີ້ຈໍານວນ 397 ລ້ານໂດລາ ທີ່ຍັງໄດ້ຕິດຄ້າງຕົນມາແຕ່ກ່ອນນັ້ນ.