ຢູ່ນອກສໍານັກງານໃຫຍ່ຂອງທະນາຄານໂລກ ໃນນະຄອນຫຼວງວໍຊິງຕັນດີຊີ ໄດ້ມີການຕິດຕັ້ງ ເຄຶ່ອງສະແດງອີເລັກໂທຣນິກຂະໜາດຍັກອັນນຶ່ງ ທີ່ນັບຈຳນວນປະຊາຊົນຕົກຢູ່ໃນສະພາບ
ອຶດຫິວແບບຊໍາເຮື້ອ ຢູ່ໃນທົ່ວໂລກໃນເວລານີ້ ຊຶ່ງປາກົດວ່າຕົວເລກຂອງພວກຄົນອຶດຫິວນັ້ນ ພວມຖີບຕົວສູງຂຶ້ນສູ່ນຶ່ງພັນລ້ານຄົນ. ທະນາຄານໂລກໄດ້ຮຽກຮ້ອງໃຫ້ພວກກຳນົດນະໂຍ
ບາຍ ເພັ່ງເລັງໃສ່ເລື່ອງອາຫານເປັນອັນດັບນຶ່ງ.
ພວກຜູ້ຊ່ຽວຊານຄະນະນຶ່ງໄດ້ປຶກສາຫາລືກັນ ເຖິງລາຄາອາຫານທີ່ສູງເພີ່ມຂຶ້ນຢູ່ໃນຂະນະນີ້.
ທ່ານນາງ Inger Anderson ຜູ້ຊ່ຽວຊານການພັທະນາແບບຍືນຍົງ ຂອງທະນາຄານໂລກ
ກ່າວວ່າ ພວກຊາວນາລາຍນ້ອຍໆທັງຫລາຍແມ່ນຕົກຢູ່ໃນຈຸດໃຈກາງຂອງບັນຫາຄວາມອຶດ ຫິວ.
//ສຽງ//
ທ່ານນາງແອນເດີສັນກ່າວວ່າ “ສ່ວນໃຫຍ່ຂອງພວກຊາວນາທີ່ທຸກຈົນນັ້ນກໍຄືພວກ ຊາວນາລາຍນ້ອຍໆ ແລະພ້ອມດຽວກັນນັ້ນການຮ້ອງຮຽນຂອງພວກຊາວນາ ລາຍນ້ອຍໆເຫຼົ່ານີ້ ກໍບໍ່ຄ່ອຍຈະໄດ້ຮັບຄວາມສົນໃຈພຽງພໍ ແລະຊາວນາພວກນີ້ ກໍຄືພວກທີ່ ຜະລິດອາຫານລ້ຽງພວກຄົນທຸກຈົນໃນ ທົ່ວໂລກໃນສັດສ່ວນທີ່ໃຫຍ່ ທີ່ສຸດກໍວ່າໄດ້.”
ທ່ານນາງ ລິນດີເວ ມາເຈເລ ຊີບັນດາ ຂອງກຸ່ມວິເຄາະນະໂຍບາຍອາຟຣິກາ FANRPAN ກ່າວວ່າ ພວກຊາວນາລາຍນ້ອຍໆນັ້ນແມ່ນປະເຊີນກັບສິ່ງທ້າທາຍຫລາຍສິ່ງຫລາຍປະການ ໂດຍສະເພາະຢູ່ໃນຂົງເຂດອາຟຣິກາ
//ສຽງ//
ທ່ານນາງຊີບັນດາ ກ່າວວ່າ “ພວກເຮົາກໍາລັງພາກັນໃຊ້ແກ່ນພືດຊະນິດທີ່ບໍ່ຈັດວ່າ ໃຫ້ຜົນປູກດີທີ່ສຸດນັ້ນ ການປັບປຸງດິນປູກຝັງແມ່ນບໍ່ໄດ້ນໍາມາປະຕິບັດກັນ 95 ເປີເຊັນຂອງນໍ້າ ທີ່ຫລໍ່ລ້ຽງຜົນປູກການກະເສດຂອງພວກເຮົານັ້ນ ແມ່ນມາຈາກ ນໍ້າຝົນ ຊຶ່ງນັ້ນໝາຍຄວາມວ່າ ປີໃດຝົນບໍ່ຕົກ ເຮົາກໍບໍ່ໄດ້ຜົນເກັບກ່ຽວຫຍັງເລີຍ”
ທ່ານນາງ Agnes Kalibata ລັດຖະມົນຕີກະຊວງກະເສດຂອງຣວັນດາ ແມ່ນໄດ້ຢູ່ໃນ
ຄະນະກໍາມະການທີ່ເປັນຕົວແທນຂອງປະເທດທີ່ພວກນັກຊ່ຽວຊານກ່າວຍ້ອງຍໍສັນເສີນ
ໃນຄວາມໝັ້ນໝາຍຕໍ່ການກະເສດ ຊຶ່ງທ່ານນາງກ່າວວ່າ ປະເທດຣວັນດາແມ່ນໄດ້ຮັບ
ຜົນປະໂຍດການຈັດຕັ້ງພວກຊາວນາລາຍນ້ອຍໆ ໃຫ້ເປັນສະຫະກອນ.
