ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກວິທະຍາສາດ ມາປະຊຸມກັນ ຢູ່ວໍຊິງຕັນ ເພື່ອຫາທາງກໍາຈັດ ຖອນຮາກໂຣກເອດສ໌ (ວີດີໂອລາວ/ອັງກິດ)


ບັນດາ​ນັກ​ສຶກສາ​ຄົ້ນຄວ້າ​ໂຣກ​ເອດ​ສ໌ ຜູ້​ນໍາ​ປະຊາ​ຄົມ ​ແລະ​ຜູ້​ຮ່າງ​ນະ​ໂຍບາ​ຍທັງຫຼາຍ​ ໄດ້ ມາເຕົ້າ​ໂຮມ​ກັນຢູ່​ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ ​ເພື່ອຮ່ວມ​​ກອງ​ປະຊຸມ​ໃຫຍ່ຕ້ານ​​ໂຣກເອດສ໌ນາໆ​ ຊາດຄັ້ງ​ທີ່ 19 ຊຶ່ງ​ຈະເລີ່​ມ​ຂຶ້ນ​ແຕ່ວັນ​ທີ່ 22 ຫາ 27 ​ເດືອນ​ກໍລະກົດ​ນີ້. ກອງປະຊຸມ​ດັ່ງກ່າວ ນັບ​ວ່າ​ເປັນ​ເທື່ອ​ທໍາ​ອິດໃນ​ຮອບ 22 ປີ ທີ່​ໄດ້​ຈັດ​ຂຶ້ນຢູ່​ໃນ​ສະຫະລັດ. ​​ເນື້ອ​ໃນ​ໃຈຄວາມ​​ຫຼັກ ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ຄືຈົ່ງ​ໝຸນ​ກະ​ແສ​ນໍ້າ​ໄປດ້ວຍ​ກັນ. Carol Pearson ຜູ້​ສື່​ຂ່າວ​ວີ​​ໂອ​ເອ ​ເວົ້າ​ວ່າ ​​ໃຈຄວາມດັ່ງກ່າວ​ນີ້ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້ສຶກ​ໃນ​ແງ່​ດີ​ທີ່​ມີຫລາຍຂຶ້ນ​ໄປນັບ​ມື້ ທີ່ວ່າການ​ຕໍ່ສູ້​ປາບ​ປາມ​ໂຣກ​ເອດ​ສ໌ຂອງ​ໂລກ​ກໍາລັງ​​ໄດ້​ຮັບ​​ໄຊຊະນະ ຊຶ່ງ​ທອງ​ປານມີ​ລາຍ​ລະ ອຽດ ​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອພາສາລາວ:

ແຜ່ນ​ຜ້າ​ທີ່ເອົາມາຫຍິບຕິດຕໍ່ໃສ່ກັນເປັນແຜ່ນຜ້າຜືນໃຫຍ່ໆ ກ່ຽວ​ກັບ​ຜູ້​ເປັນ​ໂຣກ​ເອດ​ສ໌ ອັນ​
ເປັນສັນຍະ​ລັກ​ທີ່​ບົ່ງ​ເຖິງ​ພະລັງ​ອໍານາດ​ທີ່ສຸດຢ່າງ​ນຶ່ງ​ ຂອງ​ການ​ທໍາລາຍ​ລ້າງຜານມະນຸດທີ່
ເກີດ​ຈາກ​ໂຣກ​ເອດ​ສ໌ນັ້ນ ​ໄດ້​ນໍາ​ມາ​ກາງ​ສະ​ແດງ​ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ ພຽງ​ບໍ່​ເທົ່າໃດ​ອາ
ທິດ​ກ່ອນ​ການໄຂ​ກອງ​ປະຊຸມ​ໂຣກ​ເອດ​ສ໌ນາໆຊາດ.

​ແຜ່ນຜ້າແຕ່ລະ​ແຜ່ນ ສະ​ແດງ​ຄວາມ​ຊົງ​ຈໍາ​ບຸກຄົນໆ​ນຶ່ງ​ທີ່​ເສຍ​ຊີວິດ​ດ້ວຍ​ໂຣກ​ເອດ​ສ໌. ​ໂຄງ
ການ​ດັ່ງກ່າວ​ໄດ້​ເລີ່​ມຕົ້ນ​ເມື່ອ 25 ປີຜ່ານມາ ອັນ​ເປັນ​ເທື່ອ​ສຸດທ້າຍ​ຂອງ​ກອງ​ປະຊຸມ​ເລຶ່ອງນີ້​
ໄດ້ຈັດ​ຂຶ້ນທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ.

