ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມໂຣກ AIDS ນາໆຊາດ ໄຂຂຶ້ນ ທີ່ອອສເຕຣເລຍ (ວີດີໂອ)


ຫົວໜ້າບໍລິຫານໂຣກ AIDS ສະຫະປະຊາຊາດ ທ່ານ Michel Sidibe ຈາກ Mali (ຄົນກາງ) ກ່າວຕໍ່ກອງປະຊຸມນັກຂ່າວ
ນັ່ງທາງຂ້າງ ແມ່ນປະທານສະມາຄົມໂຣກ AIDS ນາໆຊາດ ທ່ານນາງ Francoise Barre-Sinoussi ຈາກຝຣັ່ງ (ຂ້າງຊ້າຍ) ແລະທ່ານ Brent Allan ປະທານຮ່ວມ ທີ່ນະຄອນ Melbourne,ອອສເຕຣເລຍ ວັນທີ 20 ກໍລະກົດ 2014.
ຫົວໜ້າບໍລິຫານໂຣກ AIDS ສະຫະປະຊາຊາດ ທ່ານ Michel Sidibe ຈາກ Mali (ຄົນກາງ) ກ່າວຕໍ່ກອງປະຊຸມນັກຂ່າວ ນັ່ງທາງຂ້າງ ແມ່ນປະທານສະມາຄົມໂຣກ AIDS ນາໆຊາດ ທ່ານນາງ Francoise Barre-Sinoussi ຈາກຝຣັ່ງ (ຂ້າງຊ້າຍ) ແລະທ່ານ Brent Allan ປະທານຮ່ວມ ທີ່ນະຄອນ Melbourne,ອອສເຕຣເລຍ ວັນທີ 20 ກໍລະກົດ 2014.

ບັນດາ​ຜູ້ຕາງໜ້າ ທີ່​ໄປ​ຮ່ວມ​ກອງ​ປະຊຸມໂຣກ AIDS ນາໆ​ຊາດ​
ຄັ້ງ​ທີ 20 ​ໄດ້​ໄປ​ເຕົ້າ​ໂຮມ​ກັນທີ່​ນະຄອນ Melbourne ອອສ​ເຕຣ
​ເລຍ ​ໃນ​ວັນ​ຈັນມື້​ນີ້ ສຳລັບກອງ​ປະຊຸມ​ມື້​ທຳ​ອິດ​ໝົດ​ມື້ ທີ່​ຈະ​ປະ
ກອບ​ດ້ວຍ​ການ​ກ່າວ​ປາ​ໄສ ການສຳ​ມະ​ນາ​ແລະ​ການ​ພົບ​ປະຫາ
ລື​ກັນ ​ເພື່ອພິຈາລະນາ ເບິ່ງ​ສະພາບ​ການ​ໃນ​ປັດຈຸບັນ ​ຂອງ​ການ
​ຄົ້ນຄວ້າ​ກ່ຽວ​ກັບ​ໂຣກ AIDS ນັ້ນ.

ບັນດາ​ຜູ້ຕາງໜ້າ​ປະມານ 12 ພັນ​ຄົນ ທີ່ຮວມທັງພວກ​ນັກວິທະ
ຍາສາດ ນັກ​ເຄື່ອນ​ໄຫວ ​ແລະ​ປະຊາຊົນ ທີ່​ຕິດ​ເຊື້ອ​ພະຍາດ​ດັ່ງ
ກ່າວ​ໃນ​ປັດຈຸບັນ ຈະປະຊຸມກັນ​ໄປຈົນ​ຮອດ​ວັນ​ສຸກ ​ເພື່ອ​ໂອ້​ລົມ​
ສົນທະນາ​ກັນ​ເລື້ອງ​ການ​ຮັບ​ມືຂອງ​ປະຊາ​ຄົມ ຕໍ່​ເຊື້​ອ HIV ​ແລະ
​ໂຣກ AIDS ​ແລະ​ຊອກ​ຫາ​ຊ່ອງ​ທາງ​ຕ່າງໆ ​ເພື່ອ​ເລັ່ງລັດການ​ປ້ອງ​ກັນ ​ແລະ​ການ​ປິ່ນ
ປົວ​ນັ້ນ.

AIDS CONFERENCE VO
please wait
Embed

No media source currently available

0:00 0:01:29 0:00

ທ່ານນາງ Francoise Barre-Sinoussi ປະທານ​ສະມາຄົມ​ໂຣກ AIDS ນາໆ​ຊາດ ​
ໄດ້​ຂໍ​ໃຫ້ທຸກໆ​ຄົນ​ຢືນ​ຢູ່​ໃນ​ຄວາມ​ງຽບ​ເປັນ​ເວລາ​ສັ້ນໆ ​ໃນ​ ພິທີ​ໄຂ​ກອງ​ປະຊຸມ​ໃນ​ແລງ​
ວັນ​ອາທິດ​ວານ​ນີ້ ​ເພື່ອ​ໄວ້ອາ​ໄລ​ນຳ​ພວກ​ຜູ້ຕາງໜ້າ 6 ຄົນ ທີ່​ເດີນທາງ​ນຳ​ຖ້ຽວ​ບິນ​ມາ
​ເລ​ເຊຍ ທີ່​ຖືກ​ຍິງ​ຕົກ​ໃນຢູ​ເຄຣນ ​ໃນ​ສັບປະດາ​ແລ້ວ​ນີ້ ຊຶ່ງ​ເຮັດ​ໃຫ້​ພວກຄົນ​ໂດຍສານ
​ແລະ​ຈຸ​ບິນ​ທັງ​ໝົດ 298 ຄົນ​ໃນ​ເຮືອບິນ ​ເສຍ​ຊີວິດ​ໄປ​ນັ້ນ.

ທ່ານ Joep Lange ນັກ​ຄົນ​ຄວ້າ Hollande ທີ່​ມີ​ຊື່​ສຽງ ​ແລະ​ອະດີດປະທານ​ສະມາ
ຄົມ​ໂຣກ AIDS ນາໆ​ຊາດ ​ແລະ​ທ່ານ Glenn Thomas ໂຄສົກ​ປະຈຳ​ອົງການ​ອະນາ​
ໄມ​ໂລກ ກໍ​ຮວມຢູ່​ໃນ​ຈຳນວນພວກ​ທີ່​ເສຍ​ຊີວິດ​ນັ້ນ.

AIDS Society Mourns Six Researchers, Experts Killed in Plane Crash
please wait

No media source currently available

0:00 0:02:23 0:00

XS
SM
MD
LG