ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານໂລກຄາດວ່າ ເສດຖະກິດຂອງ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນ


ເງິນກີບລາວ
ເງິນກີບລາວ

ທະນາຄານໂລກຄາດວ່າເສດຖະກິດຂອງ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະ ເລ່ຍ 7 ເປີເຊັນ ໃນປີ 2016-2017 ແລະ ຈະຫຼຸດລົງມາເປັນ 6.8 ເປີເຊັນ ໃນປີ 2018 ໂດຍເປັນຜົນກະທົບຈາກສະພາວະຕົກຕ່ຳຂອງເສດຖະກິດໂລກ.

ລາຍງານສະບັບຫຼ້າສຸດຂອງທະນາຄານໂລກ ໄດ້ຄາດການວ່າເສດຖະກິດໂດຍລວມໃນ ເອເຊຍຕາເວັນອອກໃນຕະຫຼອດປີ 2016 ຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 5.8 ເປີເຊັນທຽບກັບປີ 2015 ແລະ ຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 5.7 ເປີເຊັນ ໃນປີ 2017 ແລະ ປີ 2018 ທັງນີ້ໂດຍເປັນຜົນກະທົບຈາກສະພາວະການຕົກ ຕ່ຳລົງທາງເສດຖະກິດຂອງບັນດາປະເທດທີ່ມີ ຄວາມກ້າວໜ້າທາງດ້ານເສດຖະກິດ.

ແຕ່ຢ່າງໃດກໍຕາມ ລາຍງານສະບັບດັ່ງກ່າວຂອງທະນາຄານໂລກ ກໍໄດ້ລະບຸວ່າເສດຖະ ກິດຂອງບັນດາປະເທດໃນເອເຊຍຕາເວັນອອກ ຈະຍັງຄົງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ ເນື່ອງໃນຕະຫຼອດຊ່ວງປີ 2016-2018 ໂດຍປະເທດທີ່ມີການຂະຍາຍຕົວທາງເສດຖະ ກິດສູງສຸດ ກໍຄືສາທາລະນະລັດແຫ່ງສະຫະພາບ ມຽນມາ ທີ່ຄາດວ່າເສດຖະກິດຈະຂະ ຫຍາຍຕົວເພີ່ມຂຶ້ນເຖິງ 7.8 ເປີເຊັນໃນປີ 2016 ກ່ອນຈະເພີ່ມຂຶ້ນເປັນ 8.4 ແລະ 8.3 ເປີ ເຊັນ ໃນປີ 2017 ແລະ ປີ 2018 ຕາມລຳດັບ. ສ່ວນເສດຖະກິດຂອງ ສປປ ລາວ ນັ້ນທະ ນາຄານໂລກກໍໄດ້ຄາດໝາຍວ່າຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 7 ເປີເຊັນ ໃນປີ 2016 ແລະ ປີ 2017 ໂດຍຖືເປັນອັນດັບທີ 2 ຮອງຈາກ ມຽນມາ ແຕ່ທະນາຄານ ໂລກກໍ່ຄາດວ່າເສດຖະກິດ ລາວ ຈະຂະຫຍາຍຕົວໃນອັດຕາສະເລ່ຍ 6.8 ເປີເຊັນເທົ່າ ນັ້ນໃນປີ 2018.

ທາງດ້ານທ່ານ ລີເບີ ລີິບົວປາວ ນັກເສດຖະເສດອາວຸໂສປະຈຳສະຖາບັນວິໄຈເສດຖະ ກິດແຫ່ງຊາດຖະແຫຼງວ່າທາງການ ລາວ ໄດ້ປັບຫຼຸດຄາດໝາຍການຂະຫຍາຍຕົວທາງ ເສດຖະກິດລົງຈາກ 7.5 ເປີເຊັນ 7 ຫາ 7.3 ເປີເຊັນ ໃນແຜນການປີ 2016-2017 ໂດຍ ມີສາເຫດມາຈາກສະພາວະການຕົກຕ່ຳລົງຂອງເສດຖະກິດໂລກ ທີ່ຈະເຮັດໃຫ້ລາຍຮັບ ດ້ານການຄ້າ ແລະ ການລົງທຶນຂອງ ລາວ ຫຼຸດລົງ ໂດຍສະເພາະແມ່ນການຕົກຕ່ຳລົງ ຂອງເສດຖະກິດຂອງປະເທດ ຈີນ ນັ້ນ ຖືເປັນປັດໄຈສຳຄັນທີ່ສຸດທີ່ຈະສົ່ງຜົນກະທົບຕໍ່ ເສດຖະກິດຂອງ ລາວ ທັງໃນດ້ານລາຍຮັບຈາກການສົ່ງສິນຄ້າອອກໄປ ຈີນ ແລະ ການ ລົງທຶນ ຂອງ ຈີນ ໃຈ ລາວ ເພາະ ຈີນ ນັບເປັນປະເທດຄູ່ຄ້າທີ່ສຳຄັນຂອງ ລາວ ທັງຍັງ ເປັນຜູ້ລົງ ທຶນອັນດັບ 1 ທີ່ມີການລົງທຶນໃນ ລາວ ຫຼາຍທີ່ສຸດອີກດ້ວຍ