Dr. Anthony Fauci ​ເປັນ​ຜູ້​ອໍານວຍ​ການ​ສະຖາ​ບັນ​ໂຣກພູມ​ແພ້​ແລະ​ພະຍາດຕິ​ດ​ຕໍ່​ແຫ່ງ​
ຊາດ ຕັ້ງ​ແຕ່​ໃນ​ເວລາ​ນັ້ນ ​ມາ​ຈົນ​ເທົ່າ​ເຖິງ​ປັດຈຸບັນ​ນີ້. ທ່ານ ຟໍຊີ ກ່າວ​ວ່າ:

“​ເມື່ອ 25 ປີຜ່ານມາ ຄື​ໃນ​ປີ 1987 ນັ້ນ ມັນ​ເປັນ​ຊ່ວງ​ເວລາ​ທີ່​ເສົ້າ​ໂສກ​ສິ້ນ​ຫວັງ​ທີ່​ສຸດ
ສໍາລັບ​ເຊື້ອ​ເອັຊ​ໄອ​ວີ.”

​ໄດ້​ມີ​ການ​ເຕືອນ​ກ່ຽວ​ກັບ​ການ​ຮ່ວມເພດ​ທີ່​ປອດ​ໄພ​ກວ່າ​ເກົ່າ ​ແລະ​ການ​ໃຊ້​ຖົງ​ຢາງ​ອະນາ​
ໄມ. ຢາ ATZ ​ເປັນ​ຢາ​ຊະນິດ​ໃໝ່ ທີ່​ອາດ​ປາບ​ເຊື້ອ​ເອັຊ​ໄອ​ວີ​ໄດ້ດີ ​ແຕ່​ກໍ​ປະກົດ​ວ່າ ໃຊ້ໄດ້
ຜົນ​ພຽງ​ໄລຍະສັ້ນ​ເທົ່າ​ນັ້ນ. ດຣ ຟໍຊີ ກ່າວ​ວ່າ:

“ເວລາ​ນັ້ນ ມັນ​ເປັນ​ເວລາ​ທີ່​ສິ້ນ​ຫວັງ​ແທ້ໆ. ຈໍານວນ​ຜູ້​ຄົນ​ເຈັບ​ປ່ວຍ​ຈາກ​ພະຍາດ​ນີ້
​ເພີ່ມ​ທະວີ​ຂຶ້ນ​ໄປ​ໃນ​ທົ່ວ​ໂລກຢ່າງ​ໄວ ​ພວກ​ເຮົາ​ຍັງ​ບໍ່​ຮູ້​ຢ່າງ​ລະອຽດໄດ້ ເຖິງ​ຜົນກະທົບ
​ອັນ​ຜິດ​ປົກກະຕິ ທີ່​ເກີດ​ຂຶ້ນຢູ່​ໃນປະ​ເທດ​ທີ່ພວມ​ພັດທະນາ ​ໂດຍ​ສະ​ເພາະຂົງ​ເຂດ​
ຕອນ​ໃຕ້​ທະ​ເລ​ຊາຍຊາ​ຮາ​ຣາ ຂອງ​ອາ​ຟຮິ​ກາ​ນັ້ນ.”

​ເກືອບ​ວ່າ 70 ​ເປີ​ເຊັນ​ຂອງ​ຜູ້​ທີ່​ເປັນ​ໂຣກ​ເອດ​ສ໌ ​ແມ່ນ​ພວກ​ທີ່​ອາໄສ​ຢູ່​ໃນຂົງ​ເຂດ​ຕອນ​ໃຕ້
ທະ​ເລ​ຊາຍ​ຊາ​ຮາ​ຣາຂອງ​ອາ​ຟຮິ​ກາ. ຈະ​ມີສອງ​ລ້ານ​ຫ້າ​ແສນ​ຄົນ​ທີ່ຕິດ​ເຊື້ອ​ນີ້​ລາຍ​ໃໝ່ໆໃນ
​ແຕ່ລະ​ປີ ​ແຕ່​ມາ​ບັດ​ນີ້ ມີກໍ​ຄວາມ​ຫວັງ​ແດ່​ແລ້ວ. ດຣ. ​ຟໍຊີ ກ່າວ​ອີກວ່າ:

