ທະນາຄານໂລກ ສະເໜີລາຍງານສະພາບການທາງເສດຖະກິດສໍາລັບພູມີພາກເອເຊຍ
-ແປຊິຟິກ ໃນໄລຍະ 6 ເດືອນຕົ້ນປີ 2012 ນີ້ວ່າ ລາວເປັນປະເທດນຶ່ງທີ່ຈະຕ້ອງປະເຊີນ
ບັນຫາຂາດດຸນການຄ້າກັບຕ່າງປະເທດຫຼາຍຂຶ້ນ ໂດຍຄາດການວ່າ ການນໍາເຂົ້າສິນຄ້າ
ຈາກຕ່າງປະເທດຂອງລາວໃນຕະຫຼອດປີນີ້ ຈະມີມູນຄ່າລວມເກີນກວ່າ 4,100 ລ້ານໂດລາ
ໃນຂະນະດຽວກັນກໍຈະມີການສົ່ງອອກສິນຄ້າໄປຕ່າງປະເທດຄິດເປັນມູນຄ່າລວມບໍ່ເກີນ
3,000 ລ້ານໂດລາ ຊຶ່ງຈະເຮັດໃຫ້ລາວຕ້ອງຂາດດຸນການຄ້າຄິດເປັນມູນຄ່າເກີນກວ່າ
1,100 ລ້ານໂດລາ.
ທັງນີ້ ທະນາຄານໂລກໄດ້ລະບຸວ່າ ສາເຫດທີ່ສໍາຄັນທີ່ເຮັດໃຫ້ລາວຕ້ອງຂາດດຸນການຄ້າ
ກັບຕ່າງປະເທດດັ່ງກ່າວ ກໍຄືການເປັນເຈົ້າພາບຈັດກອງປະຊຸມສຸດຍອດເອເຊຍ-ຢູໂຣບ
ຄັ້ງທີ 9 ທີ່ຈະມີຂຶ້ນຢ່າງເປັນທາງການໃນວັນທີ 5-6 ພະຈິກປີນີ້ ຢູ່ນະຄອນຫຼວງວຽງຈັນ
ຊຶ່ງເຮັດໃຫ້ລາວຕ້ອງມີການນໍາເຂົ້າສິນຄ້າປະເພດວັດສະດຸ ແລະອຸບປະກອນຕ່າງໆສໍາລັບ
ການກໍ່ສ້າງອາຄານສະຖານທີ່ ແລະສິ່ງອໍານວຍຄວາມສະດວກອື່ນໆໃຫ້ພ້ອມ ເພື່ອຮອງ
ຮັບກອງປະຊຸມດັ່ງກ່າວນັ້ນເອງ.
ຍິ່ງໄປກວ່ານັ້ນ ທະນາຄານໂລກ
ຍັງລາຍງານອີກດ້ວຍວ່າການ
ຂາດດຸນການຄ້າຕ່າງປະເທດ
ດັ່ງກ່າວ ຍັງໄດ້ສົ່ງຜົນກະທົບ
ຕໍ່ສະຖານະທາງດ້ານທຶນສໍາ
ຮອງເງິນຕາຕ່າງປະເທດຂອງ
ລັດຖະບານລາວອີກດ້ວຍ
ເຖິງແມ່ນວ່າລັດຖະບານລາວ
ຈະມີທຶນສໍາຮອງເພີ່ມຂຶ້ນຈາກ
679 ລ້ານໂດລາໃນປີ 2011
ເປັນ 681 ລ້ານໂດລາໃນປີນີ້
ກໍຕາມ ຫາກແຕ່ກໍທຽບໃສ່ກັບການນໍາເຂົ້າສິນຄ້າຈາກຕ່າງປະເທດພຽງ 1.9 ເດືອນ ເທົ່ານັ້ນ.
