ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະນັກງານໂຮມຊຸມນຸມປະທ້ວງ ຖືກທຸບຕີ ໃນຂະນະທີ່ໄວຣັສ ສົ່ງຜົນກະທົບໃສ່ໂຮງງານຜະລິດ Iphone ຢູ່ຈີນ


ແຟ້ມ-ຢູ່ໃນພາບ ທີ່ຖືກຖ່າຍອອກມາຈາກກ້ອງວີດີໂອ ແລະຖືກເຜີຍແຜ່ໂດຍ ຮັງໄປ ຊິງຢາງ (Hangpai Xingyang), ພະນັກງງານ ພ້ອມດ້ວຍກະເປົາເຄື່ອງ ແລະຖົງຕ່າງໆ ແນມເຫັນວ່າກໍາລັງພາກັນຍ່າງອອກຈາກບໍລິສັດຮ່ວມ Foxconn ທີ່ຕັ້ງຢູ່ໃຈກາງເມືອງເຊັງຊູ ແຂວງເຫໜານ ຢູ່ໃນພາກກາງຂອງຈີນ, ວັນທີ 29 ຕຸລາ 2022.
ແຟ້ມ-ຢູ່ໃນພາບ ທີ່ຖືກຖ່າຍອອກມາຈາກກ້ອງວີດີໂອ ແລະຖືກເຜີຍແຜ່ໂດຍ ຮັງໄປ ຊິງຢາງ (Hangpai Xingyang), ພະນັກງງານ ພ້ອມດ້ວຍກະເປົາເຄື່ອງ ແລະຖົງຕ່າງໆ ແນມເຫັນວ່າກໍາລັງພາກັນຍ່າງອອກຈາກບໍລິສັດຮ່ວມ Foxconn ທີ່ຕັ້ງຢູ່ໃຈກາງເມືອງເຊັງຊູ ແຂວງເຫໜານ ຢູ່ໃນພາກກາງຂອງຈີນ, ວັນທີ 29 ຕຸລາ 2022.

ບັນດາພະນັກງານ ຢູ່ທີ່ໂຮງງານຜະລິດໂທລະສັບມືຖື Apple ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ຖືກທຸບຕີ ແລະຖືກັກໂຕ ກ່ຽວກັບບັນຫາຄ່າຈ້າງ ທ່າມກາງການຄວບຄຸມພະຍາດໄວຣັສ, ອີງຕາມການກ່າວຂອງຜູ້ເຫັນເຫດການ ແລະຈາກວີດີໂອທີ່ນຳ​ອອກເຜີຍແຜ່ຢູ່ໃນສື່ສັງຄົມອອນລາຍໃນວັນພຸດວານນີ້, ໃນຂະນະທີ່ຄວາມເຄັ່ງຕຶງໄດ້ເພີ້ມທະ​ວີຂຶ້ນ ກ່ຽວກັບຄວາມພະຍາຍາມຂອງຈີນ ​ເພື່ອ​ຮັບ​ມື​ກັບການເພີ້ມຂຶ້ນ​ໃນ​ການ​ລະ​ບາດຮອບໃໝ່, ອີງຕາມ​ລາຍ​ງານອົງການຂ່າວ AP.

ຢູ່ໃນວີດີໂອທີ່ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ຖ່າຍຢູ່ທີ່ໂຮງງານຢູ່ໃຈກາງເມືອງເຊັງຊູ (Zhengzhou), ເຊິ່ງໄດ້ສະແດງໃຫ້ເຫັນ ປະຊາຊົນຫຼາຍພັນຄົນທີ່ ໃສ່ໜ້າກາກ ກໍາລັງປະເຊີນໜ້າກັບຕໍາຫຼວດທີ່ໃສ່ຊຸດປ້ອງກັນສີຂາວ ພ້ອມດ້ວຍເກາະປ້ອງກັນການຈະລາຈົນທີ່ເປັນຢາງທີ່ຢືນເປັນແຖວຂວາງ. ເຈົ້າໜ້າທີ່ຕໍາຫຼວດໄດ້ເຕະ ແລະຕີຜູ້ປະທ້ວງຄົນນຶ່ງດ້ວຍໄມ້ຄ້ອນກະບອງຂອງຕໍາຫຼວດ ລຸນຫຼັງທີ່ຜູ້ປະທ້ວງຊາຍຄົນນັ້ນ ໄດ້ໃຊ້ເສົາເຫຼັກຕີລາວ.

