ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານໂລກ ອະນຸມັດ ເງິນຊ່ອຍເຫຼືອ ກ້ອນທຳອິດ ແກ່ມຽນມາ


ທ່ານ Jim Yong Kim ປະທານທະນາຄານໂລກ ທີ່ກອງປະຊຸມສຳພາດຂ່າວ ຢູ່ກຸງໂຊລ ເກົາຫຼີໃຕ້ (15 ຕຸລາ 2012)
ທ່ານ Jim Yong Kim ປະທານທະນາຄານໂລກ ທີ່ກອງປະຊຸມສຳພາດຂ່າວ ຢູ່ກຸງໂຊລ ເກົາຫຼີໃຕ້ (15 ຕຸລາ 2012)
ນັບເປັນເທື່ອທຳອິດ ໃນຮອບ 25 ປີ ທີ່ທະນາຄານໂລກໄດ້ໃຫ້
ການອະນຸມັດ ກ່ຽວກັບການໃຫ້ເງິນຊ່ອຍເຫຼືອລ້າ ແກ່ປະເທດ ມຽນມາແລະຮ່າງຍຸດທະສາດເພື່ອຊ່ອຍລັດຖະບານປັບປຸງການ
ຄຸ້ມຄອງເສດຖະກິດ.

ທະນາຄານໂລກ ອອກຖະແຫຼງການສະບັບນຶ່ງໃນວັນພະຫັດ
ວານນີ້ ກ່າວວ່າ ຕົນໄດ້ອະນຸມັດການຊ່ອຍເຫຼືອລ້າ 80 ລ້ານ
ໂດລາ ສຳລັບໂຄງການປັບປຸງໂຄງລ່າງພື້ນຖານ ໃນເຂດຊົນ
ນະບົດທີ່ທຸກຍາກສອກຫຼີກຫ່າງໄກ.

ທ່ານ Jim Yong Kim ປະທານຂອງທະນາຄານໂລກກ່າວ
ວ່າ ທ່ານມີຄວາມດີໃຈ ກ່ຽວກັບການປະຕິຮູບ ທີ່ມີຂຶ້ນ ຢູ່ໃນ
ມຽນມາ ແລະຊຸກຍູ້ໃຫ້ລັດຖະບານສືບຕໍ່ການດຳເນີນຄວາມ
ພະຍາຍາມດັ່ງກ່າວນີ້ຕໍ່ໄປ.

ທະນາຄານໂລກໄດ້ປິດສຳນັກງານຂອງຕົນທີ່ນະຄອນຢ່າງກຸ້ງໃນປີ 1987 ແລະຍຸຕິການ ໃຫ້ເງິນກູ້ຢືມໃໝ່ທັງໝົດ ຫຼັງຈາກລັດຖະບານ ທີ່ກຳອຳນາດຢູ່ໃນເວລານັ້ນ ຢຸດເຊົາການ ຈ່າຍງວດໃຊ້ໜີ້ ໃນມູນຄ່າຫຼາຍຮ້ອຍລ້ານໂດລາ.

ພວກເຈົ້າໜ້າທີ່ຍັງດຳເນີນງານເພື່ອຊອກຫາຊ່ອງທາງ ສຳລັບຍົກເລີກໜີ້ສິນທີ່ຍັງເຫຼືອຢູ່ ນັ້ນ.
XS
SM
MD
LG