ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານໂລກໃຫ້ສິດຈີນຫລາຍຂຶ້ນ


ທະນາຄານໂລກອະນຸມັດໃຫ້ຈີນມີອຳນາດໃນການລົງນະແນນສຽງຫລາຍຂຶ້ນ ໃນສະຖາບັນ ການພັດທະນາໂລກທີ່ມີສະມາຊິກ186 ປະເທດ

ທະນາຄານ​ໂລກ​ໄດ້​ເສີມຂະຫຍາຍ​ອິດ​ທິພົນ​ຂອງ​ຈີນ ​ໂດຍອະນຸມັດ​ໃຫ້ ຈີນມີ​ອຳນາດ​ໃນ​ການ​ລົງ​ຄະ​ແນນ​ສຽງຫລາຍ​ຂຶ້ນ ​ຊຶ່ງ​ກໍ​ເທົ່າ​ກັບ​ມີ​ອິດ​ທິພົນ​ ໃນການ​ຊັກ​ຈູງ​ສະ​ຖາ​ບັນ​ການ​ພັດທະນາ​ໂລກ​ດັ່ງກ່າວ ​ທີ່​ມີສະມາຊິກ 186 ປະ​ເທດ​. ທ່ານ Robert Zoellick ປະທານ​ທະນາຄານ​ໂລກ​ກ່າວ​ໃນ​ວັນ​ອາທິດ​ວານນີ້​ທີ່ກຸງ​ວໍ​ຊິງ​ຕັນ​ວ່າຈີນ​ໄດ້​ມີສ່ວນ​ແບ່ງ​ຫລາຍ​ຂຶ້ນ​ໃນ​ການ​ລົງຄະ​ແນນ​ສຽງ ກໍ​ຍ້ອນການເຕີບ​ໂຕ​ຂອງຈີນ​ໃນ​ການ​ເສດຖະກິດຂອງ​ໂລກ. ອຳນາດ​ການ​ລົງມະຕິ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ ​ຈາກ 2.7 ​ເປີ​ເຊັນ​ມາ​ເປັນ 4.42 ​ເປີ​ເຊັນ. ບັດ​ນີ້​ຈີນ​ເປັນ​ປະ​ເທດສະມາຊິກ​ ທ່ີ​ມີ​ອິດ​ທິພົນ​ຊັກ​ຈູງຫລາຍ​ ອັນ​ດັບ 3 ຂອງ​ທະນາຄານ​ໂລກ​ ຮອງ​ລົງ​ມາ​ຈາກ​ສະຫະລັດ​ ແລະ​ຍີ່ປຸ່ນ.

ຄວາມ​ເຄື່ອນ​ໄຫວ​ທ່ີ​ວ່າ​ນີ້​ ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປະຕິ​ຮູບ​ໃນ​ຂອບ​ເຂດ​ກ້ວາງ​ໃຫຍ່ ​ເພື່ອມອບອຳນາດ​ໃນ​ການ​ລົງມະຕິ​ຫລາຍ​ຂຶ້ນ​ໃຫ້​ແກ່​ພວກ​ປະ​ເທດພວມພັດທະນາ​. ທ່ານ Zoellick ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທະນາ​ຄາ​ນ​ໂລກ​ຮັບ​ຮູ້​ໃນຄວາມ​ຈຳ​ເປັນທີ່ຈະ​ຕ້ອງ​ເຄື່ອນ​ຍ້າຍ​ອອກ​ຈາກ​ແນວ​ຄິດ​ທີ່ລ້າສະ​ໄໝ​ທີ່ວ່າບາງ​ປະ​ເທດແມ່ນ​ຈັດ​ຢູ່​ໃນ​ກຸ່ມ​ທີ່​ເອີ້ນ​ວ່າ ​ໂລກ​ທີ​ສາມ​ນັ້ນ. ທ່ານ Zoellick ກ່າວ​ວ່າ ໂລກ​ກຳລັງ​ເຄື່ອນ​ໄປ​ສູ່​ການ​ເສດຖະກິດທີ່​ມີ​ຫລາຍ​ຂວັ້ນທີ່ກຳລັງ​ວິວັດທະນາ​ການ​ໄປ​ຢ່າງ​ໄວ.

ນອກ​ຈາກ​ການ​ເພີ່ມ​ອຳນາດ​ໃນ​ການ​ລົງມະຕິ​ຫລາຍ​ຂຶ້ນ​ແກ່​ພວກ​ປະ​ເທດ ພວມ​ພັດທະນາ​ແລ້ວ ພວກ​ປະ​ເທດ​ສະມາຊິກ​ທະນາຄານ​ໂລກຍັງ​ໄດ້​ຕົກລົງ​ເພ່ີມ​ຊັບພະຍາກອນ​ໃນ​ການ​ໃຫ້​ເງິນ​ກູ້​ຢືມ​ຂອງ​ທະນາຄານໂລກຂຶ້ນ​ ເປັນຈຳນວນ​ຫລາຍ​ກວ່າ 86 ຕື້​ດອນ​ລ້າ ເພື່ອ​ຮັບ​ມືຄວາມ​ຕ້ອງການເງິນ​ກູ້​ຢືມຢ່າງ​ຫລວງຫລາຍ​ຂອງ​ປະ​ເທດ​ຕ່າງໆ ໃນ​ລະຫວ່າງ​ເກີດ​ວິ​ກິດ​ການ​ດ້ານ​ການ​ເງິນ​ໂລກ​ນັ້ນ.

XS
SM
MD
LG