ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະນາຄານໂລກ ໃຫ້ລາວກູ້ຢືມ 40 ລ້ານ ໂດລາ ເພື່ອໃຊ້ຟື້ນຟູກິດຈະການຂອງວິສາຫະກິດຂະໜາດນ້ອຍ ແລະກາງ


ທະນາຄານໂລກໃຫ້ລັດຖະບານລາວກູ້ຢືມເງິນສໍາລັບໃຊ້ໃນການຟື້ນຟູກິດຈະການຂອງວິສາຫະກິດຂະໜາດນ້ອຍ ແລະກາງ ຫລື SMEs
ທະນາຄານໂລກໃຫ້ລັດຖະບານລາວກູ້ຢືມເງິນສໍາລັບໃຊ້ໃນການຟື້ນຟູກິດຈະການຂອງວິສາຫະກິດຂະໜາດນ້ອຍ ແລະກາງ ຫລື SMEs

ທະນາຄານໂລກໃຫ້ລັດຖະບານລາວກູ້ຢືມ 40 ລ້ານໂດລາ ສໍາລັບໃຊ້ໃນການຟື້ນຟູກິດຈະການຂອງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs) ທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃນທົ່ວປະເທດ. ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຢືນຢັນວ່າ ທະນາຄານໂລກໄດ້ອະນຸມັດເງິນກູ້ໃນມູນຄ່າ 40 ລ້ານໂດລາໃຫ້ລັດຖະບານລາວສໍາລັບນໍາໃຊ້ໃນການຟື້ນຟູກິດຈະການຂອງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs) ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສໂຄວິດ-19 ໃນທົ່ວປະເທດລາວ ເມື່ອບໍ່ດົນມານີ້, ເຊິ່ງເງິນກູ້ຢືມດດັ່ງກ່າວໄດ້ຈັດແບ່ງອອກເປັນສອງສ່ວນຄື 34 ລ້ານໂດລາສໍາລັບປ່ອຍເປັນສິນເຊື່ອໃຫ້ SMEs ນໍາໄປໃຊ້ຈ່າຍເພື່ອຟື້ນຟູກິດຈະການໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄດ້ ແລະສ່ວນອີກ 6 ລ້ານໂດລານັ້ນສໍາລັບນໍາໃຊ້ໃນການພັດທະນາດ້ານການບໍລິຫານ ແລະເທັກນິກສະໃໝໃໝ່ທີ່ເປັນປະໂຫຍດຕໍ່ການພັດທະນາ SMEs ໃນລາວ, ດັ່ງທີ່ທ່ານ ຄໍາແພງ ໄດ້ໃຫ້ການຢືນຢັນວ່າ:

“ໂດຍຫຼ້າສຸດນີ້ ກະຊວງການເງິນກໍ່ໄດ້ຕາງໜ້າໃຫ້ລັດຖະບານເຊັນສັນຍາກູ້ຢືມເງິນ-ດອກເບ້ຍຜ່ອນຜັນ ຈໍານວນ 40 ລ້ານໂດລາກັບທະນາຄານໂລກ ເພື່ອມາຊ່ວຍຈຸນລະວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ເພື່ອຮັບມືກັບຜົນກະທົບໂຄວິດ-19, ໃນນັ້ນກໍ່ຈະນໍາໃຊ້ເຂົ້າໃນການປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງຈໍານວນ 34 ລ້ານໂດລາແລະອີກ 6 ລ້ານໂດລາເປັນການຊ່ວຍເຫຼືອດ້ານວິຊາການ.”

ສ່ວນທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະຫັດຖະກໍາຢືນຢັນວ່າ ການລະບາດຂອງໄວຣັສໂຄວິດ-19 ທີ່ຍັງສືບຕໍ່ສົ່ງຜົນກະທົບຢ່າງກວ້າງຂວາງໃນທຸກພາຫສ່ວນຂອງລາວໃນປັດຈຸບັນນີ້ ເຮັດໃຫ້ຫົວໜ່ວຍທຸລະກິດເອກະຊົນໃນລາວຕ້ອງປະເຊີນກັບບັນຫາຂາດທຶນຢ່າງໜັກ ພ້ອມທັງຍັງຂາດເຂີນດ້ານເງິນທຶນກູ້ຢືມສໍາລັບໃຊ້ໃນການຟື້ນຟູກິດຈະການອີກດ້ວຍ ຈຶ່ງເຮັດໃຫ້ບັນດາຫົວໜ່ວຍທຸລະກິດເອກະຊົນໃນລາວໄດ້ພາກັນຮ້ອງຂໍການຊ່ວຍເຫຼືອຈາກລັດຖະບານລາວຢ່າງຮີບດ່ວນໃນ 5 ດ້ານອັນເປັນຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດໃນປັດຈຸບັນນີ້ ດັ່ງທີ່ທ່ານບົວວັນໄດ້ໃຫ້ການຢືນຢັນວ່າ:

“ຂໍ້ຫຍຸ້ງຍາກທີ່ພາກທຸລະກິດໄດ້ສະເໜີຫັ້ນ ກະມີຢູ່ 5 ຂໍ້, ຂໍ້ທີ 1 ກະແມ່ນໃນເລື້ອງຂອງຂໍ້ຫຍຸ້ງຍາກໃນການຫລຸດຜ່ອນຄົນມາເຮັດວຽກ ເລື່ອງຂອງການນໍາໃຊ້ແຮງງານແຕ່ຢູ່ໃນຫໍພັກ, ຂໍ້ຫຍຸ້ງຍາກທີ 2 ກໍ່ເລື້ອງຂອງການອອກຈາກບ້ານ ຫລືການເດີນທາງໄປເຮັດວຽກ, ຂໍ້ຫຍຸ້ງຍາກທີ 3 ແມ່ນການຂົນສົ່ງວັດຖຸດິບ ແລ້ວກະສິນຄ້າ, ຂໍ້ຫຍຸ້ງຍາກທີ 4 ແມ່ນເລື້ອງຂອງການຢຸດວຽກ ແລ້ວກໍ່ການຈະຈ່າຍຄ່າຊົດເຊີຍຄ່າແຮງງານແນວໃດ ແລະຂໍ້ທີ 5 ແມ່ນໄດ້ມີຂໍ້ສະເໜີໃຫ້ລັດຖະບານຫັ້ນ ມີຂໍ້ຜ່ອນຜັນທາງດ້ານພາສີອາກອນ, ການຊໍາລະຄ່ານໍ້າ, ຄ່າໄຟ ແລ້ວກະອື່ນໆ.”

ທັງນີ້ ລັດຖະບານລາວໄດ້ຈັດສັນເງິນທຶນມູນຄ່າ 1,800 ຕື້ກີບ ເປັນເງິນກູ້ໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19 ໂດຍໄດ້ອະນຸມັດເງິນກູ້ໄປແລ້ວກວ່າ 1,652 ຕື້ກີບໃຫ້ກັບ SME ຈໍານວນ 477 ບໍລິສັດໃນກິດຈະການຜະລິດສິນຄ້າກະສິກໍາ ແລະສິນຄ້າອຸປະໂພກບໍລິໂພກເປັນດ້ານຫຼັກ ແລະໄດ້ມີການຖອນເງິນກູ້ໄປແລ້ວໃນມູນຄ່າລວມ 1,369 ຕື້ກີບ.

ສ່ວນສະພາອຸດສາຫະກໍາ ແລະການຄ້າສະຫະພາບຢູໂຣບ (EU) ກໍ່ໄດ້ປະເມີນວ່າການລະບາດຂອງພະຍາດໄວຣັສ COVID-19 ໄດ້ເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດໃນລາວຕ້ອງສູນເສຍລາຍໄດ້ຫຼາຍກວ່າ 70 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020, ເຊິ່ງກໍ່ໄດ້ເຮັດໃຫ້ໜ່ວຍທຸລະກິດເລົ່ານີ້ບໍ່ມີເງິນສໍາລັບໃຊ້ຊໍາລະໜີ້ເງິນກູ້ ແລະດອກເບ້ຍໃຫ້ກັບທະນາຄານ.

ຂະນະທີ່ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວປະເມີນວ່າ ທຸລະກິດບໍລິການ ແລະທ່ອງທ່ຽວໃນລາວໄດ້ມີການເລີກຈ້າງງານເກີນກວ່າ 1 ແສນຄົນໃນປີ 2020, ສອດຄ້ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວທີ່ໄດ້ປະເມີນວ່າພາກບໍລິການ ແລະທ່ອງທ່ຽວໃນລາວຕ້ອງສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ, ສ່ວນກະຊວງແຜນການ ແລະການລົງທຶນ ໄດ້ປະເທີນວ່າການລະບາດຂອງໄວຣັສ COVID-19 ເຮັດໃຫ້ເສດຖະກິດລາວເກີດການສູນເສຍຫຼາຍກວ່າ 7,000 ຕື້ກີບ, ອັນໄດ້ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດໃນລາວຫລາຍກວ່າ 128,690 ແຫ່ງ, ໂດຍໃນນີ້ເກີນກວ່າ 97 ເປີເຊັນກໍ່ຄື SME ນັ້ນເອງ.

ໂດຍລັດຖະບານລາວຈັດສັນງົບປະມານໃຫ້ກັບກອງທຶນເງິນກູ້ຢືມສໍາລັບ SME ໃນປີ 2020 ໄດ້ພຽງ 200 ຕື້ກີບເທົ່ານັ້ນ ຈຶ່ງບໍ່ພຽງພໍກັບຄວາມຕ້ອງການໂຕຈິງຂອງບັນດາ SME ໃນລາວ, ແລະອີກບັນຫານຶ່ງທີ່ເຮັດໃຫ້ SME ສ່ວນຫຼາຍໃນລາວບໍ່ໄດ້ຮັບອະນຸມັດວົງເງິນກູ້ເພີ້ມຈາກທະນາຄານ ກໍ່ຍ້ອນວ່າການ

XS
SM
MD
LG