ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮຽກຮ້ອງໃຫ້ນາໆຊາດ ສືບຕໍ່ສະໜັບສະໜຸນ ກອງທຶນຕ້ານເອດສ໌ ຂອງໂລກ (ເບິ່ງວີດີໂອແລະສະໄລດ໌)


ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ທີ່ກອງປະຊຸມຖະແຫຼງຂ່າວໃນລະຫວ່າງກອງ ປະຊຸມສຸດຍອດ ເອເຊຍຕາເວັນອອກທີ່ເກາະບາຫຼີ ປະເທດອິນໂດເນເຊຍ (19 ພະຈິກ 2011)
ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ທີ່ກອງປະຊຸມຖະແຫຼງຂ່າວໃນລະຫວ່າງກອງ ປະຊຸມສຸດຍອດ ເອເຊຍຕາເວັນອອກທີ່ເກາະບາຫຼີ ປະເທດອິນໂດເນເຊຍ (19 ພະຈິກ 2011)

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ກ່າວວ່າໃນທີ່ສຸດໂລກ
ແມ່ນຢູ່ໃນທ່າພ້ອມແລ້ວທີ່ຈະລຶບລ້າງໂຣກເອດສ໌ ແຕ່ທ່ານກໍກ່າວວ່າ ເງິນທຶນຈະເປັນເລື່ອງ
ທີ່ຫຼໍ່ແຫຼມສຳຄັນສຳລັບຄວາມກ້າວໜ້າໃນການປາບປາມໂຣກລະບາດດັ່ງກ່າວໃນອະນາຄົດ.

ໃນຖະແຫຼງການສະບັບນຶ່ງເນື່ອງໃນໂອກາດວັນຕໍ່ຕ້ານໂຣກເອດສ໌ຂອງໂລກໃນວັນພະຫັດມື້
ນີ້ທ່ານ Ban ຮຽກຮ້ອງໃຫ້ນາໆຊາດບໍລິຈາກເງິນໃຫ້ໄດ້ປະມານ 24 ພັນລ້ານໂດລາຕໍ່ປີທີ່ ຈຳເປັນສຳລັບໃຫ້ການສະໜັບສະໜຸນ ແກ່ໂຄງການລິເລີ່ມຕ່າງໆໃນການຕໍ່ຕ້ານໂຣກເອດສ໌
ຂອງໂລກ.

ພວກນັກສັງເກດການຫຼາຍຄົນມີຄວາມວິຕົກກັງວົນຢ້ານວ່າ ການດຳເນີນຄວາມພະຍາຍາມ
ຕໍ່ຕ້ານໂຣກເອດສ໌ຂອງໂລກອາດຈະປະເຊີນກັບການຕັດຊ່ອຍເຫຼືອຢ່າງໜັກ ໃນຂະນະທີ່ລັດ ຖະບານຂອງປະເທດຕ່າງໆໃນຢູໂຣບແລະສະຫະລັດ ພະຍາຍາມທີ່ຈະຕັດການຂາດດຸນງົບ
ປະມານລົງ.

ທ່ານ Kumar Chandiramani ຈາກກຸ່ມຊ່ອຍເຫຼືອ ນາຍແພດບໍ່ມີພົມແດນກ່າວວ່າ ອົງ
ການຂອງທ່ານມີຄວາມວິຕົກກັງວົນ ກ່ຽວກັບຄວາມເປັນໄປໄດ້ໃນການທີ່ຈະບໍ່ໄດ້ຮັບຄວາມ
ຊ່ອຍເຫຼືອພຽງພໍ.

ລາຍງານສະບັບນຶ່ງຂອງອົງການສະຫະປະຊາຊາດ ທີ່ນຳອອກເຜີຍແຜ່ ໃນມື້ວັນພຸດວານນີ້
ແຈ້ງວ່າ ການໃຫ້ເງິນສະໜັບສະໜຸນທັງພາຍໃນແລະຕ່າງປະເທດສຳຫຼັບຕໍ່ຕ້ານ HIV ເຊື້ອ
ໄວຣັສທີ່ພາໃຫ້ເປັນໂຣກເອດສ໌ນັ້ນ ໄດ້ຫຼຸດຈາກ 15 ພັນ 900 ລ້ານໂດລາ ໃນປີ 2009
ລົງມາເປັນ 15 ພັນລ້ານໂດລາໃນປີ 2010 ຊຶ່ງເປັນຂີດໝາຍທີ່ສະຫະປະຊາຊາດເວົ້າວ່າ
ມີຄວາມຈຳເປັນສຳລັບການຮັບມືແບບຮອບດ້ານຢູ່ໃນທົ່ວໂລກ.

ລາຍງານສະບັບນີ້ພົບວ່າ ຈຳນວນຜູ້ຕິດເຊື້ອ HIV ໃໝ່ ໄດ້ຫຼຸດລົງ 15% ໃນຮອບທົດສະ
ວັດຜ່ານມາ ແຕ່ໃນຂະນະດຽວກັນກໍພົບວ່າ ຈຳນວນຜູ້ຕິດເຊື້ອໃໝ່ ໄດ້ເພີ່ມຂຶ້ນ 250% ໃນ
ຮອບທົດສະວັດຜ່ານມາຢູ່ໃນຢູໂຣບຕາເວັນອອກແລະເອເຊຍກາງ.

ອົງການສະຫະປະຊາຊາດກະປະມານວ່າ ມີ 34 ລ້ານຄົນຢູ່ໃນທົ່ວໂລກຕິດເຊື້ອ HIV ຢູ່ໃນ
ທົ່ວໂລກເວລານີ້.

ເບິ່ງວີດີໂອ ລາຍງານກ່ຽວກັບໂຣກເອດສ໌:

XS
SM
MD
LG