ແຕ່ຢ່າງໃດກໍຕາມ, ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກ
ງານເສດຖະກິດຂອງລັດຖະບານລາວ ກໍໄດ້ຖະແຫຼງຢືນຢັນເມື່ອບໍ່ດົນມານີ້ວ່າ ເປົ້າໝາຍ
ສໍາຄັນຂອງລັດຖະບານລາວເຖິງປີ 2015 ກໍຄື ການເພີ່ມມູນຄ່າສົ່ງອອກສິນຄ້າໄປຕ່າງ
ປະເທດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ລາວບໍ່ຕ້ອງປະເຊີນກັບບັນຫາຂາດດຸນການ
ຄ້າກັບຕ່າງປະເທດອີກຕໍ່ໄປ. ທັງນີ້ດ້ວຍການສົ່ງເສີມການຜະລິດສິນຄ້າແລະການຂະ
ຫຍາຍຕະຫຼາດການຄ້າໃຫ້ໄດ້ຢ່າງກວ້າງຂວາງ ດັ່ງທີ່ທ່ານໄດ້ຊີ້ແຈງວ່າ:
“ດ້ານການຜະລິດເປັນສິນຄ້າ ສູ້ຊົນຜະລິດເຂົ້າເພື່ອສົ່ງອອກໃຫ້ໄດ້ສະເລ່ຍ 6 ແສນໂຕນ
ຕໍ່ປີ ສູ້ຊົນເຮັດໃຫ້ອຸດສາຫະກໍາປຸງແຕ່ງຂະຫຍາຍຕົວໃນອັດຕາສ່ວນແຕ່ 12-13% ຕໍ່ປີ
ຂະຫຍາຍຕະຫຼາດຂາຍຍ່ອຍໃຫ້ກວາມເອົາ 80% ຂອງຈໍານວນກຸ່ມບ້ານ.”
ປະເທດຄູ່ຄ້າທີ່ສໍາຄັນຂອງລາວ
ໃນປັດຈຸບັນ ກໍຄືໄທ ຈີນ ຫວຽດ
ນາມ ອາຊ່ຽນ ສະຫະພາບຢູໂຣບ
ສະຫະລັດ ຍີ່ປຸ່ນ ເກົາຫຼີໃຕ້ ກາ
ນາດາ ອອສເຕຣເລຍ ແລະ ນີວ
ຊີແລນດ໌ ຕາມລໍາດັບ ໂດຍສະ
ເພາະແມ່ນໄທ ຈີນ ແລະຫວຽດ
ນາມນັ້ນ ຍັງຖືເປັນ 3 ປະເທດ
ທີ່ມີມູນຄ່າການຄ້າກວມເອົາ
ຫລາຍກວ່າ 90% ຂອງມູນຄ່າ
ການຄ້າຕ່າງ ປະເທດທັງໝົດ
ຂອງລາວອີກດ້ວຍ.
ຊຶ່ງກໍຄືໃນປີ 2011 ທີ່ຜ່ານມານັ້ນ ລາວກັບໄທມີມູນຄ່າການຄ້າລະຫວ່າງກັນເກີນ ກວ່າ 3,800
ລ້ານໂດລາ ໂດຍລາວສົ່ງອອກສິນຄ້າໄປໄທໃນມູນຄ່າ 1,100 ກວ່າ ລ້ານໂດລາ ຈຶ່ງເຮັດໃຫ້
ລາວຕ້ອງເປັນຝ່າຍຂາດດຸນການຄ້າຕໍ່ໄທເຖິງ 1,600 ກວ່າ ລ້ານໂດລາ ສ່ວນການຄ້າລະ
ຫວ່າງລາວກັບຈີນນັ້ນ ກໍມີມູນຄ່າລວມຫຼາຍກວ່າ 1,280 ລ້ານໂດລາ ໂດຍລາວເປັນຝ່າຍທີ່
ໄດ້ປຽບດຸນການຄ້າໃນມູນຄ່າ 150 ລ້ານໂດລາ.
ສໍາລັບການຄ້າລະຫວ່າງລາວກັບຫວຽດນາມໃນຊ່ວງດຽວກັນນີ້ ກໍມີມູນຄ່າລວມຫຼາຍກວ່າ 700
ລ້ານໂດລາ ໂດຍລາວເປັນຝ່າຍທີ່ໄດ້ປຽບດຸນການຄ້າ 100 ກວ່າລ້ານໂດລາ ແລະເຖິງແມ່ນ
ວ່າມູນຄ່າການຄ້າລວມດັ່ງກ່າວນີ້ຈະບໍ່ເຖິງ 1,000 ລ້ານໂດລາ ຕາມເປົ້າໝາຍທີ່ວາງໄວ້ກໍຕາມ
ຫາກແຕ່ທາງການລາວກັບຫວຽດນາມ ກໍໄດ້ວາງເປົ້າໝາຍຮ່ວມກັນວ່າ ຈະຊຸກຍູ້ການຄ້າລະ
ຫວ່າງກັນໃຫ້ມີມູນຄ່າລວມເຖິງ 2,000 ລ້ານໂດລາໃນປີ 2015 ໃຫ້ໄດ້.