ແຕ່ຢ່າງໃດກໍຕາມ ທ່ານ ລີເບີ ລີບົວປາວ ກໍຄາດຫວັງວ່າໂຄງການກໍ່ສ້າງທາງລົດໄຟເຊື່ອມ ຕໍ່ ລາວ ກັບ ຈີນ ຈະເຮັດໃຫ້ເສດຖະກິດຂອງລາວ ມີການຂະຫຍາຍຕົວເພີ່ມຂຶ້ນໃນໄລຍະ ຍາວ ສ່ວນໃນໄລຍະແຜນການສົກປີ 2015-2016 ທີ່ສິ້ນສຸດລົງໃນທ້າຍເດືອນກັນຍາ 2016 ນີ້ ກໍຄາດວ່າເສດຖະກິດ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍພຽງ 6.9 ເປີເຊັນເທົ່ານັ້ນ ທຽບໃສ່ແຜນການປີ 2014-2015 ທີ່ຜ່ານມາ.

ກ່ອນໜ້ານີ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະ ຊວງການເງິນ ໄດ້ໃຫ້ການຢືນຢັນວ່າລັດຖະບານ ລາວ ໄດ້ວາງຄາດໝາຍການພັດທະນາ ເສດຖະກິດໃຫ້ຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 7.5 ເປີເຊັນຕໍ່ໍ່ປີ ຕະ ຫຼອດການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ໄລຍະ 5 ປີຄັ້ງທີ 8 ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ (GDP) ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ເຖິງ 24.8 ລ້ານກີບ ຫຼື ປະມານ 3,100 ໂດລາຕໍ່ຄົນໃນປີ 2020 ຫາແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ນັ້ນກໍບໍ່ແມ່ນເລື່ອງງ່າຍ.

ເພາະວ່າລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ ພາກບໍລິການນັ້ນ ຈະ ຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມລຳດັບ ຊຶ່ງກໍເຮັດໃຫ້ ຈະຕ້ອງລະດົມເງິນທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆຂອງລັດຖະບານ ລາວ ໃຫ້ໄດ້ເຖິງ 27,000 ລ້ານໂດລາໃນຊ່ວງປີ 2016-2020 ດັ່ງທີ່ທ່ານ ສົມດີ ໄດ້ໃຫ້ການ ຢືນຢັນວ່າ.

"ກ່ຽວກັບແຫຼ່ງທຶນເພື່ອການພັດທະນາ ເພື່ອເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ໃນລະດັບ 7.5 ສ່ວນຮ້ອຍຕໍ່ປີໃນ 5 ປີ ລັດຖະບານຕ້ອງການທຶນທັງໝົດປະມານ 220,000 ຕື້ກີບ ຫຼື ປະມານ 27 ຕື້ໂດລາ ຫຼື ກວມເອົາປະມານ 30 ສ່ວນຮ້ອຍຂອງລວມ ຍອດຜະລິດຕະພັນພາຍໃນ ຢູ່ໃນນີ້ມີການລົງທຶນຂອງລັດໃນລະດັບ 24-28 ສ່ວນ ຮ້ອຍການລົງທຶນຈາກການກູ້ຢືມ 12-16 ສ່ວນຮ້ອຍນອກຈາກນັ້ນກໍຈະເປັນການລົງ ທຶນຈາກ ພາກເອກະຊົນພາຍໃນ ແລະ ຕ່າງປະເທດ 54-58 ສ່ວນຮ້ອຍຂອງທຶນ ທັງ ໝົດ."

ກ່ອນໜ້ານີ້ ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ ໃນແຜນການປີ 2014- 2015 ລັດຖະບານ ລາວ ໄດ້ວາງເປົ້າໝາຍການພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ເພີ່ມຂຶ້ນໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ວ່າກໍຈະຕ້ອງລະດົມການລົງທຶນໃຫ້ໄດ້ຫຼາຍ ກວ່າ 39,690 ຕື້ກີບ ແຕ່ວ່າລັດຖະບານ ລາວ ກໍສາມາດປະກອບສ່ວນໄດ້ພຽງ 3,300 ຕື້ ກີບເທົ່ານັ້ນ.

XS
SM
MD
LG