“​ໃນ​ປີ 2012 ນີ້ ພວກ​ເຮົາ​ກ້າວ​ມາ​ເຖິງ​ຈຸດ​ທີ່ວິທະຍາ​ສາດ​ໄດ້​ມອບວິທີ​ການ​ແຊກ​ແຊງ​
ພະຍາດ​ນີ້​ຫຼາຍ​ປະການ​ໃຫ້​ແກ່​ພວກ​ເຮົາ ​ໂດຍ​ສະ​ເພາະ​ວິທີໃນ​ຮູບ​ແບບ​ການ​ປິ່ນປົວ
ແລະ​ການ​ປ້ອງ​ກັນ​ເຊື້ອ​ເອັຊ​ໄອ​ວີ.”

ປັດຈຸບັນ​ນີ້ ມີ​ຢຸກຢາ 30 ຊະນິດ​ເພື່ອ​ປິ່ນປົວ​ເຊື້ອ​ເອັຊ​ໄອ​ວີ. ​ເມື່ອ​ສິບ​ປີຜ່ານ​ມາ ມີ​ບໍ່​ເທົ່າ​ໃດ​ຄົນ​
ໃນ​ບັນດາ​ປະ​ເທດ​ພວມ​ພັດທະນາ ​ທີ່​ສາມາດ​ໄດ້​ຮັບຢາ​ເຫຼົ່າ​ນີ້. ມາ​ບັດ​ນີ້ ມີ​ຈໍານວນ​ຄົນ​ຕິດ
​ເຊື້ອ​ເອັຊ​ໄອ​ວີ​ເກືອບ​ເຈັດ​ລ້ານ​ຄົນ ​ໄດ້​ຮັບ​ການ​ປິ່ນປົວ. ນອກ​ນີ້​ແລ້ວ​ບັນດາ​ນາຍ​ແພດ ກໍ​ໄດ້​
ຮຽນ​ຮູ້​ວິທີ​ປ້ອງ​ກັນ​ເດັກ​ທາລົກ​ບໍ່​ໃຫ້​ຕິດ​ເຊື້ອ​ໄວ​ຣັສນີ້​ຈາກ​ແມ່. ​ແລະ​ບັນດາ​ນັກ​ວິ​ທະຍາສາດ​
ໄດ້​ພົບ​ເຫັນ​ວ່າການ​ປິ່ນ​ຄົນ​ເຈັບ​ແຕ່​ຫົວທີນັ້ນ ບໍ່​ແມ່ນ​ແຕ່​ຈະ​ຊ່ວຍ​ຊີວິດ​ໄວ້​ເທົ່າ​ນັ້ນ ​ແຕ່​ມັນ​ຊ່ວຍ
​ລົດ​ລະດັບ​ໂອ​ກາດ​ທີ່​ຈະ​ນໍາ​ເອົາເຊື້ອ​ໄວ​ຣັສນີ້​ໄປ​ຕິດ​ແປດ​ຄູ່​ຮ່ວມ​ເພດ​ຂອງ​ຕົນລົງໄດ້​ຢ່າງ​ໃຫຍ່
​ຫຼວງ​ນໍາ​ອີກ.

​ບັດ​ນີ້ ບັນດາ​ນັກ​ວິ​ທະຍາ​ສາດ ກໍາລັງ​ກ້າວໃກ້​ເຂົ້າ​ໄປ​ເຖິງ​ຈຸດທີ່​ຈະ​ສາມາດ​ພັດທະນາ​ຢາ
​ວັກ​ຊີ​ນ ຂຶ້ນມາ​ໄດ້​ແລ້ວ

​ເອກ​ອັກຄະ​ລັດຖະທູດ Eric Goosby ​ເປັນ​ຜູ້​ປະສານ​ງານດ້ານ​ໂຣກ​ເອດ​ສ໌ໂລກ​ຂອງ​ສະ
ຫະລັດ ​ກ່າວ​ວ່າ ຄວາມ​ມຸ້ງ​ໝັ້ນ​ເອົາ​ໃຈ​ໃສ່​ຂອງ​ປະ​ເທດຊາດ​ນັ້ນ​ ​ແມ່ນ​ສໍາຄັນ​ທີ່​ສຸດ.

