ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂລກຕ້ອງຊ່ວຍກັນແກ້ໄຂບັນຫາ ການລັກລອບຄ້າຂາຍມະນຸດ


ແມ່ຍິງທີ່ຕົກເປັນເຫຍື່ອຂອງການລັກລອບຄ້າຂາຍມະນຸດ ມັກຖືກບັງຄັບໃຫ້ຂາຍໂຕ ເປັນໂສເພນີ
ແມ່ຍິງທີ່ຕົກເປັນເຫຍື່ອຂອງການລັກລອບຄ້າຂາຍມະນຸດ ມັກຖືກບັງຄັບໃຫ້ຂາຍໂຕ ເປັນໂສເພນີ

ທ່ານ Eric Holder ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ສະຫະລັດ ກ່າວ​ເມື່ອ​ວັນ​ທີ່ 3 ພຶ​ດສະພາ​ໃນ​ກອງ​ປະຊຸມແຫ່ງ​ຊາດວ່າດ້ວຍການ​ລັກລອບ​ຄ້າຂາຍ​ມະນຸດວ່າ ເວລາ​ນີ້​ການ​ລັກ​ລອບ​ຄ້າຂາຍ​ມະນຸດ​ກາຍ​ເປັນ​ທຸລະ​ກິດ​ອັນ​ຍິ່ງ ໃຫຍ່ທີ່​ສ້າງ​ໝາກຜົນ​ກຳ​ໄລ​ຈຳນວນ​ຫລາຍ​ພັນ​ລ້ານ​ໂດ​ລາ​ໃນ​ແຕ່ລະປີ ​ໂດຍມີ​ມະນຸດ​ຈຳນວນ​ຫລາຍ​ລ້ານ​ຄົນ​ຖືກ​ຫລອກ​ລວງ​ໃຫ້ຫລົງ​ເຊື່ອ​ແລະ​ຖືກ​ສວຍເພື່ອ​ເອົາປະ​ໂຍດ​. ​ເກືອບ​ວ່າ​ທຸກໆ​ປະ​ເທດ​ໃນ​ໂລກ​ທີ່​ແມ່ນໄດ້ຮັບ​ຜົນກະທົບ ​ຊຶ່ງເປັນ​ປະ​ເທດທີ່ທັງ​ເປັນແຫ​ລ່ງຂອງ​ມະນຸດທີ່​ຖືກ​ລັກລອບ ຫລືເປັນ​ປະ​ເທດ​ປາຍທາງ​ຂອງ​ພວກ​ມະນຸດ​ທີ່​ຖືກ​ລັກ​ລອບ​ໄປຂາຍນັ້ນ.

ອີງ​ຕາມ​ກະຊວງ​ຍຸຕິ​ທຳ​ສະຫະລັດ​ນັ້ນ​ກໍ​ແມ່ນ​ວ່າ ການ​ລັກລອບ​ຄ້າຂາຍ​ມະ ນຸດ​ເປັນ​ພຶດຕິກຳການກໍ່​ອາ​ຊະ​ຍາ​ກຳ​ທີ່​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ໄວ​ທີ່​ສຸດ​ໃນໂລກໃນ​ປັດຈຸບັນ​ນີ້ ​ແລະ​ເປັນວົງ​ການ​ເງິນໝຸນອັນ​ດັບ​ສອງ​ລອງຈາກເງິນ ຂາຍ​ຢາ​ເສບ​ຕິດຜິດ​ກົດໝາຍ ພຶດຕິ​ກຳ​ດັ່ງກ່າວ​ນີ້ແມ່ນເກີດ​ຂື້ນ​ຢູ່​ໃນ​ທຸກໆ​ລັດໃນ​ສະຫະລັດ​ ​ແລະ​ໃນທຸກໆ​ປະ​ເທດ​ໃນ​ໂລກ ຊຶ່ງ​ມັນ​ກາຍ​ເປັນ​ບັນຫາ​ຂອງໂລກ​ ​ທີ່ໂລກທັງໝົດ​ຈະ​ຕ້ອງຫາທາງ​ຊ່ວຍ​ກັນ​ແກ້​ໄຂ​ບັນຫາ​ນີ້.

