ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ຄະນະກຳມະການ ກິລາ ໂອລິມປິກ ໂລກ ລົບລ້າງ ການເຂົ້າຮ່ວມ ກິລາແລ່ນ ແລະ ລານຂອງ ຣັດເຊຍ


ປະທານກິລາ ໂອລິມປິກ ທ່ານ Sebastian Coe ຖະແຫລງຕໍ່ ບັນດານັກຂ່າວ ທີ່ ນະຄອນຫລວງ ລອນດອນ.

ອົງການຄຸ້ມຄອງການກິລາຂອງໂລກ​ໃນວັນສຸກວານນີ້ ໄດ້ ໂຈະບໍ່ໃຫ້ພວກນັກກິລາຣັດເຊຍປະກອບສ່ວນກິລາແລ່ນ
ແລະລານຂອງໂລກ ຍ້ອນການກ່າວຫາ ວ່າໃຊ້ສານກະຕຸ້ນ.
ສະມາຄົມກິລາສາກົນໄດ້ລົງຄະແນນສຽງ​ 22 ຕໍ່​ນຶ່ງ ເຫັນດີ
ລົງໂທດຊົ່ວຄາວຕໍ່ຣັດເຊຍ. ນີ້ແມ່ນລວມທັງການຫ້າມຣັດ
ເຊຍບໍ່ໃຫ້ແຂ່ງຂັນແລ່ນແລະລານກິລາໂອແລມປິກລະດູ
ຮ້ອນປີ 2016 ທີ່ຣິໂອເດີແຈນນິໂຮປະເທດບຣາຊຽນນຳ.

ທ່ານຊາແບັສຈຽນ ໂກ ປະທານ ສະມາຄົມກິລາໂລກເອີ້ນການລົງໂທດດັ່ງກ່າວນີ້ວ່າ​ເປັນການລົງໂທດືທີ່ໜັກທີ່ສຸດທີ່ສາມາດເຮັດໄດ້ໃນເວລານີ້.

Russia Athletes Suspended
please wait

No media source currently available

0:00 0:01:02 0:00

XS
SM
MD
LG