ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແມ່ຍິງ ມີບົດບາດສໍາຄັນ ໃນວົງການທຸລະກິດ ຂອງລາວ


ບັນດາຜູ້ນໍາແມ່ຍິງລາວ ເຂົ້າຢ້ຽມຄໍານັບ ທ່ານນາງປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ ເນື່ອງໃນວັນແມ່ຍິງສາກົນ, ທີ 8 ມີນາ 2013.
ບັນດາຜູ້ນໍາແມ່ຍິງລາວ ເຂົ້າຢ້ຽມຄໍານັບ ທ່ານນາງປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວ ເນື່ອງໃນວັນແມ່ຍິງສາກົນ, ທີ 8 ມີນາ 2013.
ທະນາຄານໂລກລະບຸວ່າປະມານ 40% ໃນບັນດາຜູ້ປະກອບ
ກິດຈະການລາຍໃໝ່ ໃນລາວແມ່ນແມ່ຍິງແລະຄວາມສະເໝີ
ພາກລະຫວ່າງຍິງ-ຊາຍ ຄືຫົວໃຈສໍາຄັນ ຂອງການພັດທະນາ
ໃຫ້ລາວພົ້ນຄວາມທຸກຈົນ.

ທະນາຄານໂລກໄດ້ສະເໜີລາຍການ ໃນໂອກາດວັນແມ່ຍິງ
ສາກົນ ຄົບຮອບ 103 ປີ ໃນວັນທີ 8 ມີນານີ້ວ່າ ລາວເປັນ
ປະເທດນຶ່ງ ທີ່ແມ່ຍິງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນ
ການພັດທະນາທາງເສດຖະກິດ ໂດຍສະເພາະແມ່ນໃນພາກ
ເອກກະຊົນຂອງລາວນັ້ນ ນັບເປັນພາກສ່ວນທີ່ມີຜູ້ປະກອບ
ກິດຈະການ ທີ່ເປັນແມ່ຍິງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງໃນປັດ
ຈຸບັນນີ້ ກໍປາກົດວ່າໃນບັນດາຜູ້ປະກອບທຸລະກິດລຸ້ນໃໝ່
ໃນລາວນັ້ນ ກໍເປັນຜູ້ປະກອບກິດຈະການເພດຍິງ ຄິດເປັນ
ສັດສ່ວນ ລະຫວ່າງ 30-40 ເປີເຊັນ ຂອງຜູ້ປະກອບການລຸ້ນໃໝ່ທັງໝົດ ແລະກໍຍັງ
ມີທ່າອ່ຽງທີ່ຈະເພີ່ມຂຶ້ນ ຢ່າງຕັ້ງໜ້າ ອີກດ້ວຍ.

ທະນາຄານໂລກຍັງໄດ້ລະບຸດ້ວຍວ່າ ແມ່ຍິງລາວມີບົດບາດເພີ່ມຂຶ້ນ ທັງໃນທາງສັງຄົມ
ແລະການເມືອງ ທີ່ເຖິງແມ່ນວ່າຈະຍັງຄົງບໍ່ເທົ່າທຽມກັບຜູ້ຊາຍກໍຕາມ ແຕ່ກໍຖືເປັນການ
ພັດທະນາທີ່ດີຂຶ້ນເລື້ອຍໆ ຊຶ່ງກໍຈະເຫັນໄດ້ຈາກບົດບາດຂອງແມ່ຍິງລາວ ໃນຖານະສະ
ມາຊິກສະພາແຫ່ງຊາດ ທີ່ເພີ່ມຂຶ້ນນັບມື້ ຫຼືຄິດເປັນອັດຕາທີ່ເພີ່ມຂຶ້ນ ໃນລະດັບສູງກວ່າ
20% ນັບແຕ່ປີ 1990 ເປັນຕົ້ນມາ.
ກອງປະຊຸມສໍາມະນາກ່ຽວກັບ ບົດບາດຂອງແມ່ຍິງ ເນື່ອງໃນວັນແມ່ຍິງສາກົນ ປີ2013
ກອງປະຊຸມສໍາມະນາກ່ຽວກັບ ບົດບາດຂອງແມ່ຍິງ ເນື່ອງໃນວັນແມ່ຍິງສາກົນ ປີ2013