ຄວາມບໍ່ພໍໃຈຕໍ່ກົດຂໍ້ບັງຄັບຕ່າງໆ ຢູ່ໃນຫຼາຍຂົງເຂດທົ່ວປະເທດຈີນ ເຊິ່ງໄດ້ປິດຮ້ານຄ້າຫຼາຍແຫ່ງ ພ້ອມທັງຈໍາກັດໃຫ້ປະຊາຊົນຢູ່ເຮືອນຂອງພວກເຂົາເຈົ້າ, ໄດ້ ຝົດເດືອດຂຶ້ນຈົນກາຍມາເປັນການປະທ້ວງ. ຢູ່ໃນວີດີໂອ ທີ່ໄດ້ນຳ​ອອກເຜີຍແຜ່ໃນສື່ສັງຄົມອອນລາຍ ເປີດເຜີຍໃຫ້ເຫັນປະຊາຊົນຢູ່ໃນທ້ອງຖິ່ນ​ໄດ້ທໍາລາຍເຄື່ອງປິດກັ້ນຖະໜົນ ທີ່ຈັດຕັ້ງຂຶ້ນມາ ເພື່ອບັງຄັບໃຊ້ປິດບໍລິເວນໃກ້ຄຽງ.

ພັກຄອມມູນິສທີ່ປົກຄອງປະເທດ ໄດ້ໃຫ້ຄໍາໝັ້ນສັນຍາໃນເດືອນນີ້ວ່າຈະພະຍາ ຍາມຫຼຸດຜ່ອນຂໍ້ຈໍາກັດຕ່າງໆລົງ ໂດຍຕັດເວລາໃນການກັກໂຕລົງ ແລະດໍາເນີນການປ່ຽນແປງຕ່າງໆ. ແຕ່ພັກຄອມມູນິສຈີນ ຍັງຄົງຢຶດໝັ້ນຢູ່ໃນຍຸດທະສາດ “ສູນໂຄວິດ” ເຊິ່ງມີເປົ້າໝາຍເພື່ອແຍກຜູ້ປ່ວຍ ທຸກໆກໍລະນີ, ໃນຂະນະທີ່ລັດ ຖະບານຂອງປະເທດອື່ນໆຫຼຸດຜ່ອນການຄວບຄຸມຕ່າງໆລົງ ແລະພະຍາຍາມ ດໍາລົງຊີວິດຮ່ວມກັບໄວຣັສ.

ໃນເດືອນຕຸລາທີ່ຜ່ານມາ, ພະນັກງານຫຼາຍພັນຄົນ ໄດ້ພາກັນຍ່າງອອກຈາກໂຮງງານຜະລິດໂທລະສັບມືຖື Iphone ເຊິ່ງດໍາເນີນງານໂດຍກຸ່ມບໍລິສັດເທັກໂນໂລຈີ Foxconn ຂອງໄຕ້ຫວັນ, ໂດຍໄດ້ມີການຮຽກຮ້ອງກ່ຽວກັບສະພາບການເຮັດວຽກທີ່ບໍ່ປອດໄພ ລຸນຫຼັງພົບກໍລະນີຜູ້ປ່ວຍຕິດໄວຣັສດັ່ງກ່າວ.

ອີງຕາມ ລີ ຊານຊານ (Li Sanshan) ເຊິ່ງເປັນພະນັກງານຄົນນຶ່ງຂອງບໍລິ ສັດ ກ່າວວ່າ ການປະທ້ວງ ໄດ້ລະເບີດຂຶ້ນໃນວັນອັງຄານທີ່ຜ່ານມາ ໂດຍໄດ້ຮຽກຮ້ອງໃຫ້ບໍລິສັດ Foxconn ປ່ຽນເງື່ອນໄຂຕ່າງໆສໍາລັບພະນັກງານໃໝ່ທີ່ໄດ້ດຶງດູກຈິດໃຈເຂົ້າມາເຮັດວຽກດ້ວຍການສະເໜີຄ່າຈ້າງທີ່ສູງກວ່າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG