ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມຮ່ວມ ທະນາຄານໂລກ ແລະ IMF ເພັ່ງເລັງໃສ່ ການປະຕິຮູບ ເພື່ອກະຕຸ້ນການຂະຫຍາຍຕົວ


Slow Growth, Reforms Targeted by World Bank, IMF
please wait

No media source currently available

0:00 0:02:55 0:00

ເບິ່ງວີດີໂອ ລາຍງານນີ້

ບັນດາ​ເຈົ້າໜ້າ​ທີ່ ທະນາຄານ​ກາງ ​ແລະ ເຈົ້າໜ້າທີ່ການ​ເງິນ
ຈາກ​ເກືອບ 200 ປະ​ເທດ ​ແມ່ນ​ມາ​ໂຮມ​ກັນ ​ຢູ່​ໃນ​ວໍ​ຊິງ​ຕັນ
ສຳ​ຫລັບ ກອງ​ປະຊຸມ ຂອງ​ທະນາຄານ​ໂລກ ​ແລະ ອົງການ​
ກອງ​ທຶນ​ສາກົນ ຫຼື IMF ທີ່​ຈະ​ເພັ່ງ​ເລັງ​ໃສ່​ເລື້ອງ ​ເພີ້​ມຄວາມ
​ໄວການ​ພັດທະນາ​ເສດຖະກິດ ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ
ຫລີກ​ເວັ້ນການ​ຜິດ​ຖຽງ​ກັນ ​ທາງ​ດ້ານ​ການ​ເມືອງ. ການ​ສຶກສາ​
ຄົ້ນຄວ້າໃໝ່​ຕ່າງໆ ສະ​ແດງໃຫ້​ເຫັນ​ວ່າ ບາດກ້າວ​ຂອງ​ການ
​ຂະຫຍາຍ​ໂຕ​ໃນ​ໂລກນັ້ນ ​ແມ່ນຫລ້າ​ຊ້າ ​ແບບ​ຝືດ​ເຄືອງ.

​ເຖິ່ງແມ່ນ​ວ່າ ລາຄາ​ນ້ຳມັນໄດ້ລຸດລົງ ​ແລະ ການຂະຫຍາຍຕົວ
​ຂອງ​ສະຫະ​ລັດ​ທີ່​ແຂງ​ແຮງ ຫົວໜ້າ​ຂອງ​ອົງການ​ກອງ​ທຶນ​ສາກົນ
ກ່າວ​ວ່າ ​ເສດຖະກິດ​ຂອງ​ໂລກ ຂະຫຍາຍ​ໂຕ​ອອກພຽງ​ປະມານ 3.4 ​ເປີ​ເຊັນ ​ເມື່ອ​ປີ​
ກາຍ​ນີ້. ​ໃນ​ຂະນະ​ທີ່ ​ການຂະຫຍາຍ​ໂຕນັ້ນ ​ແມ່ນ​ເກືອບ​ເທົ່າ​ກັບ ອັດຕາ​ສະ​ເລ່ຍ​ໃນໄລຍະ
ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ຫົວໜ້າອົງການ​ ​IMF ທ່ານ​ນາງ Christine Lagarde ກ່າວ​ວ່າ
​ການ​ຂະຫຍາຍ​ຕົວ ​ແມ່ນບໍ່​ທຸ່ນ​ທ່ຽງ ​ແລະ ຊ້າເກີນ​ໄປ.

ທ່ານ​ນາງ Lagarde ຊຸກ​ຍູ້​ໃຫ້​ບັນດາ​ປະ​ເທດ ​ໃຫ້​ສວຍ​ເອົາ​ໂອ​ກາດດີ ທີ່ລາຄານ້ຳມັນ
ລຸດລົງ ​ເພື່ອ​ຕັດ​ເງິນ​ອຸດ​ໜຸນ​ດ້ານ​ພະລັງງານ ​ແລະ ​ໃຊ້​ທຶນ​ທີ່​ໄດ້​ມານັ້ນ ​ເຂົ້າ​ໃນ​ດ້ານ​ການ​
ສຶກສາ ​ເພື່ອ​ສົ່ງ​ເສີມ ການ​ຂະຫຍາຍ​ໂຕດ້ານ​ເສດຖະກິດ​ອັນ​ຍາວ​ນານ.

ການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ ​ແມ່ນ​ຍັງ​ເປັນ​ຈຸດ​ເພັ່ງ​ເລັງ​ ຂອງທະນະ​ຄານ​ລົງທຶນ​ດ້ານພື້ນ
ຖານ​ໂຄງ​ລ່າງ ​ໃໝ່ ທີ່ນຳພາ​ໂດຍ​ຈີນ. ບັນດານັກວິ​ເຄາະ ຈຳນວນ​ນຶ່ງ ມອງ​ເຫັນ​ວ່າ ທະນາຄານ ​ດັ່ງກ່າວ ຈະ​ເປັນ​ຄູ່​ແຂ່ງ ກັບ IMF ​ແລະ ທະນາຄານ​ໂລກ ຊຶ່ງ​ບັນດາ​ນັກ​ວິພາກ​ວິຈານ ກ່າວ​ວ່າ ​ແມ່ນ​ຄອບ​ງຳ​ ໂດຍບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ຢ່າງ​ບໍ່​ຍຸດຕິ​ທຳ​ເລີຍ.

ປະທານ ທະນາຄານ​ໂລກ ທ່ານ Jim Yong Kim ຮຽກຮ້ອງ ທະນາຄາ​ນາ​ໃໝ່​ດັ່ງກ່າວ
ໃຫ້ຢຶດໝັ້ນ ມາດຕາ​ຖານຕ່າງ​ໆທີ່​ສູງ ສຳ​ຫລັບ ການ​ພົວພັນ ​ກັບເລື້ອງສະພາບ​ແວດ​ລ້ອມ ​ແລະ ບັນຫາ​ແຮງ​ງານ​ຕ່າງໆ​ນັ້ນ.​

XS
SM
MD
LG