ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະພັນ ກຳມະບານເທີກີ ນັດຢຸດງານ ປະທ້ວງ ອຸບັດເຫດ ທີ່ບໍ່ຖ່ານຫິນ (ສະ​ໄລ​ດ໌/ວີດີໂອ )


turkeyminedisater15may14
please wait

No media source currently available

0:00 0:01:35 0:00

ເບິ່ງວີດີໂອເລື້ອງນີ້

ສະຫະ​ພັນ​ກຳມະບານທີ່​ສຳຄັນ​ແຫ່ງ​ນຶ່ງ​ໃນ​ເທີ​ກີ ​ໄດ້​ຮຽກຮ້ອງ
​ໃຫ້​ມີ​ການ​ນັດ​ຢຸດ​ງານ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ພະຫັດ​ມື້​ນີ້
​ໃນ​ຂະນະ​ທີ່​ຈຳນວນ​ຜູ້​ເສຍ​ຊີວິດຈາກ​ໄພພິບັດບໍ່​ຖ່ານ​ຫິນ​ທີ່
​ຮ້າຍ​ແຮງສຸດ ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນມາ​ກ່ອນ​ໃນ​ປະ​ເທດ ​ເພີ່ມ​ຂຶ້ນ​
ເປັນ 282 ຄົນ​ແລ້ວ.

ສະຫະ​ພັນ​ກຳມະບານໂຍທາ​ແມ່ນ​ເປັນ​ຕົວ​ແທນ​ຂອງ​ພວກ​
ຄົນງານ​ຫຼາຍ​ແສນ​ຄົນ​ ໃນປະເທດເທີກີ ກ່າວ​ວ່າ ກາ​ນນັດ​ຢຸດ​
ງານ​ເປັນ​ເວລາ​ນຶ່ງ​ມື້ ​ເປັນ​ການ​ປະ​ທ້ວງ ​ຕໍ່​ມາດຕະຖານ​ດ້ານ
ຄວາມ​ປອດ​ໄພ​ໃນ​ບໍ່​ຖ່ານ​ຫິນ​ທີ່ ບໍ່​ດີ​ຂອງ​ປະ​ເທດ.

ພວກ​ພະນັກງານ​ກູ້​ໄພ​ສຸກ​ເສີນ ສື​ບຕໍ່​ຊອກ​ຫາ​ພວກ​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້ ຫຼັງ​
ຈາກ​ການລະ​ເບີດຂອງໝໍ້ແປງ​ໄຟຟ້າ​ແຕກ​ຂຶ້ນ​ໃນ​ສ່ວນ​ເລິກ​ຂອງ​ບໍ່​ຖ່ານ​ຫິນ​ໃນ​
ວັນ​ອັງຄານ​ມື້ກ່ອນ​ນີ້ໃນ​ເມືອງ Soma ​ທາງ​ພາກ​ໃຕ້​ຂອງ ນະຄອນ Istanbul.

ບັນດາ​ເຈົ້າ​ໜ້າ​ທີ່ ກ່່າວ​ວ່າ ​ໄຟ​ຍັງ​ໄໝ້​ລາມ​ຢູ່​ທາງ​ໃນ​ຂອງບໍ່ ຊຶ່ງ​ເປັນ​ອຸບປະສັກ​ກີດ​
ກັນ​ຕໍ່​ຄວາມ​ພະຍາຍາມ​ຕ່າງໆ ​ເພື່ອ​ເຂົ້າ​ໄປ​ຫາ​ພວກ​ພະນັກງານ 120 ຄົນ ທີ່​ຄຶດ​
ວ່າ​ຍັງ​ຕົກຄ້າງ​ຄາ​ຢູ່​ໃນ​ບໍ່​ນັ້ນ.

ພວກ​ຊ່ອຍ​ກູ້​ໄພ​ຫວັງ​ວ່າ ພວກ​ພະນັກງານໃນ​ບໍ່​ພາກັນ​ໄປ​ອາ​ໄສ​ຢູ່​ຫ້ອງ ນຶ່ງ​ຢູ່​ໃນ​ບໍ່
ທີ່​ເອີ້ນ​ວ່າ ພວກ​ຫ້ອງ​ທີ່​ປອດ​ໄພ ​ເພື່ອ​ຫຼີກ​ລ້ຽງ​ຄວັນໜາ​ກຸ້ມ​ ​ແລະ​ແກັ​ສພິດ​ຕ່າງໆ​
ໃນ​ບໍ່​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ບໍລິສັດ​ບໍ່​ຖ່ານ​ຫິນ ກ່າວ​ວ່າ ພວກ​ພະນັກງານ​ໃນ
​ບໍ່​ເກືອບ 450 ຄົນ​ໄດ້​ຖືກ​ຊ່ອຍ​ກູ້​ຊີວິດ​ໄວ້​ໄດ້.

ພວກ​ຝູງ​ຊົນ​ທີ່​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ໃຈ​ຢູ່​ນອກ​ບໍ່ ​ໃນ​ວັນ​ພຸດ​ວານ​ນີ້ ໄດ້​ພາກັນ​ໂຮ
ຮ້ອງດ້ວຍ​ຄວາມ​ດີ​ອົກ​ດີ​ໃຈ​ເວລາ​ເຫັນ​ພວກ​ຄົນ​ງານ​ບາງ ຄົນ​ໂຜ່​ໂຕ​ອອກ​ມາ​ຈາກ​ບໍ່
​ທີ່​ໜ້າ​ຕາ​ດຳ​ ​ແລະ​ພົ້ນ​ອັນຕະລາຍ​ແລ້ວ​ນັ້ນ.

​ໃນ​ຂະນະ​ທີ່​ວັນ​ເວລາ​ຜ່ານກາຍ​ໄປ ການ​ໂຮ​ຮ້ອງ​ກໍ​ໄດ້​ກາຍ​ມາ​ເປັນ​ສຽງຮ້ອງ​ໄຫ້​ສະ
​ອຶກ​ສະ​ອື້​ນ ​ເວລາ​ເຫັນ​ພວກ​ຊ່ອຍ​ກູ້​ໄພ​ເລີ້ມ​ຂົນ​ສົບ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ອອກ​
ມາຈາກ​ບໍ່​.

ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້​ເຮັດ​ໃຫ້ພວກ​ຝູງ​ຊົນ​
ໃນ​ເມືອງ Soma ມີຄວາມໂກດແຄ້ນ ທີ່​ເອີ້ນ​ອຸບັດ​ເຫດ​ຕ່າງໆທີ່ເກີດ​ຂຶ້ນ​ໃນ​ບ່ອນ​ເຮັດ
ວຽກ​ເຮັດ​ການ​ນັ້ນວ່າ​ເປັນ “ສິ່ງ​ທຳ​ມະ​ດາ​.”
XS
SM
MD
LG