ເບິ່ງວີດີໂອພາສາອັງກິດ:

ທ່ານ Goosby ກ່າວ​ວ່າ: “ບົດບາດ​ການ​ນໍາພາ​ໂດຍ​ທັງໝົດແລ້ວ ​ມັນ​ເປັນຂອງປະ​ເທດ​
ໃດ​ນຶ່ງ​ໂດຍສ​ະ​ເພາະ ບໍ່​ແມ່ນ​ພາຄີ​ຈາກ​ພາຍ​ນອກ. ສະຫະລັດ​ບໍ່​ສາມາດ​ທີ່​ຈະ​ເປັນ​ກະຊວງ​
ສາທາລະນະ​ສຸກ​ໃດໆ ​ໃນບັນດາ​ປະ​ເທດ​ທີ່​ພວກ​ເຮົາປະຕິບັດ​ງານ​ຢູ່​ນັ້ນ​ໄດ້”

ດຣ. ຟໍຊີ ກໍ​ເຫັນ​ພ້ອມ​ນໍາ​ທ່ານ Goosby ​ແລະ​ກ່າວ​ວ່າ

“ສິ່ງ​ທີ່​ຂ້າພະ​ເຈົ້າຢາກ​ເຫັນ​ນັ້ນ ກໍ​ຄື​ຄວາມ​ມຸ້ງ​ໝັ້ນ ​ເອົາ​ໃຈໃສ່ ​ຊຶ່ງເປັນ​ຄວາມ​ມຸ້ງ​ໝັ້ນ
​ຂອງ​ໂລກ​ເພື່ອ​ຍົກ​ລະດັບຢ່າງສໍາຄັນໃນ​ການຈັດຕັ້ງປະຕິບັດ​ ທັງ​ໃນ​ດ້ານການ​ປ້ອງ​ກັນ ​
ແລະ​ການ​ປິ່ນ​ປົວຕ່າງໆ ​ຈົນ​ເຖິງ​ຈຸດ​ບ່ອນ​ທີ່​ພວກ​ເຮົາ​ປະສົບ​ຜົນ​ສໍາ​ເລັດຢ່າງແທ້​ຈິງ ​ໃນ
ສິ່ງ​ທີ່​ພວກ​ເຮົາທັງ​ໝົດ​ປຸ້ມລຸມ​ກັນ​ພະ​ຍາ​ຍາມກະທໍາ​ເພື່ອ​ກໍາຈັດຖອນ​ຮາກການ​ແຜ່​ລະ
ບາດ​ຂອງ​ໂຣກ​ເອດ​ສ໌ນັ້ນ.”

ດັ່ງ​ນັ້ນ​ໃນ​ກອງ​ປະຊຸມ​ໂຣກ​ເອດ​ສ໌ປະ​ຈໍາປີ​ນີ້ ພ້ອມໆ​ກັບ​ການນໍາສະ​ເໜີ​ດ້ານວິ​ທະຍາ​ສາດ
ຕ່າງໆ ​ກໍຈະມີ​ການຮຽກຮ້ອງ​ໃຫ້​ມີ​ຄວາມມຸ້ງ​ໝັ້ນ​ເພີ່ມ​ຫຼາຍຂຶ້ນ​ຂອງວົງ​ການ​ລັດຖະບານ
​ເພື່ອ​ກໍາຈັດ​ຖອນ​ຮາກຖອນ​ເຫງົ້າການ​ແຜ່​ລະບາດ​ ແລະເພີ່ມງົບປະມານຫຼາຍ​ຂຶ້ນ ​ເພື່ອ​ວ່າ​
ພວກ​ຄົນ​ລຸ້ນຕໍ່​ໄປ​ຈະ​ດໍາລົງ​ຊີວິດ​ທີ່​ປອດ​ໄພ​ຈາກໂຣກເອດ​ສ໌ນັ້ນ​ໄດ້.

ວີດີໂອລາຍງານເລື່ອງ ບັນດານັກຊ່ຽວຊານຮູ້ສຶກມີຄວາມຫວັງກ່ຽວກັບ
ລາຍການສົນທະນາ ໃນກອງປະຊຸມຄັ້ງນີ້:

XS
SM
MD
LG