ທະນາຄານໂລກກ່າວໃນວັນອັງຄານມື້ນີ້ວ່າ ຕົນຈະບໍ່ອອກເງິນກູ້ຢືມໃໝ່ໃດໆໃຫ້ກໍາ
ປູເຈຍອີກ ຈົນກວ່າວ່າລັດຖະບານຈະແກ້ໄຂບັນຫາຂັດແຍ້ງ ກັນກັບປະຊາຊົນທີ່ຖືກຍ້າຍ
ທີ່ ຍ້ອນການພັດທະນາທີ່ດິນແຄມບຶງແຫ່ງນຶ່ງ ໃນນະຄອນຫລວງພະນົມເປນນັ້ນໄດ້
ເສຍກ່ອນ.
ທ່ານນາງ Annette Dixon ຜູ້ອໍານວຍການທະນາຄານໂລກປະຈໍາກໍາປູເຈຍກ່າວຢືນຢັນຕໍ່
ບັນດານັກຂ່າວວ່າ ສະຖາບັນໃຫ້ເງິນກູ້ຢືມດັ່ງກ່າວບໍ່ໄດ້ໃຫ້ເງິນກູ້ຢືມໃດໆແກ່ກໍາປູເຈຍ ນັບ
ແຕ່ເດືອນທັນວາປີແລ້ວນີ້ເປັນຕົ້ນມາ ແລະຈະບໍ່ອອກເງິນກູ້ຢືມໃດໆຕື່ມອີກຈົນກວ່າທາງ
ລັດຖະບານຈະບັນລຸຂໍ້ຕົກລົງກັນໄດ້ກັບພວກປະຊາຊົນຢູ່ແຄມບຶ່ງ Kak ນັ້ນເສຍກ່ອນ.
ຫລາຍພັນຄອບຄົວກໍາລັງຖືກບັງຄັບໃຫ້ຍົກຍ້າຍຍ້ອນໂຄງການພັດນະນາໃນເນື້ອທີ່ 133
ເຮັກຕາ ທີ່ພົວພັນໃນການເອົາດິນມາຖົມບຶງນັ້ນ. ໂຄງການດັ່ງກ່າວແມ່ນບໍລິຫານໂດຍບໍລິ
ສັດເອກະຊົນບໍລິສັດນຶ່ງ ພາຍໃຕ້ການນໍາພາຂອງນັກການເມືອງຄົນນຶ່ງຂອງພັກລັດຖະບານ
ທີ່ປົກຄອງປະເທດໃນປັດຈຸບັນແລະບໍລິສັດນຶ່ງຂອງຈີນ.
ພວກຊາວບ້ານພາກັນຮຽກຮ້ອງໃຫ້ອະນຸຍາດໃຫ້ພວກເຂົາເຈົ້າໄປຕັ້ງຖິ່ນຖານໃຫມ່ໃນບໍລິ
ເວນນຶ່ງໃນແຄມບຶງ ແທນທີ່ຈະໃຫ້ພວກເຂົາເຈົ້າໄປຕັ້ງຖິ່ນຖານໃໝ່ຢູ່ນອກກຸງພະນົມເປນນັ້ນ
ແລະພວກເຂົາເຈົ້າກໍໄດ້ພາກັນທໍາການປະທ້ວງມາຫລາຍຄັ້ງແລ້ວຢູ່ຕໍ່ໜ້າໂຮງການເມືອງ
ໂດຍໄດ້ປະທະກັນກັບຕໍາຫລວດຫລາຍຄັ້ງ.
ທ່ານໃຜ່ ສິມພັນ ໂຄສົກລັດຖະບານກ່າວວ່າ ພວກເຈົ້າໜ້າທີ່ບໍ່ມີຄວາມເປັນຫ່ວງນໍາຄໍາປະ
ກາດດັ່ງກ່າວຂອງທະນາຄານໂລກ ແລະວ່າ ທາງທະນາຄານໂລກກໍາລັງໃຊ້ອໍານາດເກີນ
ຂອບເຂດຂອງຕົນ ແລະເຖິງຢ່າງໃດ ລັດຖະບານກໍບໍ່ເຫັນວ່າເງິນກູ້ຢືມຂອງທະນາຄານ
ໂລກຈະມີປະໂຫຍດຕໍ່ໄປອີກແລ້ວ.
ທະນາຄານໂລກກ່າວວ່າ ການຕັດສິນໃຈດັ່ງກ່າວຈະບໍ່ມີຜົນກະທົບໃດໆຕໍ່ໂຄງການຕ່າງໆ
ຂອງຕົນໃນກໍາປູເຈຍ. ອິງຕາມ website ຂອງທະນາຄານໂລກນັ້ນ ທາງທະນາຄານມີ
ໂຄງການທີ່ກໍາລັງດໍາເນີນໄປຢູ່ໃນກໍາປູເຈຍນັ້ນ ຫລາຍກວ່າ 20 ໂຄງການ ໃນວົງເງິນ
ຫລາຍກວ່າ 400 ລ້ານໂດລາ.