ແຕ່ຢ່າງໃດກໍຕາມ ທະນາຄານໂລກກໍໄດ້ເນັ້ນຢໍ້າວ່າ ການ
ພັດທະນາຄວາມສະເໝີພາກ ລະຫວ່າງຍິງ-ຊາຍ ຍັງຈະ
ຕ້ອງປະຕິບັດຈັດຕັ້ງໄປຢ່າງບໍ່ຢຸດຍັ້ງ ເນື່ອງຈາກເປັນຫົວ
ໃຈສໍາຄັນຂອງການພັດທະນາ ໃຫ້ລາວຫລຸດພົ້ນຈາກ
ຄວາມທຸກຈົນ ແລະຫລຸດພົ້ນຈາກສະພາບດ້ອຍພັດທະນາ
ໃຫ້ໄດ້ ຢ່າງແທ້ຈິງນັ້ນເອງ.

ທາງດ້ານທ່ານນາງສີໃສ ລືເດດມູນສອນ ປະທານສະຫະ
ພັນແມ່ຍິງລາວນັ້ນ ກໍໄດ້ຖະແຫຼງຢືນຢັນວ່າ ເປົ້າໝາຍສໍາ
ຄັນທີ່ສຸດຂອງສະຫະພັນແມ່ຍິງ ກໍຄືການສ້າງຄວາມສະເໝີ
ພາກ ລະຫວ່າງຍິງ-ຊາຍ ໃນລາວ ໃຫ້ເກີດຂຶ້ນຢ່າງເປັນຮູບປະທໍາ ແລະ ເພື່ອເຮັດໃຫ້
ສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໃຫ້ໄດ້ຢ່າງແທ້ຈິງນັ້ນ ສະຫະພັນແມ່ຍິງກໍຈະປະຕິບັດ
6 ແຜນງານກັບ 32 ໂຄງການ ນັບແຕ່ປັດຈຸບັນໄປຈົນເຖິງປີ 2015 ແລະກໍເຊື່ອໝັ້ນວ່າ
ຈະສາມາດເສີມສ້າງບົດບາດຂອງແມ່ຍິງລາວໃຫ້ຫຼາຍຂຶ້ນໃນທຸກໆດ້ານ ເພາະໃນປັດ
ຈຸບັນນີ້ ບົດບາດແມ່ຍິງລາວ ກໍສູງເດັ່ນຂຶ້ນຢ່າງເຫັນໄດ້ຊັດ ດັ່ງທີ່ທ່ານນາງໄດ້ຢືນຢັນວ່າ:

ການມີສ່ວນຮ່ວມຂອງແມ່ຍິງໃນຂະແໜງການຕ່າງໆມີຈໍານວນເພີ່ມຂຶ້ນ
ທັງມີບົດບາດພົ້ນເດັ່ນຂຶ້ນໃນເວທີການເມືອງ ທັງພາຍໃນແລະສາກົນ ສະຫະພັນແມ່ຍິງລາວກໍໄດ້ປະຕິບັດພາລະບົດບາດຂອງຕົນໃນການປຸກ
ລະດົມເຕົ້າໂຮມຄວາມສາມັກຄີແມ່ຍິງລາວບັນດາເຜົ່າ ປະກອບສ່ວນເຂົ້າ
ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຊຸກຍູ້-
ສົ່ງເສີມການປະຕິບັດສິດສະເໝີພາກ ລະຫວ່າງຍິງ-ຊາຍໃນຄອບຄົວ
ແລະສັງຄົມ.”