//ສຽງ//
ທ່ານນາງ ຄາລິບາຕາ ກ່າວວ່າ “ພວກເຂົາເຈົ້າສາມາດໄດ້ຮັບວັດຖຸຫລັກຂອງການ ເພາະປູກ ເຊັ່ນ ແກ່ນພືດ ແກ່ນພືດທີ່ໄດ້ປັບປຸງໃຫ້ດີຂຶ້ນ ປຸ໋ຍ ເປັນຕົ້ນ. ການ ເສີມ ຂະຫຍາຍກໍແມ່ນຈະຍາກລໍາບາກຫລາຍທີ່ສຸດທີ່ຈະນໍາສົ່ງໄດ້ຖ້າປາສະຈາກ ການລວມຕົວເຂົ້າກັນ. ແລະຕາມມາດ້ວຍເທກໂນໂລຈີ່ ຂອງການປູກພືດ ແລະ ການຜະລິດ. ໃນດານວິທີການນັ້ນແລ້ວ ພວກຊາວນາຍັງຈະສາມາດສຶກສາເບິ່ງ ໂອກາດເຂົ້າຫາຕະຫລາດນໍາອີກ. ການເປີດໃຈ ຄິດເຖິງດ້ານການຕະຫລາດ ຂອງພວກເຂົາເຈົ້າໄດ້ ຊຶ່ງພວກເຂົາເຈົ້າອາດບໍ່ສາມາດ ທີ່ຈະເຮັດດັ່ງນີ້ໄດ້ເລີຍ ຖ້າຫາກເປັນຊາວນາທີ່ຢູ່ພຽງຜູ້ດຽວ ຕາມລຳພັງນັ້ນ.”
ຣວັນດາ ເປັນປະເທດທໍາອິດທີ່ໄດ້ຕົກລົງກັບໂຄງການສະຫະພັນອາຟຣິກາ ທີ່ໝັ້ນໝາຍ
10 ເປີເຊັນຂອງງົບປະມານແຫ່ງຊາດຂອງຕົນ ໃຫ້ແກ່ການກະເສດ. ທ່ານນາງຄາລີບາຕາ
ກ່າວອີກວ່າ ການເປັນຜູ້ນໍາດ້ານການເມືອງໃນທໍານອງນີ້ຖືວ່າຈໍາເປັນຖ້າຫາກລັດຖະບານ ຈະປະສົບຜົນກັບສໍາເລັດໃນການລົດຜ່ອນຄວາມອຶດຫິວລົງໄດ້.
//ສຽງ//
ທ່ານນາງ ຄາລິບາຕາ ກ່າວວ່າ “ຮູບແບບຂອງຄວາມທຸກທໍລະມານທີ່ຮ້າຍແຮງສຸດ
ຕໍ່ມະນຸດນັ້ນກໍຄືຄວາມອຶດຫິວ. ຖາເຮົາສາມາດຕົກລົງກັນໄດ້ໃນເລຶ່ອງນັ້ນ ພວກ
ເຮົາກໍແມນຈະໄດເຮັດ ໃນສິ່ງທີ່ຖືກຕ້ອງ ຕພວກຊາວນາ.”
