ຄະນະອໍານວຍການຂອງທະນາຄານໂລກ ໄດ້ແຕ່ງຕັ້ງຊາວອາເມຣິກັນ ອີກຄົນນຶ່ງ ຄື
Dr. Jim Yong Kim ໃຫ້ເປັນປະທານຄົນໃໝ່ຂອງທະນາຄານ ຊຶ່ງເປັນອົງການ
ຊ່ວຍເຫລືອເພື່ອພັດທະນາໂລກນັ້ນ.
Dr. Kim ເປັນນາຍແພດ ເປັນຊ່ຽວຊານດ້ານມະນຸດວິທະຍາ ແລະປະທານມະຫາ
ວິທະຍາໄລ Dartmouth. ກ່ອນໜ້ານີ້ ທ່ານໄດ້ເປັນຫົວໜ້າໂຄງການຂອງສະຫະ
ປະຊາຊາດ ໃນການພະຍາຍາມຕໍ່ສູ້ກັບໂຣກເອດສ໌ ໄດ້ກໍ່ຕັ້ງອົງການຈັດຕັ້ງນຶ່ງທີ່ບໍ່
ຂື້ນກັບລັດຖະບານ ເພື່ອສົ່ງເສີມຊຸກຍູ້ການຮັກສາສຸຂະພາບແກ່ບັນດາປະເທດທີ່
ທຸກຍາກ ແລະເຄີຍເປັນອາຈານສອນທີ່ມະຫາວິທະຍາໄລ Harvard. Dr. Kim
ຈະເຂົ້າ ຮັບຕໍາແໜ່ງປະທານທະນາຄານໂລກກໍາໜົດ 5 ປີ ທີ່ຈະເລີ້ມໃນວັນທີ 1
ເດືອນກໍລະກົດຈະມານີ້. ທ່ານ Kim ຈະຂຶ້ນແທນທ່ານ Robert Zoellick ທີ່ຈະ
ພົ້ນຈາກຕໍາແໜ່ງໄປ ໃນເດືອນມິຖຸນາ.
ຢູ່ໃນຈົດໝາຍເຖິງບັນດານັກຂ່າວໃນວັນຈັນວານນີ້ Dr. Kim ກ່າວວ່າ ທ່ານຈະ
ຊອກຫາ “ແນວທາງໃໝ່" ຂອງທະນາຄານເພື່ອໃຫ້ສະທ້ອນເຖິງ “ການປ່ຽນແປງ
ຢ່າງວ່ອງໄວຂອງໂລກ” ແລະສະແຫວງຫາ “ການເຕີບໂຕທີ່ຮວມເອົາທຸກໆປະເທດ.”
ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ສະເໜີຊື່ Dr. Kim ໃຫ້ເຂົ້າ
ຮັບໜ້າທີ່ດັ່ງກ່າວ ແລະໄດ້ຊົມເຊີຍທ່ານທ່ີໄດ້ຖືກເລືອກເອົາ. ທ່ານໂອບາມາ ກ່າວອີກ
ວ່າ ຜູ້ສະມັກອີກສອງຄົນຈາກໄນຈີເຣຍ ແລະ ໂຄລົມເບຍ ກໍມີຄຸນນະວຸດທິ ແລະ
ຄວາມໝາຍໝັ້ນທີ່ໂດດເດ່ນ.
ພາຍໃຕ້ການຕົກລົງກັນຢ່າງບໍ່ເປັນທາງການນັ້ນ ຄົນອາເມຣິກັນແມ່ນ ໄດ້ເປັນຫົວ
ໜ້າທະນາຄານໂລກມາຕະຫລອດ ໃນຂະນະທີ່ຊາວຢູໂຣບ ໄດ້ເປັນຫົວໜ້າກອງທຶນ
ສາກົນ ຫລື IMF.
ບັນດາຜູ້ຕິຕຽນກ່າວວ່າ ການຕົກລົງກັນດັ່ງກ່າວນັ້ນ ລ້າສະໄໝ ແລະບໍ່ມີຄວາມທ່ຽງທໍາ.