ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາປະ​ເທດພວມ​ພັດທະນາ​​ ໃນ​ເອ​ເຊຍຕາ​ເວັນ​ອອກ​ ຍັງ​ເຕີບໂຕຢ່າງເຂັ້ມ​ແຂງ​


ຮ້ານຂາຍເຄື່ອງແຫ່ງນຶ່ງຂອງຈີນ ທີ່ບໍ່ມີລູກຄ້າ ສະແດງເຖິງສະພາບການເສດຖະກິດທີ່ຝືດເຄືອງລົງ
ຮ້ານຂາຍເຄື່ອງແຫ່ງນຶ່ງຂອງຈີນ ທີ່ບໍ່ມີລູກຄ້າ ສະແດງເຖິງສະພາບການເສດຖະກິດທີ່ຝືດເຄືອງລົງ

ທະນາຄານ​ໂລກ​ກ່າວ​ວ່າ ການ​ເຕີບ​ໂຕ​ໃນ​ກຸ່ມ​ປະ​ເທດ​ພວມ​ພັດທະນາ​ຂອງ ​ຂົງ​ເຂດເອ​ເຊຍຕາ​ເວັນ​ອອກ​ຍັງ​ຄົງ​ເຂັ້ມ​ແຂງ​ຢູ່ ​ແຕ່​ກໍ​ເຕືອນ​ວ່າ ພວກ​ເຂົາ​ເຈົ້າຕ້ອງລົດ​ປະລິມານ​ການ​ເພິ່ງ​ພາ​ການ​ສົ່ງ​ອອກ​ລົງ​ ​ໃນ​ຂະນະ​ທີ່ເສດຖະ ກິດ​ໂລກຍັງສືບ​ຕໍ່​ມີ​ການ​ຊັກຊ້າ​ຢູ່​ນີ້.

ທະນາຄານ​ໂລກຊຶ່ງ​ເປັນ​ທະນາຄານ​ໃຫ້​ເງິນ​ກູ້​ຢືມ​ທີ່​ມີ​ສໍານັກງານ​ຢູ່ນະຄອນ ຫຼວງວໍ​ຊິງ​ຕັນ ກ່າວ​ຢູ່​ໃນ​ລາຍ​ງານ​ເຄິ່ງປີ​ສະບັບ​ນຶ່ງ​ເມື່ອ​ວັນ​ພຸດ​ມື້​ນີ້ວ່າ ຕົນ​ຄາດ​ວ່າການ​ເຕີບ​ໂຕ​ຈະຊ້າ​ຢູ່​ໃນອັດຕາ 7.6 ເປີເຊັນ ປີ​ນີ້ ​ໃນ​ຂົງ​ເຂດ​ເຊຍຕາ​ເວັນ​ອອກ ຊຶ່ງ​ບໍ່​ລວມຍີ່ປຸ່ນ ທີ່​ລົດ​ຕໍ່າລົງ​ຈາກ 8.2 ​ເປີ​ເຊັນ​ໃນ​ປີ 2011.

ລາຍ​ງານ​ດັ່ງກ່າວ​ເວົ້າວ່າ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໂລກ ​ເບິ່ງ​ຄື​ວ່າ ຍັງອ່ອນ​ແອ​ຢູ່ ຍ້ອນ​ຄວາມ​ບໍ່​ແນ່ນອນ​ຂອງ​ວິ​ກິດ​ການ​ໜີ້​ສິນແຫ່ງ​ພາກພື້ນ​ຢູ​ໂຣບ ​ແລະ​ການ​ຟື້ນ​ຕົວ​ຄືນ​ຂອງ​ສະຫະລັດ​ຍັງ​ຊົບ​ເຊົາ​ຢູ່. ສະຫະພາບຢູ​ໂຣບ ສະຫະລັດ ​ແລະ​ຍີ່ປຸ່ນ ປະກອບ​ເປັນ​ຫຼາຍກວ່າ 40 ​ເປີ​ເຊັນ​ຂອງປະລິມານ​ການ​ສົ່ງ​ອອກ​ຂອງ​ຂົງ​ເຂດ.

​ແຕ່​ໃນ​ຂະນະ​ດຽວ​ກັນ ລາຍ​ງານ​ເວົ້າອີກ​ວ່າ ພວກ​ປະ​ເທດເສດຖະກິດ​ເຂດ ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ວນ​ໃຫຍ່ ຍັງ​ປະ​ຄັບ​ປະຄອງ​ພວກ​ຕົນ​ໄດ້​ດີ​ຢູ່ ​ເພື່ອ ຮັບ​ມື​ກັບ​ຜົນ​ກະທົບຈາກຂ້າ​ງນອກ​ອອກ​ໄປອີກ​ນັ້ນ. ລາຍ​ງານ​ເວົ້າວ່າ​ລັດ ຖະບານ​ທັງຫຼາຍ​ຄວນຈະ​ປະຕິບັດ​ການ​ເພີ່ມ​ຂຶ້ນ​ເພື່ອ​ລົດ​ຜ່ອນ​ການ​ເພິ່ງ​ພາ​ດ້ານການ​ຄ້າ ​ແລະ​ຊອກ​ຫາ​ຊ່ອງ​ທາງອື່ນ​ເພີ່ມ​ຕື່ມ ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ ເສດຖະກິດ ແລະຄວາມ​ຮຽກຮ້ອງ​ຕ້ອງການ​ຢູ່​ພາຍ​ໃນ​ປະ​ເທດ.

ທະນາຄານ​ໂລກ​ກ່າວ​ວ່າ ຄວາມທຸກ​ຈົນ​ຍັງ​ສືບ​ຕໍ່ຫຼຸດລົງໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນອອກ ຊຶ່ງ​ທະນາຄານ​ໂລກ​ຄາດ​ການ​ວ່າ ຈໍານວນ​ປະຊາຊົນ​ທີ່​ດໍາລົງຊີວິດ​ດ້ວຍ​ລາຍ​ໄດ້ທີ່​ຕໍ່າກວ່າ​ສອງ​ໂດ​ລາ​ຕໍ່​ມື້​ນັ້ນຈະ​ລົດຕໍ່າລົງ​ 24 ລ້ານ ຄົນ​ໃນ​ປີ​ນີ້ ແຕ່ຂະນະ​ດຽວ​ກັນ​ກໍ​ປະ​ເມີນ​ວ່າ​ປະຊາຊົນ​ຈໍານວນ​ນຶ່ງ​ສ່ວນ​ສາມ​ຂອງ​ຂົງ​ເຂດ​ຍັງ​ຈະ​ສືບ​ຕໍ່​ດຳລົງ​ຊີວິດ​ຢູ່​ດ້ວຍຄວາມ​ທຸກ​ຈົນ​.

ທະນາຄານ​ຈັດ​ເອົາ​ພວກ​ປະ​ເທດ​ກໍາລັງ​ພັດທະນາ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກນັ້ນ ​ໄດ້​ແກ່ ຈີນ ກໍາປູ​ເຈ​ຍ ຕີ​ມໍ​ຕາ​ເວັນ​ອອກ ຟີ​ຈິ ອິນ​ໂດ​ເນເຊຍ ລາວ ມາ​ເລ​ເຊຍ ມົງ​ໂກ​ເລຍ ປາ​ປົວ​ນີວກີ​ນີ ຟິລິບປິນ ໝູ່​ເກາະ​ໂຊ​ໂລມອນ ​ໄທ ​ແລະ​ຫວຽດນາມ

XS
SM
MD
LG