ທ່ານ Eric Holder ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ສະຫະລັດ​ກ່າວ​ຕ່ໍ​ໄປ​ວ່າ “ເພາະ​ເຫດ​ນີ້​ສະຫະລັດ​ຈຶ່ງ​ສ້າງ​ພາຄີ​ກັບ​ພວກເຈົ້າໜ້າ​ທີ່​ໃນປະ​ເທດ​ຕ່າງໆ ​ເພື່ອ​ຈັດສົ່ງພວກຈຳ​ເລີຍ​ຫລົບໜີ​ການ​ຕາມ​ຈັບ​ຂ້າມ​ແດນ ແລະ​ໃຫ້ການ​ປົກ​ປ້ອງ​ຄອບຄົວ​ຂອງ​ພວກ​ເຄາະ​ຮ້າຍ ຊອກ​ຫາ​ຫລັກ​ຖານ​ຂອງ​ການ​ກໍ່​ອາ​ຊະ​ຍາກຳ ​ແລະ​ປາບ​ປາມ​ເຄືອ​ຂ່າຍ​ການ​ລັກລອບ​ຄ້າຂາຍ​ມະນຸດ​ທີ່​ປະຕິບັດ​ການຂ້າມ​ເຂດ​ແດນ​ນານາ​ຊາດນັ້ນ”

ທ່ານ Eric Holder ​ກ່າວ​ຕື່ມ​ວ່າ ໂດຍ​ການ​ປະຕິບັດ​ງານ​ກັບ​ພວກ​ພັນ ທະ​ມິດ​ຕ່າງປະ​ເທດ​ນັ້ນ ພວກ​ເຮົາ​ປະສົບ​ຜົນສຳ​ເລັດ​ໃນ​ການ​ປະຕິບັດ​ການ​ກູ້​ເອົາ​ພວກ​ຕັດ​ຕົ້ນ​ໄມ້​ຊາວ​ຈາ​ເມ​ກາ ທີ່​ອາ​ໃສ​ຢູ່​ຕາມ​ຕູບ​ໃນລັດ ນີວ​ແຮມ​ເຊີ ຄົນ​ງານ​ຊາວ​ຟິລິບ​ປິນ ຈາກ​ໂຮງ​ແຮມ​ທີ່​ມີ​ຫລາຍ​ສາຂາ​ໃນ​ລັດ ​ເຊົ້າທ໌ດາ​ໂກ​ຕ້າ ພວກ​ແມ່ຍິງຈາກ​ຢຸ​ໂຣບຕາ​ເວັນ​ອອກ​ທີ່​ໃຊ້​ແຮງ​ງານ​ເປືອຍ​ກາຍ​ຕາມ​ບາ​ຣ໌ຕ່າງໆ​ໃນເມືອງ​ດີ​ທຣອຍທ໌ ລວມເຖິງພວກ​ຄົນ​ງານ​ຕັດ ຫຍິບ​ຊາວ​ວຽດນາມ​ຈາກ​ເກາະ​ຊາມົວ ອາ​ເມ​ລິ​ກັນ ພວກ​ຄົນ​ງານໂຮງ ງານ​ຊາວ​ເປ​ຣູ ​ໂຮມ​ທັງ​ພວກ​ເດັກນ້ອຍ ຈາກ​ພວກ​ລັກລອບ​ຄ້າຂາຍ​ມະນຸດ​ທີ່ເມືອງ Long Island ລັດ​ນີວຢ໊ອກ ​ແລະ​ພວກ​ຍິງ​ໜຸ່ມ​ຈາກ​ປະ​ເທດ​ໂຕ​ໂກ​ແລະ​ກາ​ນາ​ທີ່ເຮັດ​ວຽກ​ຊາວ​ສີ່​ຊົ່ວ​ ​ໂມງຕາມ​ຮ້ານ​ດັດ​ຜົມໃນ​ລັດ​ນີວ​ເຈີ​ຊີ​ໂດຍ​ທີ່​ບໍ່​ໄດ້​ຮັບຄ່າ​ຈ້າງຫຍັງ​ເລີຍ.