ສ່ວນນຶ່ງຂອງຜູ້ເຂົ້າຮ່ວມ ກອງປະຊຸມສໍາມະນາ ເນື່ອງໃນວັນແມ່ຍິງສາກົນ 2013
ສ່ວນນຶ່ງຂອງຜູ້ເຂົ້າຮ່ວມ ກອງປະຊຸມສໍາມະນາ ເນື່ອງໃນວັນແມ່ຍິງສາກົນ 2013


ໂດຍສໍາລັບໃນດ້ານເສດຖະກິດນັ້ນ ແມ່ຍິງລາວກໍໄດ້
ປະກອບສ່ວນເຂົ້າໃນການຜະລິດສິນຄ້າ ແລະປະກອບ
ສ່ວນເປັນແຮງງານໃນການຜະລິດຕ່າງໆຄິດເປັນສັດ
ສ່ວນເຖິງ 52% ຂອງກໍາລັງແຮງງານທັງໝົດໃນລາວ
ສ່ວນບົດບາດໃນທາງການ ເມືອງນັ້ນ ກໍປາກົດວ່າມີ
ແມ່ຍິງລາວ 29 ຄົນ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນ
ສະມາຊິກສະພາແຫ່ງຊາດລາວ ຊຸດທີ່ 7 ຫຼື ຄິດເປັນ
25% ຂອງຈໍານວນສະມາຊິກທັງ ໝົດ 115 ຄົນ.

ຍີ່ງໄປກວ່ານັ້ນ ປະທານສະພາແຫ່ງຊາດລາວຄົນປັດຈຸບັນກໍເປັນແມ່ຍິງ ທັງຍັງເປັນແມ່
ຍິງຜູ້ທໍາອິດທີ່ໄດ້ເປັນກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ
ອີກດ້ວຍ ແລະນອກຈາກນີ້ ກໍຍັງມີແມ່ຍິງລາວອີກຈໍານວນບໍ່ໜ້ອຍ ທີ່ເປັນກໍາມະການ
ສູນກາງພັກ ລັດຖະມົນຕີວ່າການ ລັດຖະມົນຕີຊ່ວຍວ່າການ ຫົວໜ້າກົມ ຮອງເຈົ້າແຂວງ ເຈົ້າເມືອງ ຮອງເຈົ້າເມືອງ ນາຍບ້ານ ໃນທົ່ວປະເທດ ໂດຍເຖິງແມ່ນວ່າ ຈະຍັງຄິດເປັນ
ສັດສ່ວນທີ່ຕໍ່າກວ່າຜູ້ຊາຍ ຫາກແຕ່ສະຫະພັນແມ່ຍິງລາວກໍເຊື່ອວ່າ ສະຖານະການຈະ
ດີຂຶ້ນ ໃນໄລຍະຕໍ່ໄປ

ແຕ່ຢ່າງໃດກໍຕາມ ສໍາລັບໃນດ້ານການສຶກສານັ້ນ ສະຫະພັນແມ່ຍິງລາວກໍຍອມຮັບວ່າ
ໂອກາດທາງດ້ານການສຶກສາຂອງແມ່ຍິງກໍຍັງຕໍ່າກວ່າຜູ້ຊາຍ ທັງນີ້ໂດຍອິງຕາມລາຍ
ງານຂອງກະຊວງສຶກສາທິການແລະກິລາ ກໍໄດ້ລະບຸຢ່າງແຈ້ງຂາວວ່າ ໃນຂະນະທີ່
ຜູ້ຊາຍມີໂອກາດໄດ້ຮຽນໜັງສື ຈົນຈົບຊັ້ນປະຖົມໃນສັດສ່ວນເຖິງ 83% ແຕ່ກັບປາກົດ
ວ່າ ມີແມ່ຍິງຄິດເປັນສັດສ່ວນພຽງແຕ່ 63% ເທົ່ານັ້ນ ທີ່ມີໂອກາດໄດ້ຮຽນຈົບຊັ້ນປະຖົມ.
XS
SM
MD
LG