ທ່ານນາງ Inger Anderson ຜູ້ຊ່ຽວຊານການພັທະນາແບບຍືນຍົງ ຂອງທະນາຄານໂລກ ກ່າວວ່າ ນອກເໜືອໄປຈາກການປະຕິບັດໜ້າທີ່ເປັນຜູ້ນໍາແລ້ວ ກໍຍັງມີຫລາຍສິ່ງຫລາຍຢ່າງຢູ່ ທີ່ລັດຖະບານສາມາດເຮັດໄດ້.
//ສຽງ//
ທ່ານນາງ Anderson ກ່າວວ່າ “ເພື່ອຄໍ້າປະກັນໃຫ້ມີຖະນົນຫົນທາງແບບທີ່ສາມາດ
ເຄຶ່ອນຍ້າຍຫລືລໍາລຽງ ຜະລິດຕະພັນປູກຝັງຈາກຈຸດນຶ່ງໄປຫາຈຸດນຶ່ງ ແລະໄປສູ່
ຕະຫລາດໄດ້ ແລະໃຫ້ຮັບປະກັນວ່າບໍ່ມີກົດລະບຽບ ຫລືນະໂຍບາຍໃດໆທີ່ຈະ
ກີດກັນບໃຫພວກຊາວນາ ຂາຍຜົນຜະລິດຂອງພວກເຂົາເຈົ້າ ໃນລາຄາທີ່ເໝາະ ສົມນັ້ນໄດ້.”
ຫລາຍໆປັດໃຈແມ່ນກ່ຽວພັນກັບການປັບປຸງສົ່ງເສີມຜົນຜະລິດຂອງພວກ ຊາວນາລາຍນ້ອຍໆ ນັບຕັ້ງແຕ່ແກ່ນພືດ ນໍ້າຫລໍ່ລ້ຽງ ໄປຈົນເຖິງການຂົນສົ່ງ ແລະເຂົ້າຫາເຂົ້າເຖິງຕະຫລາດໄດ້ ທ່ານນາງ Majele Sibanda ຂອງ ກຸ່ມ FANRPAN ກ່າວວ່າ ພວກອອກນະໂຍບາຍ ທັງຫລາຍນັ້ນ ແມ່ນຈະຕ້ອງໄດ້ເຈາະຈົງໃສ່ໝົດທຸກພາກສ່ວນ
//ສຽງ//
ທ່ານນາງ ສີບັນດາກ່າວວ່າ “ພວກເຮົາບໍ່ຄວນທີ່ຈະເອົາບຸລິມະສຸດອັນນຶ່ງ ມາກວມ
ຢ່າງນຶ່ງ ຊຶ່ງມັນຈະຕ້ອງມີວິທີການລວມທັງໝົດອັນນຶ່ງ ທີ່ໃນທີ່ສຸດ ແມ່ນແນເປົ້າ
ໝາຍໃສ່ໃນຄວາມພຽງພໍດ້ານສະບຽງອາຫານໃຫ້ມີຫລາຍ ເພີ່ມຂຶ້ນ”
ຍ້ອນວ່າລາຄາອາຫານແພງ ແລະຄວາມຮຽກຮ້ອງຕ້ອງການທີ່ຖີບຕົວສູງຂຶ້ນນັບມື້ຢູ່ໃນ ເວລານີ້ ພວກນັກຊ່ຽວຊານກ່າວວ່າ ວິທີທາງທີ່ຈະຕ່າວປິ້ນ ຄວາມອຶດຫິວຢູ່ໃນທົ່ວໂລກ ທີ່ພວມທະວີຄວາມຮ້າຍແຮງຂຶ້ນນຳນັບມື້ນັ້ນ ກໍຄືໃຫ້ຖືເອົາເລຶ່ອງອາຫານ ເປັນເລື່ອງທີ່ ສໍາຄັນກ່ອນອື່ນທັງໝົດ.