ທ່ານ Luis CdeBaca ​ເອກ​ອັກຄະ​ລັດຖະທູດ ປະຈຳຫ້ອງການ​ຄວບ​ຄຸມ​ແລະ​ປາບ​ປາມ​ການ​ລັກ​ລອບ​ຄ້າຂາຍ​ມະນຸດ​ ກ່າວ​ວ່າ ​ເວລາ​ນີ້ພວກ​ເຮົາ​ຮູ້​ດີ​ວ່າ ລະບົບ​ຂ້າ​ທາດ​ສະ​ໄມ​ໃໝ່​ຍັງ​ເກີດ​ມີ​ຢູ່​ໃນກຸ່ມປະຊາ​ຄົມ​ ​ແລະ​ວັດທະນະທຳ​ຕ່າງໆ​ທີ່​ມີ​ຢູ່​ໃນ​ທົ່ວ​ໂລກ ມັນເປັນ​ປາກົດການ ​ຄື​ຂ​ອງ​ແຫລວ ທີ່​ປ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫລາດ ເນື່ອງຈາກຄວາມ​ອ່ອນ​ແອ​ທາງ​ດ້ານ​ກົດໝາຍການ​ລົງ​ໂທດ​ບໍ່​ໝັກ ພັຍ​ພິບັດ​ທຳ​ມະຊາດ ​ແລະ​ການ​ເສດຖະກິດ​ທີ່​ຂາດ​ສະຖຽນ​ລະ​ພາບ.

ເພາະສະນັ້ນບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ ​ໂຮ​ມທັງ​ສະຫະລັດ ຈະ​ສາມາດບັນລຸ​ຜົນສຳ​ເລັດ​ໃນການ​ຕອບ​ໂຕ້​ທີ່​ສະ​ລັບ​ຊັບຊ້ອນ​ທີ່ຍິ່ງໃຫຍ່ຂື້ນເລື້ອຍໆ ແລະມີການ​ປ່ຽນ​ແປງ​ໄປ​ນັບ​ມື້​ນັ້ນ​ໄດ້ ຄື​ທຸກໆ​ປະ​ເທດ​ແມ່ນ​ກຳລັງ​ຍັງ​ຮຽນ​ຮູ້ວິທີ​ການ​ລັກລອບ​ຄ້າຂາຍ​ມະ ນຸດ​ນັ້ນ​ເປັນ​ຢ່າງ​ໃດ ​ແລະ​ຈະ​ໃຊ້​ວິທີ​ການ​ຕອບ​ໂຕ້​ບັນຫາ​ນີ້​ໄດ້​ຢ່າງ​ໃດຈາກຈຳນວນ ປະຊາຊົນຢ່າງ​ຫລວງຫລາຍ​ທີ່​ຕົກ​ເປັນ​ຂ້າ​ທາດ​ຢູ່​ໃນ​ທົ່ວ​ໂລກໃນ​ປັດ​ຈຸ​ບັນ​ນີ້ ທີ່​ພວກ​ເຮົາ​ຢາກ​ຈະ​ເຫັນ​ຄວາມ​ກ້າວ​ໜ້າ​ໃນ​ການ​ແກ້​ໄຂ​ບັນຫາ​ນີ້​ໄດ້.

ທ່ານ​ເອກ​ອັກຄະ​ລັດຖະທູດ ຊີ ​ເດີ ບາ​ກາ ກ່າວ​ສະ​ລູບ​ວ່າ “ພວກ​ເຮົາ​ຕ້ອງພາກັນ​ອຸທິດ​ຕົນ​ໃນ​ເຮົາ​ເອງ ທີ່​ຈະບໍ່​ຍອມ​ປ່ອຍ​ໃຫ້​ພວກ​ຄົນ​ລຸ້ນນຶ່ງ​ໄດ້ຮັບເຄາະໂດຍ​ປາດ​ສະ​ຈາກການ​ສ້າງ​ຄວາມ​ກ້າວໜ້າ​ຂອງ​ການ​ແກ້​ໄຂ​ບັນຫາ​ນີ້ຕໍ່​ໄປ​ຂ້າງ​ໜ້າ ການ​ປະ​ຕິ​ບັດ​ງານ​ໄປ​ສູ່​ໂລກ​ທີ່​ປາດ​ສະ​ຈາກ​ລະບົບຂ້າ​ທາດ​ສະ​ໄມ​ໃໝ່​ນັ້ນ ​ມັນ​ເປັນ​ບັນຫາ​ທີ່​ແທ້​ຈິງ​ຢ່າງ​ບໍ່​ສົງ​ໃສ ​ແຕ່​ວ່າ​ມັນ​ເປັນ​ບັນຫາ​ນຶ່ງ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ປະຕິບັດ​ງານ​ໄປ​ສູ່​ຈຸດ​ນັ້ນ​ໃຫ້​ໄດ້.

XS
SM
MD
LG